ກະຊວງແຮງງານ ຫາລືກົນໄກໃນການຈັດວາງຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງເຮັດວຽກສົມທົບກັບ ສະຫະພັນກຳມະບານລາວ ແລະ ຕາງໜ້າຂະແໜງແຮງງານ ເພື່ອສະຫຼຸບຂໍ້ສະເໜີສຳລັບການຈັດຕັ້ງຄ່າແຮງງານຂັ້ນຕ່ຳ.

ການຈັດຕັ້ງ ແລະ ການປັບຂຶ້ນຄ່າແຮງງານຂັ້ນຕ່ຳແມ່ນ ແນໃສ່ສົ່ງເສີມລາຍຮັບ ແລະ ປັບປຸງສະຫວັດດີການສຳລັບຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ແລະ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບ ແລະ ສົ່ງເສີມການຄອບຄຸມທົ່ງສັງຄົມ.

ໃນລະຫວ່າງກອງປະຊຸມຫາລືສາມຝ່າຍ ໃນອາທິດແລ້ວນີ້ ຜູ້ເຂົ້າຮ່ວມໄດ້ສົນທະນາປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/labour-ministry-mulls-mechanisms-setting-minimum-wage-105664