ການຜະລິດກະສິກຳ
ການລ້ຽງສັດ
ບໍລິສັດ Unitel, ກະຊວງກະສິກຳ ແລະ ປ່າໄມ້ເພີ່ມ ທະວີການຮ່ວມມືໃນການສຶກສາດ້ານດິຈິຕອນຂອງລະບົບຊົນລະປະທານ
ບົດບັນທຶກການຮ່ວມມືດັ່ງກ່າວ ແມ່ນເປັນການຢັ້ງຢືນເຖິງການຮ່ວມມືທັງສອງຝ່າຍ ໃນການສຶກສາພັດທະນາການບໍລິການນໍ້າປະປາດ້ວຍລະບົບດິຈິຕອລ ແລະ ເພື່ອສຶກສາ ແລະ ພັດທະນາການບໍລິການດ້ານວິຊາການທີ່ກ່ຽວຂ້ອງກັບຊົນລະປະທານ, ກະສິກຳ ແລະ ການປະມົງ. ກິດຈະກຳເຫຼົ່ານີ້ຈະປັບປຸງການຄຸ້ມຄອງ ແລະ ການບໍລິການນ້ຳຊົນລະປະທານໃຫ້ແກ່ລັດຖະບານ ແລະ ປະຊາຊົນທົ່ວໄປຕາມ “ການຫັນເປັນດິຈິຕອນ” ຜ່ານການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ສອດຄ່ອງກັບນະໂຍບາຍ ແລະ ແຜນພັດທະນາແຫ່ງຊາດຂອງລັດຖະບານ. ອ່ານເພິ່ມເຕີມ ...
ໂຕະໂຄສະນາ
ນິວຊີແລນຊ່ວຍເຫຼືອດ້ານການລ້ຽງສັດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຈາກສີ່ແຂວງຂອງລາວ ໄດ້ຮຽນຮູ້ວິທີການລ້ຽງສັດຜ່ານການລິເລີ່ມການເພາະລ້ຽງງົວລາວຄຸນນະພາບ (LQBI).ທີມງານໂຄງການ ຮ່ວມກັບອຳນາດການປົກຄອງເມືອງ ໄດ້ຈັດບັ້ນຝຶກອົບຮົມ ໃນວັນອັງຄານນີ້ ທີ່ວຽງຈັນ ກ່ຽວກັບວິທີການລ້ຽງງົວຄວາຍຂະໜາດນ້ອຍ ສຳລັບຊາວກະສິກອນແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ສະຫວັນນະເຂດ.ການລິເລີ່ມການເພາະລ້ຽງງົວລາວຄຸນນະພາບ ແມ່ນການຮ່ວມມືລະຫວ່າງລັດຖະບານລາວ ແລະ ນິວຊີແລນ ເພື່ອຍົກລະດັບການຜະລິດ ແລະ ຄຸນນະພາບຂອງງົວຄວາຍທີ່ລ້ຽງໃນທ້ອງຖິ່ນ. ໂຄງການມູນຄ່າ 5 ລ້ານໂດລານິວຊີແລນ (US$3.6 ລ້ານໂດລາ) ດັ່ງກ່າວໄດ້ມີການລົງນາມໃນປີ 2017.ອ່ານຕໍ່ ...
ໂຕະຂ່າວ
ສັດຕະວະແພດສືບສວນການລົ້ມຕາຍຂອງງົວຄວາຍ 25 ຕົວ ໃນແຂວງວຽງຈັນ
ອຳນາດການປົກຄອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ລາຍງານວ່າ ການລົ້ມຕາຍຂອງງົວຄວາຍ 25 ໂຕ ດັ່ງກ່າວແມ່ນຍ້ອນການຕິດເຊື້ອໄຂ້ເລືອດອອກໃນສັດ ແລະບໍ່ກວດພົບສານພິດໃດໆໃນການຕາຍດັ່ງກ່າວ. ຝູງງົວຄວາຍດັ່ງກ່າວໄດ້ລົ້ມຕາຍລົງໃນລະຫວ່າງ ວັນທີ 17 ຫາ 22 ພຶດສະພາ ທີ່ເມືອງຊະນະຄາມ. ໃນວັນທີ 17 ນັ້ນ ພົບວ່າມີຄວາຍຕາຍ 13 ຕົວ ຢູ່ບ້ານນາສົມບູນ, ມາຮອດວັນທີ 19 ມີງົວຕາຍເພີ່ມອີກສອງຕົວ ຢູ່ບ້ານໂພນສະຫວັນ. ແລະ ໃນວັນທີ 22 ພົບງົວຄວາຍຕາຍເພີ່ມອີກ 10 ຕົວ ຢູ່ບ້ານແສງຈະເລີນ.ອ່ານຕໍ່ ...
ວຽງຈັນທາມສ໌
ພົບງົວຄວາຍໃນແຂວງວຽງຈັນລົ້ມຕາຍໂດຍບໍ່ຮູ້ສາເຫດ
ຈາກເຫດການທີ່ງົວໃນພື້ນທີ່ນະຄອນຫຼວງວຽງຈັນລົ້ມຕາຍໃນເດືອນນີ້, ຍັງພົບການລົ້ມຕາຍຂອງງົວຄວາຍຕື່ມໃນຫຼາຍບ້ານ ໃນແຂວງວຽງຈັນ. ປະຈຸບັນ ເຈົ້າໜ້າທີ່ສັດຕະວະແພດ ຍັງບໍ່ສາມາດລະບຸສາເຫດຂອງກົນລົ້ມຕາຍດັ່ງກ່າວ.ອ່ານຕໍ່ ...
ເດິລາວທຽນທາມສ໌
ພະຍາດປາກເປື່ອຍລົງເລັບຂ້າຊີວິດສັດລ້ຽງ 700 ໂຕໃນແຂວງຫົວພັນ
ການລະບາດຂອງພະຍາດປາກເປື່ອຍລົງເລັບ ເຊິ່ງເລີ່ມຕົ້ນຢູ່ແຂວງຫົວພັນ ນັບແຕ່ເດືອນພະຈິກປີຜ່ານມາເປັນຕົ້ນມາ ໄດ້ຕິດແປດໃສ່ສັດລ້ຽງຫຼາຍກວ່າ 10,800 ໂຕ ແລະ ເຮັດໃຫ້ຕາຍອີກ 700 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ໃນມື້ວານນີ້. ຄາດຄະເນມູນຄ່າສັດລ້ຽງທີ່ຕາຍແມ່ນຫຼາຍກວ່າ 1 ຕື້ກີບ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ