ຍີ່ປຸ່ນທຸ້ມທຶນ US$17.8 ລ້ານໂດລາ ເພື່ອຍົກລະດັບລະບົບນ້ຳປະປາຢູ່ຫຼວງພະບາງ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ US$17.8 ລ້ານໂດລາ ເພື່ອປັບປຸງລະບົບນ້ຳປະປາຢູ່ນະຄອນຫຼວງພະບາງ, ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອທີ່ໄດ້ລົງນາມທີ່ນະຄອນວຽງຈັນໃນວັນພະຫັດນີ້.ຂໍ້ຕົກລົງດັ່ງກ່າວແມ່ນຜ່ານການລົງນາມໂດຍ ທ່ານ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ໂຢຊິຮະຣຸ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຍີ່ປຸ່ນຈະຊ່ວຍເຫຼືອອຸປະກອນໃນການຮັບມືກັບໄພພິບັດໃນລາວ

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບອຸປະກອນໃຫ້ແກ່ລາວ ເພື່ອຊ່ວຍເຫຼືອໃນການສ້າງຄວາມສາມາດດ້ານການກະກຽມ, ຈັດການ ແລະ ຮັບມືກັບໄພພິບັດທາງທຳມະຊາດ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດ.ກົມການຂ່າວຂອງກະຊວງໄດ້ຖະແຫຼງໃນມື້ວານນີ້ວ່າ ທ່ານ ເຄນຈິ ວາຄາມິຢະ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ຢືນຢັນການຊ່ວຍເຫຼືອທີ່ບໍ່ກ່ຽວກັບໂຄງການຂອງລັດຖະບານຍີ່ປຸ່ນສຳລັບປະເທດລາວ ໃນລະຫວ່າງການຈັດກອງປະຊຸມພາຄີກັບກະຊວງການຕ່າງປະເທດລາວລາວ ນຳໂດຍທ່ານ ທອງພັນ ສະຫວັນເພັດ.ອ່ານຕໍ່ ...

http://Ekaphone Phouthonesy

EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604

ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065

ອອສ໌ເຕຼເລຍສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກນ້ອຍລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນ 582 ແຫ່ງໃນເກົ້າແຂວງ ໄດ້ຮັບຫ້ອງຮຽນໃໝ່ ພ້ອມທັງນ້ຳສະອາດ ແລະ ສຸຂາພິບານ ພາຍໃຕ້ການຊ່ວຍເຫຼືອຂອງ ອອສ໌ເຕຼເລຍ ຮ່ວມກັບສະຫະພາບຢູໂຣບ, ຜ່ານໂຄງການສົ່ງເສີມຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນລາວ (BEQUAL).ພິທີມອບຮັບສິ່ງອຳນວຍຄວາມສະດວກໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນອາທິດນີ້ ພາຍໃຕ້ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກສຶກສາ ແລະ ກິລາຈາກເກົ້າແຂວງທີ່ໄດ້ຮັບຜົນປະໂຫຍດ, ກໍຄືຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງທີ່ມີສ່ວນຮ່ວມຕ່າງໆ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/australia-boosts-laos-children%E2%80%99s-access-better-quality-education-105064

ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ

ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ລັດຖະບານລາວ, ອົງການ UNFPA ເປີດຕົວການສຶກສາຄົ້ນຄວ້າກ່ຽວກັບ ສປປ ລາວ ເຖິງປີ 2030

(ຂປລ) ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານລາວ, ອົງການກອງທຶນສະຫະປະຊາຊາດເພື່ອປະຊາກອນ (UNFPA), ຮ່ວມກັບກະຊວງແຜນການ ແລະ ການລົງທຶນ,​ ໄດ້ທຳການເປີດຕົວການສຶກສາກ່ຽວກັບ ສປປ ລາວ ເຖິງປີ 2030 ຢ່າງເປັນທາງການ ໃນວັນທີ 18 ກັນຍານີ້, ເຊິ່ງເປັນການຄົ້ນຄວ້າທີ່ສຳຄັນ ແນໃສ່ສຶກສາການປ່ຽນແປງຂອງປະຊາກອນ ແລະ ຄວາມສຳພັນຂອງມັນຕໍ່ກັບບູລິມະສິດໃນການພັດທະນາ.ການວາງແຜນພັດທະນາ ແລະ ການວາງນະໂຍບາຍ ຈຳເປັນຕ້ອງມີຂໍ້ມູນຕົວຈິງ ແລະ ການວິເຄາະສະຖານະການໃນປະຈຸບັນ ແລະ ທ່າອ່ຽງໃນອະນາຄົດ ລວມທັງຄວາມເຂົ້າໃຈກ່ຽວກັບຜົນການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຕໍ່ການປ່ຽນແປງຂອງປະຊາກອນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48248

ສະຫະພາບຢູໂຣບສືບຕໍ່ຊ່ວຍເຫຼືອດ້ານການສຶກສາຂັ້ນພື້ນຖານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອເພີ່ມເຕີມ 135 ລ້ານກວ່າກີບ (14 ລ້ານຢູໂຣ) ສຳລັບໂຄງການສົ່ງເສີມການສຶກສາຂັ້ນພື້ນຖານໃນລາວ ເພື່ອຊ່ວຍເຫຼືອລາວໃນການປະຕິບັດແຜນພັດທະນາການສຶກສາ.ນີ້ແມ່ນຄຳເຫັນຈາກການຢ້ຽມຢາມກະຊວງສຶກສາທິການ ແລະ ກິລາຂອງຄະນະຜູ້ແທນ ອີຢູ ເຊິ່ງນຳໂດຍທ່ານ ປີແອ ອາມີຮັດ ອຳນວຍການປະຈຳພາກພື້ນອາຊີ, ອາຊີກາງ, ຕາເວັກອອກກາງ/ອ່າວ ແລະ ປາຊິຟິກ.ການພົບປະລະຫວ່າງຝ່າຍລາວ ແລະ ອີຢູດັ່ງກ່າວ ແມ່ນເພື່ອຢືນຢັນການຮ່ວມມື ໃນການສະໜັບສະໜູນການພັດທະນາຂະແໜງການສຶກສາໃນລາວ. ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eu-continues-support-basic-education-laos-104287

ອີຢູ ໃຫ້ທຶນຊ່ວຍເຫຼືອ 484 ຕື້ກີບເພື່ອການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ-EU) ໃຫ້ທຶນຊ່ວຍເຫຼືອ 484 ລ້ານກວ່າກີບ (50 ລ້ານຢູໂຣ) ໃນການປັບປຸງດ້ານໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນລາວ.ເຈົ້າໜ້າທີ່ລັດຖະບານຈາກກະຊວງ ແລະ ທ່ານ ເນເວັນ ມີມີກາ ກຳມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນ ສະຫະພາບຢູໂຣບ ໄດ້ເປີດຕົວການລິເລີ່ມໃໝ່ມູນຄ່າ 50 ລ້ານຢູໂຣ ເພື່ອສະໜັບສະໜູນຍຸດທະສາດ ແລະ ແຜນດຳເນີນງານດ້ານໂພຊະນາການແຫ່ງຊາດລາວ ເພື່ອຊ່ວຍຫຼຸດຜ່ານການຂາດສານອາຫານໃນປະເທດ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/eu-provides-484-billion-kip-improve-nutrition-laos-103793

ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ

(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JXGYR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!