News

ສົງໄສຂອງເສຍຈາກໂຮງງານສົ່ງຜົນໃຫ້ງົວຕາຍ

ຊາວບ້ານ ແລະ ອຳນາດການປົກຄອງກ່າວວ່າ ນ້ຳເສຍທີ່ປ່ອຍຈາກໂຮງງານອາດເປັນສາເຫດການຕາຍຂອງງົວ ກວ່າ 40 ໂຕ ໃນບ້ານແຫ່ງໜຶ່ງໃນລາວ.ອ່ານຕໍ່ ...

ວິທະຍຸເສລີເອເຊຍ

ການລົງທຶນໃນຕະຫຼາດຫຼັກຊັບລາວມີການຂະຫຍາຍຕົວ

ມູນຄ່າຫຸ້ນທີ່ຊື້ຂາຍໃນຕະຫຼາດຫຼັກຊັບລາວ ມີການເຕີບຕົວຢ່າງວ່ອງໄວໃນປີທີ່ຜ່ານມາ ຕາມບົດລາຍງານຂອງທະນາຄານແຫ່ງ ສປປ ລາວ. ທະນາຄານກາງໄດ້ເປີດເຜີຍບົດລາຍງານປະຈຳປີ ເຊິ່ງສະແດງໃຫ້ເຫັນພາບລວມຂອງການພັດທະນາເສດຖະກິດຂອງລາວໃນປີທີ່ຜ່ານມາ ລວມທັງການຊື້ຂາຍໃນຕະຫຼາດຫຼັກຊັບລາວ ໜຶ່ງໃນຕະຫຼາດທຶນແຫ່ງໃໝ່ຂອງປະເທດອ່ານຕໍ່ ...

ເອກະພອນ ພູທອນສີ

ແພດສາທາໃນເຂດຊົນນະບົດສ້າງເຄືອຂ່າຍອອນໄລເພື່ອຕິດຕາມຄວາມຄືບໜ້າວຽກງານ

ເຈົ້າໜ້າທີ່ສາທາລະນະສຸກ ເມືອງເຟືອງແຂວງວຽງຈັນ ໄດ້ໝູນໃຊ້ສື່ສັງຄົມອອນໄລໃນການປະຕິບັດໜ້າທີ່ປະຈຳວັນ. ດຣ ອິນປອນ ມະນີແສງ ຫົວໜ້າຫ້ອງການສາທະລະນະສຸກເມືອງ ໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ສາທາ ແລະ ອາສາສະໝັກສາທາບ້ານອມີການນຳໃຊ້ໂທລະສັບມືຖື ເພື່ອສ້າງເຄືອຂ່າຍສຳລັບການປະຕິບັດງານສຸກເສີນ.ອ່ານຕໍ່ ...

ວຽງຈັນທາມສ໌

ປ້ຳນ້ຳມັນທີ່ບໍ່ເປັນລະບຽບມີເວລາໜຶ່ງປີໃນການຍ້າຍອອກ

ເຈົ້າໜ້າທີ່ລະດັບສູງໄດ້ໃຫ້ຮູ້ວ່າ ປ້ຳນ້ຳມັນທີ່ເປີດກິດຈະການໃກ້ກັບສິ່ງອຳນວຍຄວາມສະດວກ ຫຼື ຕັ້ງຢູ່ໃກ້ພື້ນທີ່ຢູ່ອາໄສເກີນຄວນ ຕ້ອງຍ້າຍອອກພາຍໃນກຳນົດ 1 ປີນັບແຕ່ມື້ນີ້ເປັນຕົ້ນໄປ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກມະຕິໃນຊ່ວງຕົ້ນເດືອນນີ້ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 133 ເພື່ອຈັດລະບຽບທຸລະກິດນ້ຳມັນ ລວມທັງປ້ຳນ້ຳມັນຕ່າງໆ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານທົດລອງຊຳລະພາສີແບບປະຕູດຽວສຳລັບຍານພາຫະນະ

ລັດຖະບານໄດ້ທຳການທົດລອງໂຄງການປະຕູດຽວແຫ່ງຊາດລາວ (LNSW) ທີ່ດ່ານຊາຍແດນສາກົນ ເພື່ອເພີ່ມຄວາມໄວໃນການຊຳລະພາສີຍານພາຫະນະ ແລະ ເຊື່ອມໂຍງປະເທດລາວເຂົ້າກັບລະບົບປະຕູດຽວຂອງອາຊຽນ. ກົມພາສີ ກະຊວງການເງິນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນອາທິດທີ່ຜ່ານມາ ເພື່ອຮ່ວມມືກັນຈັດຕັ້ງປະຕິບັດຂະບວນການດັ່ງກ່າວ.ອ່ານຕໍ່ ...

ສົມສັກ ພົງຂາວ

ເສັ້ນທາງບໍລິຄຳໄຊຮອງຮັບເສັ້ນທາງຫຼວງວຽງຈັນ-ຮ່າໂນ້ຍ

ລາວ ແລະ ຫວຽດນາມໄດ້ອະນຸມັດແຜນການກໍ່ເສັ້ນທາງຫຼວງວຽງຈັນ-ຮ່າໂນ້ຍ ຕັດຜ່ານແຂວງບໍລິຄຳໄຊໃຈກາງຂອງລາວ ແລະ ແຂວງເງອັນໃຈກາງຂອງຫວຽດນາມ ເຊິ່ງມີຄວາມຍາວປະມານ 700 ກມ. ພະນັກງານແຂວງບໍລຄຳໄຊຜູ້ສະຫງວນນາມ ໄດ້ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ໃນມື້ວັນຈັນນີ້ວ່າ ເສັ້ນທາງຫຼວງດັ່ງກ່າວຈະຕັດຂະໜານໄປກັບເສັ້ນທາງເລກທີ 13 ໃຕ້ເດີມ ແລ້ວຫັກເຂົ້າໃສ່ຊາຍແດນລາວຫວຽດ ນ້ຳ​ພາວ-ແກວເຈົາ ທີ່ເມືອງຄຳເກີດແຂວງບໍລິຄຳໄຊ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ທະນາຄານໂລກອະນຸມັດການປັບປຸງຖະໜົນຫຼວງສາຍຫຼັກ

ທະນາຄານໂລກໄດ້ອະນຸມັດໂຄງການປັບປຸງເສັ້ນທາງເລກທີ 13 ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ລຽບຕາມເສັ້ນທາງສາຍຫຼັກດັ່ງກ່າວ. ໃນອາທິດທີ່ຜ່ານມາ ພາຍຫຼັງໄດ້ມີການຕົກລົງອະນຸມັດໂຄງການຈາກຄະນະບໍລິຫານ, ທະນາຄານໂລກໄດ້ອອກຖະແຫຼງການກ່ຽວກັບໂຄງການ ເພື່ອແນໃສ່ປັບປຸງສະພາບ, ຄວາມປອດໄພ, ແລະ ຄວາມສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ຂອງຕອນທາງທີ່ສຳຄັນຂອງເສັ້ນທາງເລກທີ່ 13, ໜຶ່ງໃນເສັ້ນທາງທີ່ສຳຄັນທີ່ສຸດຂອງລາວອ່ານຕໍ່ ...

ເອກະພອນ ພູທອນສີ

ລາວຮ່ວມຮຽກຮ້ອງເພື່ອກ້າວຂ້າມຄວາມບໍ່ສະເໝີພາບໃນໂລກ

ລາວໄດ້ຮ່ວມມືກັບສາກົນເພື່ອຮຽກຮ້ອງແກ້ໄຂບັນຫາຄວາມບໍ່ສະໝີພາບໃນທົ່ວໂລກ ຕາມວາລະການປະຊຸມ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs). ຄະນະລັດຖະບານລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວຄຳຮຽກຮ້ອງໃນກອງປະຊຸມ ຊຸດທີ່ 74 ຂອງຄະນະກຳມາທິການເສດຖະກິດ ແລະ ສັງຄົມ ແຫ່ງອາຊີປາຊີຟິກ ຂອງສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ບາງກອກ ປະເທດໄທ ໃນທ້າຍອາທິດທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ແຂວງຫົວພັນສະເຫຼີມສະຫຼອງເສົາຫຼັກເມືອງຄົບຮອບ 10 ປີ ຕ້ອນຮັບປີທ່ອງທ່ຽວລາວ 2018

ໃນວັນສຸກທີ່ຜ່ານມາ ນັກທ່ອງທ່ຽວຫຼາຍພັນຄົນໄດ້ເຕົ້າໂຮມກັນຢູ່ໃຈກາງແຂວງ ເພື່ອຊົມກິດຈະກຳມ່ວນຊື່ນຕ່າງໆ ທີ່ແຂວງຫົວພັນໄດ້ຈັດຂຶ້ນ ເພື່ອເປັນການເປີດຕົວປີທ່ອງທ່ຽວລາວຢ່າງເປັນທາງການ. ງານດັ່ງກ່າວກົງກັບວັນຄົບຮອບ 10 ປີ ຂອງການສ້າງເສົາຫຼັກເມືອງຊຳເໜືອ ເຊິ່ງຕັ້ງຢູ່ໃຈກາງເມືອງອ່ານຕໍ່ ...

ວຽງຈັນທາມສ໌

ແຂວງສະຫວັນນະເຂດ ພົບເຫັນພະນັກງານລັດລະເມີດ ຄຳສັ່ງເລກທີ 15/ນຍ ເຊິ່ງໄດ້ລົງວິໄນຢ່າງເຂັ້ມງວດ

ເກືອບ 2 ປີ ຢູ່ແຂວງສະຫວັນນະເຂດ ໄດ້ພົບເຫັນການລະເມີດລະບຽບກ່ຽວກັບການຄຸ້ມຄອງເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ຈຳນວນຫລາຍກໍລະນີ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ໄດ້ກວດກາພົບເຫັນການລະເມີດລະບຽບກົດໝາຍປ່າໄມ້ ແລະສັດນໍ້າ-ສັດປ່າໄດ້ 279 ກໍລະນີ ໃນນີ້ໄດ້ຮູ້ຜູ້ກະທຳຜິດ 204 ກໍລະນີ ແລະຍັງບໍ່ຮູ້ຜູ້ກະທຳຜິດ 75 ກໍລະນີ ໂດຍໄດ້ຢຶດໄມ້ ແລະຜະລິດຕະພັນໄມ້ຈຳນວນ 3.421 ແມັດກ້ອນ ກັບ 45.190 ກິໂລອ່ານຕໍ່ ...

ລາວອັບເດດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3yJ2j
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!