ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).

ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. 

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064