ດຳລັດໃໝ່ຮັບປະກັນເລື່ອງຄວາມປອດໄພ ແລະ ສຸຂະພາບໃນສະຖານທີ່ອອກແຮງງານໃນລາວ

ຜູ້ອອກແຮງງານມີສິດທິຕາມກົດໝາຍໃນການຮຽກຮ້ອງຕໍ່ຜູ້ຈ້າງງານ ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານ, ຕາມລັດຖະດຳລັດສະບັບໃໝ່. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງເອົາດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນຕົ້ນເດືອນນີ້. ດຳລັດຈຳນວນ 22 ໜ້າດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນຈົດໝາຍວຽນທາງລັດຖະການໃນວັນທີ 25 ກຸມພານີ້ ຈະມີຜົນບັງຄັບໃຊ້ຫຼັງຈາກ 15 ວັນນັບແຕ່ມື້ເຜີຍແຜ່. 

ຜູ້ອອກແຮງງານສາມາດຍື່ນຄຳຮ້ອງຕໍ່ອົງການຄຸ້ມຄອງແຮງງານ ເພື່ອຮ້ອງຮຽນໃນກໍລະນີທີ່ນາຍຈ້າງບໍ່ດຳເນີນການປັບປຸງສະພາບແວດລ້ອມຂອງສະຖານທີ່ອອກແຮງງານໃຫ້ສອດຄ່ອງຕາມມາດຕະຖານດ້ານສຸຂະພາບ ແລະ ຄວາມປອດໄພ ຕາມການຮ້ອງຂໍຂອງຜູ້ອອກແຮງງານ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ