ນະໂຍບາຍ ແລະ ການຄຸ້ມຄອງດ້ານແຮງງານ

ຄວາມປອດໄພ ແລະ ສຸຂະພາບໃນການເຮັດວຽກ

ກະຊວງແຮງງານ,​ ອົງການ ILO ວາງແຜນຍົກລະດັບຄວາມປອດໄພສຳລັບກຳມະກອນຕັດຫຍິບ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໄດ້ປະຊຸມກັນ ຢູ່ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້ ເພື່ອທົບທວນກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນອາຊີບ ເພື່ອແນໃສ່ປົກປ້ອງຄວາມເປັນຢູ່ທີ່ດີຂອງຜູ້ອອກແຮງງງານ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານນາງ ກຼິສ໌ຕີນາ ເຄີດ ທີ່ປຶກສາອົງການ ILO/ກອງທຶນ Vision Zero, ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຈາກກະຊວງ ແລະ ແຂກທີ່ຖືກເຊີນ.ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ຫາລືຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກອງທຶນ Vision Zero ໃນຂະແໜງຕັດຫຍິບໃນແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ

ລາວຄົ້ນຄວ້າເພື່ອປັບປຸງມາດຕະການເພື່ອຄວາມປອດໄພໃນອາຊີບສຳລັບກຳມະກອນກໍ່ສ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອສ້າງຄວາມສາມາດດ້ານວຽກງານຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນອາຊີບ ແລະ ພະຍາດແຮງງານຕ່າງໆທີ່ກ່ຽວຂ້ອງຂອງກຳມະກອນກໍ່ສ້າງ.ທ່ານ ພົງໄຊສັກ ອິນທິລາດ ຫົວໜ້າກົມຄຸ້ມຄອງແຮງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄຳໝັ້ນໃນກອງປະຊຸມກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ອອກແຮງງານ ແລະ ລະບຽບຮຽບຮ້ອຍໃນການປະກອບອາຊີບ ໃນການຄຸ້ມຄອງການກໍ່ສ້າງຂະໜາດນ້ອຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ດຳລັດໃໝ່ຮັບປະກັນເລື່ອງຄວາມປອດໄພ ແລະ ສຸຂະພາບໃນສະຖານທີ່ອອກແຮງງານໃນລາວ

ຜູ້ອອກແຮງງານມີສິດທິຕາມກົດໝາຍໃນການຮຽກຮ້ອງຕໍ່ຜູ້ຈ້າງງານ ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານ, ຕາມລັດຖະດຳລັດສະບັບໃໝ່. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງເອົາດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນຕົ້ນເດືອນນີ້. ດຳລັດຈຳນວນ 22 ໜ້າດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນຈົດໝາຍວຽນທາງລັດຖະການໃນວັນທີ 25 ກຸມພານີ້ ຈະມີຜົນບັງຄັບໃຊ້ຫຼັງຈາກ 15 ວັນນັບແຕ່ມື້ເຜີຍແຜ່. ຜູ້ອອກແຮງງານສາມາດຍື່ນຄຳຮ້ອງຕໍ່ອົງການຄຸ້ມຄອງແຮງງານ ເພື່ອຮ້ອງຮຽນໃນກໍລະນີທີ່ນາຍຈ້າງບໍ່ດຳເນີນການປັບປຸງສະພາບແວດລ້ອມຂອງສະຖານທີ່ອອກແຮງງານໃຫ້ສອດຄ່ອງຕາມມາດຕະຖານດ້ານສຸຂະພາບ ແລະ ຄວາມປອດໄພ ຕາມການຮ້ອງຂໍຂອງຜູ້ອອກແຮງງານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານ ແລະ ອົງການ ILO ຮ່ວມກັນສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານ

ລັດຖະບານ ໄດ້ບັນລຸຂໍ້ຕົກລົງຮ່ວມກັບອົງການແຮງງານສາກົນ (ILO) ໃນການຈັດຕັ້ງປະຕິບັດໂຄງການຕ່ອງໂສ້ການສົ່ງເສີມຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນລາວ, ແນໃສ່ປົກປ້ອງຜູ້ອອກແຮງງານ.ໃນວັນອັງຄານທີ່ຜ່ານມາໄດ້ມີການລົງນາມບົດບັນທຶກຂໍ້ຕົກລົງການຮ່ວມມືຂອງໂຄງການ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ILO.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ-ຈີນຮ່ວມມືເພື່ອປັບປຸງຄວາມປອດໄພໃນສະຖານທີ່ເຮັດວຽກ

ລາວ ແລະ ຈີນ ຕົກລົງສືບຕໍ່ການຮ່ວມມືໃນຂະແໜງການແຮງງານ ເພື່ອເນັ້ນໃສ່ການປັບປຸງຄວາມປອດໄພໃນການປະກອບອາຊີບໃນລາວ. ຂໍ້ຕົກລົງການຮ່ວມມືດັ່ງກ່າວແມ່ນແນໃສ່ການຢ້ຽມຢາມແລກປ່ຽນ ລະຫວ່າງພະນັກງານວິຊາການ ແລະ ເຈົ້າໜ້າທີ່ການນຳທີ່ກ່ຽວຂ້ອງຂອງສອງຝ່າຍ ແລະ ໂຄງການຮ່ວມມືດ້ານແຮງງານອື່ນໆ ຕາມການສະເໜີຂອງແຕ່ລະຝ່າຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງແຮງງານ ແລະ ບັນດາຄູ່ຮ່ວມງານຫາລືບັນຫາສຸຂະພາບ ແລະ ຄວາມປອດໄພຂອງຜູ້ອອກແຮງງານ

ເຈົ້າໜ້າທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄູ່ຮ່ວມງານໄດ້ປະຊຸມກັນທີ່ນະຄອນວຽງຈັນເພື່ອຫາລືບັນຫາໃນປະຈຸບັນກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານໃນລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຜນລົບລ້າງພະຍາດທີ່ກ່ຽວຂອງກັບການນຳໃຊ້ໃຍຫີນທົ່ວປະເທດ

ຕາມການເປີດເຜີຍຂອງພະນັກງານການນຳ, ປະເທດລາວວາງແຜນລົບລ້າງພະຍາດທີ່ກ່ຽວຂ້ອງກັບການນຳໃຊ້ໃຍຫີນທີ່ເກີດໃນກຳມະກອນ ໂດຍການງົດເວັ້ນການນຳໃຊ້ວັດສະດຸທີ່ມີສ່ວນປະກອບຂອງໄຍຫີນ ເພື່ອຢຸດຄວາມສ່ຽງຈາກການສຳຜັດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

j5n2S
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!