ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອເພື່ອສົ່ງເສີມສຸຂະພາບ, ຄວາມສະເໝີພາບຍິງຊາຍ ຢູ່ແຂວງສະຫວັນນະເຂດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ອອສ໌ເຕຼເລຍ ໃຫ້ທຶນຊ່ວຍເຫຼືອກວ່າ 25 ຕື້ກີບ (4.2 ລ້ານໂດລາອອສ໌ເຕຼເລຍ) ເພື່ອການປັບປຸງຄວາມສະເໝີພາບໃນການເຂົ້າເຖິງ ແລະ ນຳໃຊ້ສຸຂາພິບານ ແລະ ສຸຂະອະນາໄມ ຢູ່ແຂວງສະຫວັນນະເຂດ.

ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການສຸຂາພິບານ ແລະ ສຸຂະອະນາໄມແບບຍືນຍົງສຳລັບທຸກຄົນ ໄດ້ມີການລົງນາມຫວ່າງໝໍ່ໆມານີ້ ລະຫວ່າງທ່ານ ປອ. ບົງສຸວັນ ພັນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ແລະ ທ່ານ ດຣ ແອລເລີດ ວັນ ເດນແຮັມ ຫົວໜ້າອົງການ SNV ປະຈຳລາວ.

ອ່ານຕໍ່…

ພົມພົງ ເຫຼົາອິນ