ແຮງງານ

ນະໂຍບາຍ ແລະ ການຄຸ້ມຄອງດ້ານແຮງງານ

ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ

ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ.​ ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້  ...

ໄພບູນ ທະນະບົວສີ

ກະຊວງແຮງງານ,​ ອົງການ ILO ວາງແຜນຍົກລະດັບຄວາມປອດໄພສຳລັບກຳມະກອນຕັດຫຍິບ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໄດ້ປະຊຸມກັນ ຢູ່ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້ ເພື່ອທົບທວນກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນອາຊີບ ເພື່ອແນໃສ່ປົກປ້ອງຄວາມເປັນຢູ່ທີ່ດີຂອງຜູ້ອອກແຮງງງານ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານນາງ ກຼິສ໌ຕີນາ ເຄີດ ທີ່ປຶກສາອົງການ ILO/ກອງທຶນ Vision Zero, ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຈາກກະຊວງ ແລະ ແຂກທີ່ຖືກເຊີນ.ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ຫາລືຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກອງທຶນ Vision Zero ໃນຂະແໜງຕັດຫຍິບໃນແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ

ລາວຈະປັບປຸງຄຸນນະພາບ ໃນການເກັບກຳຂໍ້ມູນແຮງງານ

ວຽງຈັນ, 12 ທັນວາ (Xinhua) — ລາວຈະເສີມຂະຫຍາຍຄຸນນະພາບຂອງຂໍ້ມູນ ຜູ້ອອກແຮງງານທັງພາຍໃນ ແລະ ຕ່າງປະເທດຢູ່ໃນລາວ, ກໍຄືແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ.ບົດບັນທຶກຄວາມເຂົ້າໃຈ ໄດ້ມີການລົງນາມເພື່ອດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໃນວັນອັງຄານນີ້ ທີ່ນະຄອນຫຼວງວຽງຈັນ, ຕາມການລາຍງານຂອງສຳນັກຂ່າວລາຍວັນທ້ອງຖິ່ນ ວຽງຈັນທາມສ໌ ໃນວັນພະຫັດນີ້.ອ່ານຕໍ່ ...

xuxin

ຜູ້ອອກແຮງງານລາວໄດ້ຮັບປະໂຫຍດຈາກການປັບປຸງນະໂຍບາຍແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າທີ່ແຮງງານກ່າວວ່າ ແຮງງານລາວໄດ້ຮັບປະໂຫຍດຈາກກການເພີ່ມທະວີການສະໜັບສະໜູນໃນຊຸມປີຜ່ານມາ ແລະ ປະຈຸບັນ ຊາວໜຸ່ມສ່ວນໃຫຍ່ກໍສາມາດເຂົ້າເຖິງການພັດທະນາທັກສະການອອກແຮງງານໃນຮູບແບບຕ່າງໆ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ພະຍາຍາມເປັນເວລາຫຼາຍປີ ໃນການຝຶກອົບຮົມຝີມືແຮງງານ ໂດຍການຈັດຝຶກອົບຮົມທັກສະວິຊາຊີບທີ່ຈຳເປັນ ໃຫ້ແກ່ຊາວໜຸ່ມຜູ້ທຸກຍາກ.ໃນປະຈຸບັນ ຊາວໜຸ່ມມີໂອກາດຫຼາຍຂຶ້ນໃນການພັດທະນາທັກສະຂອງຕົນ ຍ້ອນການປັບປຸງນະໂຍບາຍແຮງງານດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງແຮງງານ ຫາລືກົນໄກໃນການຈັດວາງຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງເຮັດວຽກສົມທົບກັບ ສະຫະພັນກຳມະບານລາວ ແລະ ຕາງໜ້າຂະແໜງແຮງງານ ເພື່ອສະຫຼຸບຂໍ້ສະເໜີສຳລັບການຈັດຕັ້ງຄ່າແຮງງານຂັ້ນຕ່ຳ.ການຈັດຕັ້ງ ແລະ ການປັບຂຶ້ນຄ່າແຮງງານຂັ້ນຕ່ຳແມ່ນ ແນໃສ່ສົ່ງເສີມລາຍຮັບ ແລະ ປັບປຸງສະຫວັດດີການສຳລັບຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ແລະ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະ ສົ່ງເສີມການຄອບຄຸມທົ່ງສັງຄົມ.ໃນລະຫວ່າງກອງປະຊຸມຫາລືສາມຝ່າຍ ໃນອາທິດແລ້ວນີ້ ຜູ້ເຂົ້າຮ່ວມໄດ້ສົນທະນາປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/labour-ministry-mulls-mechanisms-setting-minimum-wage-105664

ກຸ່ມປະເທດ CLMTV ຫາລືການປົກປ້ອງສິດທິຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກພື້ນ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານພັດຖິ່ນ, ຕາມການເປີດເຜີຍໃນກອງປະຊຸມທີ່ສຽບລຽບ ປະເທດກຳປູເຈຍໃນອາທິດແລ້ວນີ້.ກອງປະຊຸມລັດຖະມົນຕີຄັ້ງທີ 3 ວ່າດ້ວຍການຮ່ວມມືດ້ານແຮງງານໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ພາຍໃຕ້ຫົວຂໍ້ “ເສັ້ນທາງສູ່ການປົກປ້ອງແຮງງານພັດຖິ່ນໃນບັນດາປະເທດ CLMTV: ການຮ່ວມມືດ້ານຄວາມໝັ້ນຄົງທາງສັງຄົມ” ແມ່ນຈັດຂຶ້ນໃນວັນທີ 17 ກັນຍານີ້ ພາຍໃຕ້ການເປັນປະທານຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງລາດຊະອານາຈັກກຳປູເຈຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/clmtv-highlights-protection-workers%E2%80%99-rights-104726

ເຈົ້າໜ້າທີ່ແຮງງານນະຄອນຫຼວງວຽງຈັນຫາລືກ່ຽວກັບລະບຽບການສຳລັບຜູ້ອອກແຮງງານຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງໃຫ້ຫ້ອງການປົກຄອງເມືອງທຸກແຫ່ງ ຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ອອກໃບອະນຸຍາດອອກແຮງງານໃຫ້ແກ່ພວກເຂົາ ເພື່ອຮັບປະກັນການປະຕິບັດໃຫ້ສອດຄ່ອງຕາມລະບຽບການໃນການຊອກຫາວຽກເຮັດງານທຳໃນລາວ.ເຈົ້າໜ້າທີ່ແຮງງານໄດ້ຈັດກອງປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນສຸກທີ່ຜ່ານມາ ເພື່ອຫາລືກ່ຽວກັບການຂຶ້ນທະບຽນຜູ້ອອກແຮງງານຕ່າງປະເທດ ແລະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/vientiane-labour-officials-mull-foreign-worker-regulation-99722

ລາວຄົ້ນຄວ້າເພື່ອປັບປຸງມາດຕະການເພື່ອຄວາມປອດໄພໃນອາຊີບສຳລັບກຳມະກອນກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອສ້າງຄວາມສາມາດດ້ານວຽກງານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນອາຊີບ ແລະ ພະຍາດແຮງງານຕ່າງໆທີ່ກ່ຽວຂ້ອງຂອງກຳມະກອນກໍ່ສ້າງ.ທ່ານ ພົງໄຊສັກ ອິນທິລາດ ຫົວໜ້າກົມຄຸ້ມຄອງແຮງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳໝັ້ນໃນກອງປະຊຸມກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ອອກແຮງງານ ແລະ ລະບຽບຮຽບຮ້ອຍໃນການປະກອບອາຊີບ ໃນການຄຸ້ມຄອງການກໍ່ສ້າງຂະໜາດນ້ອຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ຫວຽດນາມຈະສືບຕໍ່ການຮ່ວມມືດ້ານການພັດທະນາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຫວຽດນາມໄດ້ຢືນຢັນວ່າຈະສືບຕໍ່ການຮ່ວມມື ເພື່ອພັດທະນາທັກສະຝີມືແຮງງານໃນລາວ ແລະ ປົກປ້ອງສິດທິຂອງຜູ້ອອກແຮງງານໃນສອງຊາດ.ຜູ້ເຂົ້າຮ່ວມໃນກອງປະຊຸມຂະແໜງແຮງງານ ແລະ ສະຫວັດດີການສັງຄົມລາວ-ຫວຽດນາມປະຈຳປີ ທີ່ວຽງຈັນ ໄດ້ບັນລຸຂໍ້ຕົກລົງເອກະພາບກ່ຽວກັບມາດຕະການໃນການສົ່ງເສີມສາຍພົວພັນດ້ານແຮງງານຂອງສອງຝ່າຍ ເຊິ່ງຕົ້ນຕໍແມ່ນແນໃສ່ການສ້າງການຮ່ວມມືສອງຊາດຢ່າງເລິກເຊິ່ງ ແລະ ຍົກສູງປະສິດທິພາບຂອງແຜນການກ່ຽວກັບແຮງງານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະມົນຕີສາທາຊຸກຍູ້ນະໂຍບາຍສຳລັບນັກສຶກສາແພດທີ່ຈົບໃໝ່

ລາວຕ້ອງການນະໂຍບາຍສະເພາະເພື່ອສົ່ງເສີມໂອກາດສຳລັບນັກສຶກສາແພດຈົບໃໝ່ທີ່ດີເດັ່ນ, ທ່ານ (ຮສ ດຣ) ບຸນກອງ ສີຫາວົງແນະນຳຊ່ຽວຊານໃນຂະແໜງສາທາ.ທ່ານລັດຖະມົນຕີກ່າວວ່ານະໂຍບາຍໃໝ່ຈະຕ້ອງຮັບປະກັນຕຳແໜ່ງງານໃນລະບົບໂກຕາ ເພື່ອຮັບປະກັນຊ່ອງທາງໃນການປະກອບອາຊີບສຳລັບນັກສຶກສາແພດທີ່ຮຽນຈົບໃໝ່ ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບການພັດທະນາຊັບພະຍາກອນມະນຸດຂອງຂະແໜງການ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6x3PD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!