ສັດຕະວະແພດສືບສວນການລົ້ມຕາຍຂອງງົວຄວາຍ 25 ຕົວ ໃນແຂວງວຽງຈັນ

ອຳນາດການປົກຄອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ລາຍງານວ່າ ການລົ້ມຕາຍຂອງງົວຄວາຍ 25 ໂຕ ດັ່ງກ່າວແມ່ນຍ້ອນການຕິດເຊື້ອໄຂ້ເລືອດອອກໃນສັດ ແລະບໍ່ກວດພົບສານພິດໃດໆໃນການຕາຍດັ່ງກ່າວ. ຝູງງົວຄວາຍດັ່ງກ່າວໄດ້ລົ້ມຕາຍລົງໃນລະຫວ່າງ ວັນທີ 17 ຫາ 22 ພຶດສະພາ ທີ່ເມືອງຊະນະຄາມ. ໃນວັນທີ 17 ນັ້ນ ພົບວ່າມີຄວາຍຕາຍ 13 ຕົວ ຢູ່ບ້ານນາສົມບູນ, ມາຮອດວັນທີ 19 ມີງົວຕາຍເພີ່ມອີກສອງຕົວ ຢູ່ບ້ານໂພນສະຫວັນ. ແລະ ໃນວັນທີ 22 ພົບງົວຄວາຍຕາຍເພີ່ມອີກ 10 ຕົວ ຢູ່ບ້ານແສງຈະເລີນ.

ອ່ານຕໍ່…

ວຽງຈັນທາມສ໌