News

ຊ່ຽວຊານສາທາກະກຽມການປ້ອງກັນຢູ່ດ່ານຂາເຂົ້າ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ

ຕາງໜ້າຄູ່ຮ່ວມພັດທະນາ ແລະກົມກອງຂອງກະຊວງສາທາລະນະສຸກໄດ້ປະຊຸມກັນໃນມື້ວານນີ້ຢູ່ວຽງຈັນ ເພື່ອປຶກສາຫາລືການກະກຽມດ່ານຂາເຂົ້າ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ຈີໄອແຊັດ ສະໜັບສະໜູນ ຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກ

(ຂປລ) ຈີໄອແຊັດຢືນຢັນການສະໜັບສະໜູນ ແລະ ຮ່ວມມືກັບກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອສົ່ງເສີມໃຫ້ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໄດ້ຮັບສະຖານະພາບເປັນມໍລະດົກໂລກ ຈາກອົງການ UNESCO.ອ່ານຕໍ່ ...

ຂປລ

ແຜນປູກຕົ້ນໄມ້ໃຫ້ເປັນປ່າ ຕ້ອນຮັບວັນປູກຕົ້ນໄມ້

ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ປະກາດແຜນການທີ່ມຸ່ງໝັນໃນການປູກຕົ້ນໄມ້ໃຫ້ໄດ້ 27,000 ເຮັກຕາ ໃນປີນີ້ ເພື່ອເປັນການເພີ່ມພື້ນທີ່ປ້າໄມ້  ແລະ ຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດປະຈຳປີ ໃນວັນທີ 1 ມິຖຸນານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກະຊວງຈະສ້າງການສຶກສາໃຫ້ເຂົ້າເຖິງເດັກນ້ອຍໃນຊົນນະບົດທົ່ວເຖິງຍິ່ງຂຶ້ນ

ກະຊວງສຶກສາ ແລະ ກິລາ ວາງແຜນເພີ່ມໂອກາດໃຫ້ແກ່ເດັກນ້ອຍຊົນນະບົດໄດ້ເຂົ້າເຖິງການສຶກສາ ໂດຍການສ້າງຫ້ອງຮຽນ ແລະ ຫໍພັກສຳລັບຄູເພີ່ມເຕີມ. ກະຊວງໄດ້ປະກາດການລິເລີ່ມດັ່ງກ່າວໃນກອງປະຊຸມ ເພື່ອຄຳນັບຮັບຕ້ອນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງຫົວພັນຈະເລັ່ງມືການພັດທະນາ ທັງແກ້ໄຂບັນຫາການສໍ້ລາດບັງຫຼວງ

ອຳນາດການປົກຄອງແຂວງຫົວພັນ ໄດ້ຖືກມອບໝາຍໃຫ້ເລັ່ງມື ໃນການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ແກ້ໄຂບັນຫາການສໍ້ລາດບັງຫຼວງໃນແຂວງພາກເໜືອ. ໃນໂອກາດເດີນທາງຢ້ຽມຢາມແຂວງດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານແຂວງເພີ່ມທະວີບົດບາດການນຳ ເພື່ອແກ້ໄຂຄວາມທຸກຍາກ ປະກອບສ່ວນນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດໃນປີ 2020.ອ່ານຕໍ່ ...

ວຽງຈັນທາມສ໌

ເອດີບີ, ລາວ ລົງນາມໃນຂໍ້ຕົກລົງສົ່ງເສີມການປະຕິຮູບຂະແໜງສາທາລະນະສຸກ

ທະນາຄານພັດທະນາອາຊີ (ເອດີບີ) ແລະ ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອລ້າຕາມນະໂຍບາຍ ເປັນຈຳນວນ 30 ລ້ານໂດລາສະຫະລັດ ສຳລັບໂຄງການຍ່ອຍອັນດັບທີສອງຂອງໂຄງການຄຸ້ມຄອງຂະແໜງການສາທາລະນະສຸກ ເພື່ອຊ່ວຍຂະຫຍາຍຄວາມທົ່ວເຖິງດ້ານການປິ່ນປົວສຸຂະພາບ ແລະປັບປຸງການບໍລິການສາທາລະນະສຸກ.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ແຮງງານພິຈາລະນາຍຸດທະສາດການຈ້າງງານໃນຊົນນະບົດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໜ່ວຍງານລັດຖະບານທີ່ກ່ຽວຂ້ອງ ໄດ້ຈັດບັ້ນປະຊຸມຮວມຮວມແນວຄິດໃນການຮ່າງຍຸດທະສາດການຈ້າງງານທີ່ກຳລັງເປັນຮູບເປັນຮ່າງ ເພື່ອຮັບປະກັນໃຫ້ທຸກໆຊົນເຜົ່າສາມາດເຂົ້າເຖິງການປະກອບອາຊີບ. ບັ້ນປະຊຸມດັ່ງກ່າວໄດ້ຈັດຂຶ້ນເພື່ອໃຫ້ໜ່ວຍງານທີ່ກ່ຽວຂອງໄດ້ມີສ່ວນຮ່ວມໃນການແບ່ງປັນແນວຄິດກ່ຽວກັບເນື້ອໃນຂອງຍຸດທະສາດດັ່ງກ່າວ ເພື່ອຮັບປະກັນໃຫ້ມີຄວາມຄົບຖ້ວນສົມບູນຫຼາຍທີ່ສຸດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຖ້ຽວບິນໃໝ່ເພື່ອສົ່ງເສີມການເຊື່ອມຕໍ່ລະຫວ່າງລາວ ແລະ ຈີມ

ໃນວັນຈັນນີ້ ລາວ ແລະ ຈີນ ໄດ້ເລີ່ມເປີດເສັ້ນທາງຂົນສົ່ງທາງອາກາດໃໝ່ ລະຫວ່າງສອງປະເທດ ເຊິ່ງບໍ່ພຽງແຕ່ແນໃສ່ສົ່ງເສີມການທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການຮ່ວມມືໃນຂະແໜງການຕ່າງໆນຳອີກ. ຖ້ຽວບິນໃໝ່ນີ້ ຈະໃຫ້ບໍລິການນັກທ່ອງທ່ຽວ ແລະ ຜູ້ເດີນທາງລະຫວ່າງ ວຽງຈັນ, ຫຼວງພະບາງ ຂອງລາວ ແລະ ມົນທົນໄຫໜານ ຂອງຈີນ. ນີ້ເປັນຂະແໜງການໜຶ່ງທີ່ລັດຖະບານຈີນຕ້ອງການເປີດກວ້າງ ພາຍໃຕ້ “ການລິເລີ່ມ ໜຶ່ງແຖບ ໜຶ່ງເສັ້ນທາງ” ເພື່ອສົ່ງເສີມການພົວພັນທາງດ້ານເສດຖະກິດ ແລະ ສັງຄົມລະຫວ່າງລາວ ແລະ ຈີນອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ພະຍາດປາກເປື່ອຍລົງເລັບຂ້າຊີວິດສັດລ້ຽງ 700 ໂຕໃນແຂວງຫົວພັນ

ການລະບາດຂອງພະຍາດປາກເປື່ອຍລົງເລັບ ເຊິ່ງເລີ່ມຕົ້ນຢູ່ແຂວງຫົວພັນ ນັບແຕ່ເດືອນພະຈິກປີຜ່ານມາເປັນຕົ້ນມາ ໄດ້ຕິດແປດໃສ່ສັດລ້ຽງຫຼາຍກວ່າ 10,800 ໂຕ ແລະ ເຮັດໃຫ້ຕາຍອີກ 700 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ໃນມື້ວານນີ້.​ ຄາດຄະເນມູນຄ່າສັດລ້ຽງທີ່ຕາຍແມ່ນຫຼາຍກວ່າ 1 ຕື້ກີບ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ເປີດໄຟຂຽວການສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5

ຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການປະເທດໄທ ຈະເລີ່ມລົງມືທຳການກໍ່ສ້າງ ຫຼັງຈາກໄດ້ຮັບການອະນຸມັດຈາກທັງສອງປະເທດຢ່າງເປັນທາງການ. ໜຶ່ງໃນພະນັກງານຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໜັງສືພິມວຽງຈັນທາມສ໌ໃນວັນອັງຄານນີ້ວ່າ ເຈົ້າໜ້າທີ່ຝ່າຍລາວແລະໄທ ໄດ້ທຳການອະນຸມັດແຜນການດັ່ງກ່າວແລ້ວໃນການພົບປະກັນຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນປີນີ້. ນອກຈາກນັ້ນຍັງມີການສະເໜີການກໍ່ສ້າງຂົວມິດຕະພາບແຫ່ງທີຫົກ ເພື່ອເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນລາດຊະທານີ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eAyhX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!