ການປັບປຸງລະບົບຂໍ້ມູນຂ່າວສານແມ່ນ້ຳຂອງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ

(ຂປລ) ລັດຖະບານອອສ໌ເຕຣເລຍໄດ້ອະນຸມັດທຶນຊ່ວຍເຫຼືອຈຳນວນ AUD 430,000 ໂດລາອອສ໌ເຕຣເລຍ (ຫຼືປະມານ USD 300,000 ໂດລາ່ສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຈັດຕັ້ງປະຕິບັດການລິເລີ່ມໃນການສ້າງຄວາມເຂັ້ມແຂງດ້ານຂໍ້ມູນ, ການຈຳລອງແບບ ແລະ ລະບົບຂໍ້ມູນຂ່າວສານ ເພື່ອເພື່ອທະວີການສະໜອງຂໍ້ມູນຂ່າວສານເປັນໄລຍະໆໃຫ້ແກ່ມະຫາຊົນ ແລະ ປະເທດສະມາຊິກ MRC.

ຕາມຈົດໝາຍຈາກສະຖານທູດອອສ໌ເຕຣເລຍປະຈຳນະຄອນວຽງຈັນ ເຖິງເລຂາທິການ MRC ໃນວັນທີ 9 ພຶດສະພາ 2019, ທຶນດັ່ງກ່າວຈະມາຈາກກົມການຕ່າງປະເທດ ແລະ ການຄ້າອອສ໌ເຕຣເລຍ ເຊິ່ງຈະມາໃນຮູບຂອງການຊ່ວຍເຫຼືອດ້ານວິຊາການ.

ໂຄງການດັ່ງກ່າວຈະມີການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂດຍອົງການ eWater ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລຂອງລັດຖະບານອອສ໌ເຕຣເລຍ ນັບແຕ່ນີ້ໄປຈົນເຖິງເດືອນທັນວາປີ 2020.

ອ່ານຕໍ່…

ຂປລ