ກຸ່ມປະເທດ CLMTV ຫາລືການປົກປ້ອງສິດທິຂອງຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ພາກພື້ນ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານພັດຖິ່ນ, ຕາມການເປີດເຜີຍໃນກອງປະຊຸມທີ່ສຽບລຽບ ປະເທດກຳປູເຈຍໃນອາທິດແລ້ວນີ້.

ກອງປະຊຸມລັດຖະມົນຕີຄັ້ງທີ 3 ວ່າດ້ວຍການຮ່ວມມືດ້ານແຮງງານໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ພາຍໃຕ້ຫົວຂໍ້ “ເສັ້ນທາງສູ່ການປົກປ້ອງແຮງງານພັດຖິ່ນໃນບັນດາປະເທດ CLMTV: ການຮ່ວມມືດ້ານຄວາມໝັ້ນຄົງທາງສັງຄົມ” ແມ່ນຈັດຂຶ້ນໃນວັນທີ 17 ກັນຍານີ້ ພາຍໃຕ້ການເປັນປະທານຂອງທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງລາດຊະອານາຈັກກຳປູເຈຍ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/clmtv-highlights-protection-workers%E2%80%99-rights-104726