News
ອົງການ ຢູນີເຊັບ ແລະ ສະພາແຫ່ງຊາດ ເສີມຂະຫຍາຍຄວາມສາມາດໃນການຈັດສັນງົບປະມານໃຫ້ກັບເດັກເພື່ອການພັດທະນາເດັກນ້ອຍ ແລະແມ່ຍິງໃນລາວ
ອົງການ UNICEF ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ເປັນເວລາ 2 ວັນ ເພື່ອເສີມຂະຫຍາຍ ຄວາມສາມາດ ຂອງສະມາຊິກ ຄະນະກຳມາທິການ ວັດທະນະທຳ ແລະ ສັງຄົມ ຂອງ ສະພາແຫ່ງຊາດ ຈາກທົ່ວ 18 ແຂວງ ໃນການກວດກາ ແລະ ຮັບປະກັນ ງົບປະມານ ແລະ ການໃຊ້ຈ່າຍແຫ່ງຊາດ ເພື່ອຕອບສະໜອງຄວາມຕ້ອງການຂອງເດັກນ້ອຍແລະ ແມ່ຍິງໃນປະເທດ.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ອົງການຢູນີເຊັບ ຮ່ວມກັບ ສະຖານທູດຍີ່ປຸ່ນ ລົງຢ້ຽມຢາມແຂວງອັດຕະປື ເພື່ອຊຸກຍູ້ມາດຕະການຮັບມືກັບໄພພິບັດ
(KPL)- ທ່ານ ເອກອັກຄະລັດຖະທູດປະຈຳ ສປປ ລາວ Keizo Takewaka ພ້ອມດ້ວຍຕົວແທນຈາກ ອົງການຢູນີເຊັບ ໄດ້ລົງຢ້ຽມຢາມເມືອງສະໜາມໄຊ, ແຂວງອັດຕະປີ ໃນວັນທີ 12 ພະຈິກ ເພື່ອສຳຫຼວດຕິດຕາມຊຸກຍູ້ການມາດຕະການຮັບມືກັບໄພພິບັດທີ່ກະທົບຕໍ່ຊຸມຊົນ. ອ່ານຕໍ່ ...
KPL
ລັດຖະບານ, ອົງການ UNICEF ສັນຍາຈະສ້າງອານາຄົດທີ່ດີໃຫ້ແກ່ເດັກນ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນວັນຈັນນີ້ວ່າ ອົງການຈັດຕັ້ງຫຼັກແຫຼ່ງ ເຊັ່ນ ຄະນະກຳມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ, ແມ່ ແລະ ເດັກນ້ອຍ ຈະສືບຕໍ່ປະຕິບັດໜ້າທີ່ ເພື່ອການປົກປ້ອງ, ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ມາເປັນກ້ອນກຳລັງແຮງທີ່ມີປະສິດທິພາບຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳເຫັນດັ່ງກ່າວໃນກອງປະຊຸມລາວໃນຍຸກ 2030 ເຊິ່ງຈັດຂຶ້ນທີ່ນະຄອນວຽງຈັນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 30 ປີ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
