(English) South Korean Company Authorized to Build Multi-Billion Dollar Resort

ທາງການລາວ ໄດ້ລົງນາມ ໃນຂໍ້ຕົກລົງ ກັບ ບໍຣິສັດ ເກົາຫລີໃຕ້ ໃຫ້ສໍາປະທານ ທີ່ດິນ 1,200 ເຮັກຕາ ເພື່ອສ້າງຣີສອດ ມູນຄ່າ 2,9 ຕື້ໂດລາ. ຮັກສາການຫົວໜ້າກົມຂົນສົ່ງ, ທ່ານ ພັນໂທ ທອງສຸກ ເຢືອງລາວລີ ພ້ອມດ້ວຍຄະນະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການລົງນາມໂຄງການກໍ່ສ້າງ ຣີສອດລາວ ທີ່ຕັ້ງຢູ່ເຂດກມ 62 ເມືອງໂພນໂຮງ ແຂວງວຽງຈັນ. ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໂຄງການ​ດັ່ງກ່າວ​ໃນ​ເດືອນ​ກຸມພາ 2016, ​ໂດຍ​ໃຫ້​ສອງ​ປະ​ເທດ​ເລີ່​ມຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້. ພວກເຂົາເຈົ້າຍັງໄດ້ຂໍອະນຸຍາດຈາກລັດຖະບານເພື່ອນໍາໃຊ້ທີ່ດິນ 500 ເຮັກຕາເພື່ອການພັດທະນາການກໍ່ສ້າງໃນເບື້ອງຕົ້ນ ຊຶ່ງເປັນສ່ວນຫນຶ່ງຂອງການສຶກສາຄວາມເປັນໄປໄດ້. ອ່ານເພິ່ມເຕີມ ...

ພອນທຳ ວິຊັບພະ

ສະຫະລັດອາເມລິກາບໍລິຈາກວັກຊິກປ້ອງກັນໂຄວິດ-19 ແກ່ສປປ ລາວຕື່ມອີກ

ໄວໜຸ່ມນັບແຕ່ອາຍຸ 12 ຫາ 17 ປີ, ແລະຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີສະພາບສຸຂະພາບພື້ນຖານ ແລະ ແມ່ຍິງຖືພາຈະຢູ່ໃນກຸ່ມທີ່ໄດ້ຮັບຜົນປະໂຫຍດຈາກການບໍລິຈາກຢາວັກຊີນ Pfizer BioNTech ຫຼ້າສຸດຈາກສະຫະລັດ. ມາ​ຮອດ​ປະຈຸ​ບັນ, ອາ​ເມ​ລິ​ກາ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ລາວ 13 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ເພື່ອ​ຂະຫຍາຍ​ການ​ກວດ​ພະຍາດ​ໂຄ​ວິດ-19, ຮັກສາ​ຄວາມ​ປອດ​ໄພ​ຂອງ​ພະນັກງານ​ສາທາລະນະ​ສຸກ​ດ້ວຍ​ອຸປະກອນ​ປ້ອງ​ກັນ​ຕົວ ແລະ ​ເພີ່ມ​ທະວີ​ການ​ເຝົ້າ​ລະວັງ​ພະຍາດດັ່ງກ່າວ.ອ່ານເພິ່ມເຕີມ  ...

ເພັດໂພໄຊ ແສງປະເສີດ

ສະຫັດລັດອາເມລິກາ ຊຸກຍູ້ ສະພາທະນາຍຄວາມເພື່ອເພິ່ມທະວີການເຂົ້າເຖິງທາງດ້ານກົດໝາຍໂດຍບໍ່ເສຍຄ່າສຳລັບປະຊາກອນດ້ອຍໂອກາດ

ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ (USAID) ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ລ້າ 525 ລ້ານ​ກວ່າ​ກີບ (​ເທົ່າ​ກັບ 54,768 ​ໂດ​ລາ​ສະຫະລັດ) ​ໃຫ້​ແກ່​ສະພາ​ທະນາຍຄວາມ​ລາວ (LBA). ຊຶ່ງ LBA ຈະນຳໃຊ້ທຶນຊ່ວຍເຫຼືອລ້າ ເພື່ອສ້າງຄຣີນິກຊ່ວຍເຫຼືອດ້ານກົດໝາຍ 17 ແຫ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆໃນລາວ. ສະຫະລັດຍັງຮ່ວມມືກັບ ສປປ ລາວ ໃນການເຄື່ອນໄຫວທີ່ກວ້າງຂວາງເພື່ອສົ່ງເສີມການສຶກສາຂັ້ນພື້ນຖານ, ປັບປຸງສຸຂະພາບ ແລະໂພຊະນາການ, ອໍານວຍຄວາມສະດວກທາງດ້ານການຄ້າ ແລະການລົງທຶນ ແລະ ວຽກງານ ຕ້ານການຄ້າມະນຸດ.ອ່ານເພິ່ມເຕີມ ...

ຂ່າວສານປະເທດລາວ

ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ

ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ  ...

ໜ່ວຍງານໂຄສະນາ

ສະຫະລັດອາເມລິກາ ສະໜອງອຸປະກອນ, ເຄື່ອງມືມູນຄ່າຈຳນວນເງິນ 1 ລ້ານໂດລາ ໃຫ້ແກ່ ໂຄງການລະເບີດບໍ່ທັນແຕກແຫ່ງຊາດລາວ

ສະຫະລັດອາເມລິກາ ປະກອບສ່ວນບັນດາເຄື່ອງກວດລູກລະເບີດທີ່ຍັງບໍ່ທັນແຕກເປັນມູນຄ່າຫຼາຍກ່ວາ 1 ລ້ານໂດລາສະຫະລັດ ຊຶ່ງໄດ້ມອບໃນພິທີຈັດຂື້ນທີ່ສູນພັດທະນາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ວັນທີ 19 ມັງກອນ 2021. ເຄື່ອງອຸປະກອນເຫຼົ່ານັ້ນຈະຖືກມອບໃຫ້ແກ່ໜ່ວຍງານເກັບກູ້ລະເບີດປະຈຳແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ເອກອັກຄະລັດຖະທູດອາເມລິກາປະຈຳລາວ ທ່ານ ເຮມອນ ໄດ້ກ່າວວ່າ “ມັນເປັນຂີດໝາຍທີ່ເຄື່ອງມືດັ່ງກ່າວຈະສາມາດຊ່ວຍໃຫ້ການເຮັດວຽກຂອງຄະນະເກັບກູ້ລະເບີດມີປະສິດທິພາບຂື້ນຕື່ມ ໂດຍສະເພາະໃນການເຂົ້າເຖິງສະຖານທີ່ຫຍຸ້ງຍາກແລະກັນດານ”. ອ່ານຕໍ່ .  ...

ສຳນັກຂ່າວສານປະເທດລາວ

ສະຫະລັດ ແລະ ອົງການຢູນີເຊັບ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ການຮັບມືກັບພະຍາດໂຄວິດ-19

ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ສະໜອງໂທລະໂຄ່ງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ໃຫ້ແກ່ສະຫະພັນແມ່ຍິງລາວ ເພື່ອເພິ່ມຄວາມເອົາໃຈໃສ່ກ່ຽວກັບພະຍາດໂຄວິດ-19 ແລະ ມາດຕະການກັນຕ່າງໆ ໃນລະດັບຊຸມຊົນ. ການສະໜອງດັ່ງກ່າວ ໄດ້ຖືກສະໜັບສະໜູນໂດຍກອງທຶນຈາກ ລັດຖະບານຂອງສະຫະລັດໂດຍຜ່ານອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ ຫຼື USAID. ອ່ານຕໍ່  ...

ສຳນັກຂ່າວສານປະເທດລາວ

ສະຫະລັດອາເມລິກາ ໃຫ້ລາງວັນໃນການຊ່ວຍເຫຼືອດ້ານການພັດທະນາກະສິກຳເພິ່ມເຕີມໃນ ສປປ ລາວ

ກອງທຶນຫຼາຍກ່ວາ 73,000 ໂດລາສະຫະລັດ ໄດ້ຖືກມອບເປັນລາງວັນໃຫ້ແກ່ ສະມາຄົມມັນຕົ້ນລາວ ໃນວັນທີ 10 ທັນວາ ໂດຍ ພະແນກກະສິກຳ (USDA) ຂອງສະຫະລັດອາເມລິກາ ຊຶ່ງເປັນການສ້າງການເຊື່ອມໂຍງໃຫ້ແກ່ໂຄງການເຄືອຂ່າຍກະສິກຳຂະຫຍາຍ (CLEAN). ອ່ານຕໍ່  ...

ຝຣັ່ງຊິດ ສະຫວັນຄຳ

ສາລະຄະດີປະເພນີລາວຈະຫັນເຂົ້າສູ່ລະບົບອອນລາຍ

ຫໍສະໝຸດແຫ່ງຊາດໄດ້ຈັດກອງປະຊຸມສຳມະນາ ເພື່ອນຳສະເໜີຜົນຂອງໂຄງການສາລະຄະດີກ່ຽວກັບປະເພນີລາວ ຊຶ່ງໄດ້ຈັດຂື້ນນັບແຕ່ເດືອນມິຖຸນາ ເຖິງ ທັນວາ ຈາກການອຸປະຖຳຂອງສະຖາທູດເຢຍລະມັນ, ນະຄອນຫຼວງວຽງຈັນ.​ ອ່ານຕໍ່  ...

ຂ່າວສານປະເທດລາວ

ອົງການຢູນີເຊັບ ຮ່ວມກັບ ສະຖານທູດຍີ່ປຸ່ນ ລົງຢ້ຽມຢາມແຂວງອັດຕະປື ເພື່ອຊຸກຍູ້ມາດຕະການຮັບມືກັບໄພພິບັດ

(KPL)- ທ່ານ ເອກອັກຄະລັດຖະທູດປະຈຳ ສປປ ລາວ Keizo Takewaka ພ້ອມດ້ວຍຕົວແທນຈາກ ອົງການຢູນີເຊັບ ໄດ້ລົງຢ້ຽມຢາມເມືອງສະໜາມໄຊ, ແຂວງອັດຕະປີ ໃນວັນທີ 12 ພະຈິກ ເພື່ອສຳຫຼວດຕິດຕາມຊຸກຍູ້ການມາດຕະການຮັບມືກັບໄພພິບັດທີ່ກະທົບຕໍ່ຊຸມຊົນ. ອ່ານຕໍ່ ...

KPL

ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP

ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ  ...

ໂຕະຂ່າວສານປະເທດລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UcHLX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!