Development Assistance Committee (DAC) members

ການຊ່ວຍເຫຼືອຂອງອົດສະຕຣາລີ

ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064

ຄະນະກຳມະການແມ່ນ້ຳຂອງ ແລະ ອອສ໌ເຕຣເລຍສືບຕໍ່ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ອົງການອ່າງແມ່ນ້ຳເມີເຣ-ດາລິງ (MDBA) ຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເປັນຂີດໝາຍສືບຕໍ່ການຈັດຕັ້ງຊ່ອງທາງ ເພື່ອໂອນຖ່າຍຄວາມຮູ້ລະຫວ່າງສອງອົງການ.ທ່ານ ອັນ ປິກ ຫັດດາ ຫົວໜ້າເລຂາທິການ MRC ແລະ ທ່ານ ຟິລິບ ໄກລ ປະທານບໍລິຫານ MDBA ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຢ່າງເປັນທາງການທີ່ເມືອງແຄນເບີຣາ ປະເທດອອສ໌ເຕຣເລຍ ໃນວັນທີ 6 ມິຖຸນາຜ່ານມາ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/mekong-australian-river-bodies-renew-partnership-98642

ອອສ໌ເຕຣເລຍຊ່ວຍຍົກລະດັບທັກສະພາສາອັງກິດສຳລັບເຈົ້າໜ້າທີ່ກອງທັບລາວ

(ຂປລ) ກົມປ້ອງກັນຊາດອອສ໌ເຕຣເລຍເຮັດວຽກຢ່າງໃກ້ຊິດກັບກອງທັບປະຊາຊົນລາວ ໃນການຍົກລະດັບຄວາມຮູ້ດ້ານພາສາອັງກິດຂອງເຈົ້າໜ້າທີ່ກອງທັບລາວ.ພາສາອັງກິດແມ່ນພາສາທາງການຂອງອາຊຽນ ແລະ ອອສ໌ເຕຣເລຍໄດ້ໃຫ້ການສະໜັບສະໜູນໃນໄລຍະຍາວກ່ຽວກັບໂຄງການຝຶກອົບຮົມພາສາອັງກິດສຳລັບກອງທັບປະຊາຊົນລາວ.ໃນແຕ່ລະປີ ອອສ໌ເຕຣເລຍໄດ້ໃຫ້ທຶນການສຶກສາປະມານ 80 ທຶນສຳລັບເຈົ້າໜ້າທີ່ກອງທັບ ເພື່ອເຂົ້າຮຽນພາສາອັງກິດທີ່ໂຮງຮຽນວິທະຍາໄລວຽງຈັນ ແລະ ມີການສົ່ງເຈົ້າໜ້າທີ່ 5-10 ຄົນໄປຝຶກອົບຮົມເພີ່ມເຕີມຢູ່ປະເທດອອສ໌ເຕຣເລຍ.ອ່ານຕໍ່ ...

ຂປລ

ການປັບປຸງລະບົບຂໍ້ມູນຂ່າວສານແມ່ນ້ຳຂອງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ

(ຂປລ) ລັດຖະບານອອສ໌ເຕຣເລຍໄດ້ອະນຸມັດທຶນຊ່ວຍເຫຼືອຈຳນວນ AUD 430,000 ໂດລາອອສ໌ເຕຣເລຍ (ຫຼືປະມານ USD 300,000 ໂດລາ່ສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຈັດຕັ້ງປະຕິບັດການລິເລີ່ມໃນການສ້າງຄວາມເຂັ້ມແຂງດ້ານຂໍ້ມູນ, ການຈຳລອງແບບ ແລະ ລະບົບຂໍ້ມູນຂ່າວສານ ເພື່ອເພື່ອທະວີການສະໜອງຂໍ້ມູນຂ່າວສານເປັນໄລຍະໆໃຫ້ແກ່ມະຫາຊົນ ແລະ ປະເທດສະມາຊິກ MRC.ຕາມຈົດໝາຍຈາກສະຖານທູດອອສ໌ເຕຣເລຍປະຈຳນະຄອນວຽງຈັນ ເຖິງເລຂາທິການ MRC ໃນວັນທີ 9 ພຶດສະພາ 2019, ທຶນດັ່ງກ່າວຈະມາຈາກກົມການຕ່າງປະເທດ ແລະ ການຄ້າອອສ໌ເຕຣເລຍ ເຊິ່ງຈະມາໃນຮູບຂອງການຊ່ວຍເຫຼືອດ້ານວິຊາການ.ໂຄງການດັ່ງກ່າວຈະມີການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂດຍອົງການ eWater ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລຂອງລັດຖະບານອອສ໌ເຕຣເລຍ ນັບແຕ່ນີ້ໄປຈົນເຖິງເດືອນທັນວາປີ 2020.ອ່ານຕໍ່ ...

ຂປລ

ການຮ່ວມມືດ້ານການຄົ້ນຄວ້າອອສ໌ເຕຣເລຍ-ລາວ ສົ່ງເສີມການພັດທະນາດ້ານກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າດ້ານກະສິກຳສາກົນ ອອສ໌ເຕຣເລຍ (ACIAR) ສືບຕໍ່ການຮ່ວມມືກັບລັດຖະບານລາວ ໃນການຄົ້ນຄວ້າກ່ຽວກັບລະບົບການກະສິກຳແບບຍືນຍົງ ເພື່ອແກ້ໄຂບັນຫາທ້າທາຍທີ່ເກີດຂຶ້ນໃນບັນດາປະເທດກຳລັງພັດທະນາ.ຕາມຂໍ້ມູນຈາກສູນ, ອອສ໌ເຕຣເລຍໄດ້ໃຫ້ທຶນ AUD 4.8 ລ້ານໂດລາອອສ໌ເຕຣເລຍ ເພື່ອສະໜັບສະໜູນ 22 ໂຄງການຄົ້ນຄວ້າເພື່ອການພັດທະນາກະສິກຳ ສຳລັບປີ 2018-2019.ອ່ານຕໍ່ ...

ໂຕະຂ່າວ

ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ

ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ທຶນການສຶກສາເອັນດີເວີຂອງອົດສະຕຣາລີ ໃຫ້ບູລິມະສິດສູງສຳລັບ ສປປ ລາວ

(ຂປລ) ປະຈຸບັນ ໂຄງການທຶນການສຶກສາສຳລັບຜູ້ນຳ ເອັນດີເວີ ຂອງລັດຖະບານອົດສະຕຣາລີ ກຳລັງມີການເປີດຮັບສະໝັກ ສຳລັບຮອບປີ 2019, ເພື່ອຊິງທຶນການສຶກສາສຳລັບນັກສຶກສາຕ່າງປະເທດທີ່ມີຄວາມຮູ້ຄວາມສາມາດດີເດັ່ນ, ນັກຄົ້ນຄວ້າ ແລະ ພະນັກງານ ເພື່ອໂອກາດໃນດຳເນີນການສຶກສາໄລຍະສັ້ນ, ການຝຶກອົບຮົມ ແລະ ການຄົ້ນຄວ້າທີ່ປະເທດອົດສະຕຣາລີ.ອ່ານຕໍ່ ...

ຂປລ

ອົສ໌ຕຣາລີເພີ່ມການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື

ລັດຖະບານອົສ໌ຕຣາລີຈະໃຫ້ທຶນຊ່ວຍເຫຼືອເພີ່ມເຕີມມູນຄ່າ 2.2 ລ້ານໂດລາອົສຕຣາລີ ເພື່ອດຳເນີນການຊ່ວຍເຫຼືອວຽກງານບັນເທົາທຸກ ແລະ ຟື້ນຟູດ້ານໂພຊະນາການ, ການສຶກສາ, ການປົກປ້ອງເດັກ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ອົສະຕຣາລີຊ່ວຍເຫຼືອໂຄງການເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ

ສະຖາບັນແມັກຟາເລນເບີນເນັດເພື່ອການຄົ້ນຄວ້າດ້ານການແພດ ແລະ ສາທາລະນະສຸກແຫ່ງອົສະຕຣາລີ ຈະມອບທຶນຊ່ວຍເຫຼືອກວ່າ 700,000 ໂດລາສະຫະລັດສຳລັບປີ 2018-2021 ເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກໃນເມືອງເປົ້າໝາຍໃນແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rj7MR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!