News

ຄ່າຊົດເຊີຍຊັບສິນທີ່ໄດ້ຮັບຜົນກະທົບຈາກການສ້າງທາງລົດໄຟໄດ້ຮັບການອະນຸມັດ

ຄະນະຮັບຜິດຊອບໄດ້ອະນຸມັດເງິນຊົດເຊີຍທີ່ຕ້ອງຈ່າຍໃຫ້ປະຊາຊົນທີ່ສູນເສຍທີ່ດິນຫຼືຊັບສິນອື່ນໆ ຍ້ອນການກໍ່ສ້າງທາງລົດໄຟ ລາວ-ຈີນ. ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ອອກຂໍ້ຕົກລົງກ່ຽວກັບອັດຕາຄ່າຊົດເຊີຍ ພ້ອມວິທີການຄິດໄລ່ອ່ານຕໍ່ ...

ວຽງຈັນທາມສ໌

ລາວ ກຳປູເຈຍ ຕົກລົງແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊາຍແດນຮ່ວມກັນ

ລາວ ແລະ ກຳປູເຈຍໄດ້ຕົກລົງຮ່ວມມືກັນເພື່່ອແກ້ໄຂບັນຫາກ່ຽວກັບເຂດຊາຍແດນທີ່ມີຂໍ້ຂັດແຍ່ງ ຕາມການພົບປະໂອ້ລົມຂອງລັດຖະມົນຕີຕ່າງປະເທດຂອງສອງຊາດ ຢູ່ວຽງຈັນໃນມື້ວານນີ້. ເນື່ອງໂດຍ ທ່ານພຣັກ ໂສຄົນ ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນ ແຫ່ງກຳປູເຈຍ ໄດ້ດຳເນີນພາລະກິດຢ້ຽມຢາມລາວ, ກະຊວງການຕ່າງປະເທດລາວໄດ້ເປີດເຜີຍຕໍ່ສື່ມວນຊົນອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດທ່ອງທ່ຽວຫວັງສ້າງລາວໃຫ້ເປັນສະຫວັນຂອງນັກທ່ອງທ່ຽວຜະຈົນໄພ

ບໍລິສັດທ່ອງທ່ຽວລາວ ສືບຕໍ່ສຸມຄວາມພະຍາຍາມໃນການສົ່ງເສີມການທ່ອງທ່ຽວລາວ ໃຫ້ເປັນຈຸດໝາຍຂອງການທ່ອງທ່ຽວຜະຈົນໄພ ດັ່ງໄດ້ມີງານໂຄສະນາທີ່ສູນການຄ້າວຽງຈັນເຊັນເຕີ. ງານໂຄສະນາດັ່ງກ່າວ ເຊິ່ງແນໃສ່ສົ່ງເສີມຄວາມຮູ້ກ່ຽວກັບກິດຈະກຳການທ່ອງທ່ຽວແບບຜະຈົນໄພ ແມ່ນສ່ວນໜຶ່ງຂອງແຜນໂຄສະນາສົ່ງເສີມປີທ່ອງທ່ຽວລາວ 2018 ພາຍໃຕ້ຄຳຂວັນທີ່ວ່າ “ລາວ ດິນແດນທີ່ງົດງາມແບບທຳມະຊາດ” ອ່ານຕໍ່ ...

ວຽງຈັນທາມສ໌

ອາຄານໃໝ່ໂຮງໝໍມິດຕະພາບຈະພ້ອມໃຫ້ບໍລິການປິ່ນປົວໃນໄວໆນີ້

ແພດສາທາມີແຜນສຸມຄວາມພະຍາຍາມພັດທະນາໂຮງໝໍມິດຕະພາບ ເພື່ອຍົກລະດັບຄຸນນະພາບການບໍລິການສາທາລະນະສຸກຂອງລາວ ໄປສູ່ລະດັບສາກົນ. ອາຄານໃໝ່ນີ້ຄາດວ່າຈະພ້ອມເປີດນຳໃຊ້ໃນເດືອນກໍລະກົດປີນີ້ ເພື່ອຕອບສະໜອງຄວາມຕ້ອງການປິ່ນປົວສຸຂະພາບທີ່ເພີ່ມຂຶ້ນ. ການກໍ່ສ້າງດັ່ງກ່າວມີມູນຄ່າປະມານ 112 ລ້ານຢູໂຣ (ຫຼື ກວ່າ 800ຕື້ກີບ) ເຊິ່ງໄດ້ຮັບການຊ່ວຍເຫຼືອໃນຮູບແບບເງິນກູ້ຢືມຈາກລັດຖະບານໂອຕຣິສອ່ານຕໍ່ ...

ວຽງຈັນທາມສ໌

ເກົາຫຼີຍົກລະດັບຄວາມຮູ້ດ້ານໄອທີ ໃຫ້ແກ່ຊາວໜຸ່ມທີ່ສູນກາງຊາວໜຸ່ມ

ຊາວໜຸ່ມລາວໄດ້ຮັບການຝຶກອົບຮົມກ່ຽວກັບການພັດທະນາແອປລິເຄຊັນ iOS ຂອງ Apple ເຊິ່ງເປັນສ່ວນໜຶ່ງຂອງການສ້າງຄວາມສາມາດດ້ານໄອທີ ຢູ່ສູນກາງຊາວໜຸ່ມ ຊຶ່ງສະໜັບສະໜູນໂດຍອົງການຮ່ວມມືສາກົນເກົາຫຼີ (KOICA).ອ່ານຕໍ່ ...

ວຽງຈັນທາມສ໌

ທ່າແຕງ ພັດທະນາພົ້ນເດັນຂຶ້ນ

ດ້ວຍຄວາມເອົາໃຈໃສ່ ຍາດແຍ່ງການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ການປູກ ການລ້ຽງສັດ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ນ້ຳດື່ມນ້ຳໃຊ້, ໄຟຟ້າ ແລະ ອື່ນໆ ໄດ້ປະກອບສ່ວນ ອັນສຳຄັນເຮັດໃຫ້ຄວາມທຸກຍາກ ຂອງປະຊາຊົນຫລຸດລົງ ເຖິງ 96% ເຫລືອພຽງ 3% ຫລື ກວ່າ 280 ຄອບຄົວ.ອ່ານຕໍ່ ...

ຂປລ

ລັດຖະບານອົສຕຣາລີຊ່ວຍເຫຼືອໂຄງການອາຫານໂຮງຮຽນເພື່ອຊຸມຊົນ 1ລ້ານໂດລາອົສຕຣາລີ

ລັດຖະບານອົສຕຣາລີປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອອົງການອາຫານໂລກ (WFP) ຈຳນວນ 1ລ້ານໂດລາອົສຕຣາລີ ເພື່ອຊ່ວຍເຫຼືອຊຸມຊົນທີ່ຂາດເຂີນໃນ ສປປລາວ ໃນການບໍລິຫານຈັດການໂຄງການອາຫານໂຮງຮຽນ ທັງສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ຂປລ

ນັກສ້າງຮູບເງົາສາລະຄະດີອາເມລິກາສົ່ງເສີມການສ້າງທຸລະກິດໃນລາວ

(ຄປລ) ນັກສ້າງຮູບເງົາສາລະຄະດີອາເມລິກາໄດ້ຢ້ຽມຢຽມນະຄອນຫຼວງວຽງຈັນ ໃນວັນທີ 11-16 ພຶດສະພາ ເພື່ອຈັດສະແດງຮູບເງົາກ່ຽວກັບການສ້າງທຸລະກິດ ແລະ ແນະນຳວິທີການສົ່ງເສີມທຸລະກິດຂະໜາດນ້ອຍໃນລາວ.ອ່ານຕໍ່ ...

ຂປລ

ແມ່ຍິງລາວຮ່ວມພົບພົບປະໃນເວທີສາກົນໃນກອງປະຊຸມສຸດຍອດແມ່ຍິງໂລກ 2018 ທີ່ຊິດນີ

(ຂປລ) ເພື່ອພາລະກິດສົ່ງເສີມບົດບາດການນຳຂອງແມ່ຍິງໃນລາວ ລັດຖະບານອົສຕຣາລີ ໄດ້ເຊື້ອເຊີນ 10 ແມ່ຍິງລາວທີ່ປະສົບຄວາມສຳເລັດສູງສຸດ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງໂລກ 2018 ທີ່ຊິດນີ, ອົສຕຣາລີ ເຊິ່ງເຕົ້າໂຮມຜູ້ນຳຍິງລວມ 1,000 ຄົນຈາກທົ່ວໂລກ ໃນລະຫວ່າງວັນທີ 26-26 ເມສາ ເພື່ອປຶກສາຫາລືການເສີມຂະຫຍາຍບົດບາດຂອງເພດຍິງໃນການເຕີບໂຕຂອງເສດຖະກິດໂລກ.ອ່ານຕໍ່ ...

ຂປລ

ລາວ-ຈີນສືບຕໍ່ຮ່ວມມືໃນໂຄງການຕ່າງໆ

ຈາກຖະແຫຼງການຂອງສຳນັກງານນາຍົກລັກຖະມົນຕີ ຄາດວ່າ ລັດຖະບານລາວ ແລະຈີນ ມີແຜນອະນຸມັດໂຄງການຮ່ວມມືຕ່າງໆ ທີ່ຈີນຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CVTha
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!