ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ

ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.

ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.

ອ່ານຕໍ່…

ບັນນາທິການວຽງຈັນທາມສ໌