EDL ຫຼຸດຄ່າໄຟສຳລັບການຊົນລະປະທານ ແລະ ຟາມລ້ຽງສັດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດໄຟຟ້າລາວ (EDL) ພາຍໃຕ້ກະຊວງພະລັງງານ ແລະ ບໍ່ແຮ່ແນະນຳພະນັກງານຂອງຕົນໃນທົ່ວປະເທດ ໃຫ້ຮັບປະກັນການຄິດໄລ່ຄ່ານຳໃຊ້ກະແສໄຟຟ້າໃນອັດຕາຫຼຸດຜ່ອນສຳລັບການນຳໃຊ້ໂປມນ້ຳຊົນລະປະທານ ແລະ ຟາມລ້ຽງສັດ.ທ່ານ ຄຳປະເສີດ ເທບປັນຍາ ຮອງອຳນວຍການ EDL ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ອັດຕາຄ່າໄຟໃໝ່ໃນເລີ່ມຕົ້ນນຳໃຊ້ນັບແຕ່ ວັນທີ 1 ມັງກອນປີນີ້ ໄປເຖິງວັັນທີ 1 ມັງກອນ 2020. ການຫຼຸດຄ່າໄຟຟ້າດັ່ງກ່າວແມ່ນເພື່ອຊ່ວຍເຫຼືອຊາວກະສິກອນໃນການຟື້ນຟູຈາກໄພນ້ຳຖ້ວມໃນປີຜ່ານມາ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
ຜູ້ຜະລິດຖ່ານຂາວເພີ່ມທະວີການປູກຕົ້ນໄມ້ເພື່ອສົ່ງເສີມການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຜະລິດຖ່ານຂາວເພື່ອການສົ່ງອອກ (WPEG) ເຮັດວຽກຮ່ວມກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນ ກ່ຽວກັບໂຄງການປູກໄມ້ຕິ້ວໃນເຂດທຸກຍາກທີ່ສຸດຂອງລາວ ເພື່ອຊ່ວຍສົ່ງເສີມການຄ້າ ແລະ ລຶບລ້າງຄວາມທຸກຍາກ.ໄມ້ຕິ້ວ ເຊິ່ງມີຊື່ທາງພຶດສາດວ່າ Cratexylum prunifolium, ແມ່ນພືດຂັ້ນພື້ນຖານໃນການຜະລິດຖ່ານຂາວ. ໃບ ແລະ ດອກຍັງມີລົດສົ້ມ ນຳໃຊ້ເປັນສ່ວນປະກອບໃນການປຸງແຕ່ງແກງສົ້ມ ແລະ ອາຫານປະເພດຕ່າງໆ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/white-charcoal-makers-plant-more-trees-boost-exports-98245
ລາວ, ຈີນລົງນາມຂໍ້ຕົກລົງການພັດທະນາທຸລະກິດໃນແຂວງພາກເໜືອ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ສະມາຄົມອຸດສາຫະກຳ ແລະ ການຄ້າທົ່ວປະເທດຈີນ (ACFIC) ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ເຊິ່ງເປັນການສ້າງສາຍພົວພັນການຮ່ວມງານອັນໃກ້ຊິດລະຫວ່າງສອງອົງກອນສູ່ອະນາຄົດ.ພາບໃຕ້ຂອບການລິເລີ່ມແລວທາງ ແລະ ຖະໜົນ, ທັງສອງຝ່າຍໄດ້ຕົກລົງປະຕິບັດວຽກງານໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງທັງຝ່າຍລາວ ແລະ ຈີນ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ລາວ: ພະລັງງານແສງອາທິດຊ່ວຍໃຫ້ຊາວກະສິກອນແຂວງອັດຕະປືປະຢັດເງິນຄ່າໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອັດຕະປືພວມເດີນໜ້າການນຳໃຊ້ພະລັງງານແສງອາທິດເຂົ້າໃນລະບົບຊົນລະປະທານ.ທ່ານ ແສງສະໝຸດ ນໍຣະແສງ ເຈົ້າຂອງບໍລິສັດອິນເຕີເນັດການຄ້າຂາອອກ-ຂາເຂົ້າ ແລະ ເຈົ້າຂອງໂຄງການພະລັງງານແສງອາທິດ ກ່າວວ່າໄດ້ມີການລິເລີ່ມໂຄງການຢູ່ເຂດນາເຊືອກ ບ້ານຄຳວົງສາໃນປີ 2018 ແລະ ຈະສຳເລັດໃນປີ 2020.ອ່ານຕໍ່ ...
ປັນຍາສິດ ທຳມະວົງສາ
http://annx.asianews.network/content/laos-solar-power-helps-farmers-attapeu-save-electricity-payments-98797
EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ
(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604
ກະຊວງຮຽກຮ້ອງການຮ່ວມມືເພື່ອປົກປັກຮັກສາສະຖານທີ່ທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ສຈ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ໋ຽວ ໄດ້ຮຽກຮ້ອງການຮ່ວມມືຈາກພາກລັດໃນການອະນຸລັກ ແລະ ຮັກສາສະຖານທີ່ທ່ອງທ່ຽວຕ່າງໆໃນເມືອງວັງວຽງ ພາຍຫຼັງເຫັນວ່າການຂະຫຍາຍຕົວຂອງໂຮງງານອຸດສາຫະກຳອາດເປັນໄພອັນຕະລາຍຕໍ່ສະຖານທີ່ທ່ອງທ່ຽວ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-tourism-minister-calls-joint-effort-protect-tourist-sites-98161
ຂໍ້ມູນໃໝ່ສະແດງຄວາມຄືບໜ້າກ່ຽວກັບ ສະຖານະດ້ານໂພຊະນາການຂອງເດັກນ້ອຍ
(ຂປລ) ຂໍ້ມູນໃໝ່ກ່ຽວກັບຄວາມຄືບໜ້າ ຂອງສະຖານະດ້ານໂພຊະນາການຂອງເດັກນ້ອຍ ໄດ້ມີການເຜີຍແຜ່ໃນວັນທີ 9 ທັັນວານີ້ ທີ່ວຽງຈັນ ໂດຍນຳໃຊ້ ລະບົບຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN), ເຊິ່ງມີເປົ້າໝາຍແນໃສ່ ເສີມຂະຫຍາຍລະບົບຂໍ້ມູນຂ່າວສານດ້ານໂພຊະນາການ ເພື່ອສະກັດກັ້ນການຂາດສານອາຫານ ແລະ ຜົນເນື່ອງຈາກການຂາດສານອາຫານ, ເພື່ອສະແດງຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຍຸດທະສາດດ້ານໂພຊະນາການແຫ່ງຊາດ.ນີ້ແມ່ນການລິເລີ່ມສາກົນ ຂອງສະຫະພາບຢູໂຣບ ພາຍໃຕ້ການສະໜັບສະໜູນຂອງກະຊວງການພັດທະນາສາກົນ ສະຫະລາດຊະອານາຈັກ ແລະ ມູນນິທິບິລ ແລະ ເມລິນດາເກດ ພາຍໃຕ້ການຈັດຕັ້ງປະຕິບັດໃນ ສປປ ລາວໂດຍອົງການຢູນິເຊັບ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ມະຫາວະທິຍາໄລແຫ່ງຊາດຊ່ວຍເຫຼືອນັກສຶກສາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລ
ນັກສຶກສາທີ່ມີບັນຫາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສາມາດພົວພັນກັບທາງມະຫາວິທະຍາໄລແຫ່ງຊາດໂດຍກົງໄດ້ທີ່ເບີ 021 771 860 ຫຼື ເຂົ້າເບິ່ງວິດີໂອແນະນະຜ່ານທາງເວັບໄຊ www.nuol.edu.la.ຕາມການເປີດເຜີຍຂອງເຈົ້າໜ້າທີ່ຮັບຜິດຊອບການລົງທະບຽນສອບເສັງອອນໄລ, ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງຄະນະກຳມະການ ເພື່ອໃຫ້ຄຳແນະນຳແກ່ນັກສຶກສາທີ່ປະສົບບັນຫາໃນຂັ້ນຕອນການລົງທະບຽນສອບເສັງອອນໄລ ເຊິ່ງເປີດຮັບແຕ່ວັນທີ 1-30 ກໍລະກົດນີ້.ຜູ້ສະໝັກສ່ວນໃຫຍ່ທີ່ປະສົບບັນຫາໃນການລົງທະບຽນແມ່ນຍ້ອນເຂົາເຈົ້າບໍ່ປ້ອນຂໍ້ມູນສ່ວນຕົວທີ່ຈຳເປັນ ເພື່ອໃຫ້ລະບົບສາມາດອອກລະຫັດການລົງທະບຽນອັດຕະໂນມັດ, ຕາມເຈົ້າໜ້າທີ່.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ຈຳນວນນັກທ່ອງທ່ຽວໃນປີທ່ອງທ່ຽວລາວອາດບໍ່ໄດ້ຕາມເປົ້າ
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວຄາດວ່າຈະມີປະມານ 4 ລ້ານຄົນໃນປີນີ້, ເຊິ່ງບໍ່ໄດ້ຕາມເປົ້າໝາຍຂອງລັດຖະບານຄື 5 ລ້ານຄົນ, ອີງຕາມການລາຍງານຂອງເຈົ້າໜ້າທີ່ຮັບຜິດຊອບຕິດຕາມຕົວເລກການທ່ອງທ່ຽວ.ເຈົ້າໜ້າທີ່ພະແນກວິໄຈ ແລະ ຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເປີດເຜີຍວ່າຕົວເລກນັກທ່ອງທ່ຽວເພີ່ມຂຶ້ນເຖິງ 2.9 ລ້ານຄົນ ຫຼື 3.2% ເມື່ອທຽບປີຕໍ່ປີ ໃນຊ່ວງເກົ້າເດືອນຕົ້ນປີ 2018.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ນາຍົກຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ ແລະ ພັດທະນາເດັກນ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກໆຂະແໜງການໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ, ສົ່ງເສີມ ແລະ ຊ່ວຍເຫຼືອພັດທະນາເດັກນ້ອຍ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ເປັນພົນລະເມືອງທີ່ຫ້າວຫັນຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນຄຳໂອວາດເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-pm-calls-joint-effort-protect-develop-children-97619
ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ
ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວ, ສະຫະປະຊາຊາດ ຮ່ວມມືໃນການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງຂອງສະພາບອາກາດ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໜ່ວຍງານວ່າດ້ວຍການປັບຕົວຕໍ່ສິ່ງແວດລ້ອມພາຍໃຕ້ການປ່ຽນແປງຂອງສະພາບອາກາດສະຫະປະຊາຊາດ ແລະ ອົງການສິ່ງແວດລ້ອມໂລກ (GEF) ຈະຮ່ວມມືກັນສົ່ງເສີມການປັບປຸງດ້ານປະສິດທິພາບ ແລະ ຜົນກະທົບຂອງການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ. ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ມີສ່ວນຮ່ວມໄດ້ເຕົ້າໂຮມທີ່ວຽງຈັນວານນີ້ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການຜ່ານຮ່າງຂໍ້ສະເໜີສຳລັບການສ້າງຄວາມສາມາດໃຫ້ແກ່ລາວ ເພື່ອດຳເນີນຂະບວນການວາງແຜນໃນການປັບຕົວແຫ່ງຊາດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ກອງປະຊຸມການຮ່ວມມືທຸລະກິດໄທ-ລາວຈະສ້າງມູນຄ່າທາງການຄ້າ 62 ລ້ານໂດລາ
ບາງກອກ, 8 ກັນຍາ 2018 – ກອງປະຊຸມຮ່ວມມືທຸລະກິດໄທ-ລາວຄັ້ງຫຼ້າສຸດຈະສ້າງມູນຄ່າການຮ່ວມມືທາງການຄ້າ 62 ລ້ານບາດ ອີງຕາມການລາຍງານຂອງກະຊວງພານິດ (ໄທ). ໃນນັ້ນ ຂະແໜງທີ່ພົ້ນເດັ່ນລວມມີ ທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ, ການສຶກສາ, ແລະ ການກໍ່ສ້າງ.ອ່ານຕໍ່ ...
ເອັນເອັນທີ
ມຊ, ມະຫາວິທະຍາໄລຮ່າໂນ້ຍ ຄືບໜ້າໃນການຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລວິທະຍາສາດຮ່າໂນ້ຍ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງລາຍງານຄວາມຄືບໜ້າກ່ຽວກັບພາລະກິດການຫຼຸດຜ່ອນການນຳໃຊ້ຜະລິດຕະພັນພຼາສ໌ຕິກ ພາຍໃຕ້ໂຄງການ “SEA Plastic Edu Erasmus+”.ສະຫະພາບຢູໂຣບ ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແຕ່ປີ 2018-2020 ດ້ວຍທຶນຈຳນວນ 989,043 ຢູໂຣ ເພື່ອຊ່ວຍຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ ແລະ ສົ່ງເສີມສິ່ງແວດລ້ອມ.ໂຄງການດັ່ງກ່າວປະກອບດ້ວຍການຈັກຝຶກອົບຮົມກ່ຽວກັບການຄຸ້ມຄອງການບຳບັດຂີ້ເຫຍື້ອພຼາສ໌ຕິກ ແລະ ການແລກປ່ຽນຂີ້ເຫຍື້ອພຼາສ໌ຕິກ ໃຫ້ແກ່ເຈົ້າໜ້າທີ່ລັດຖະບານ ແລະ ຂະແໜງເອກະຊົນ ກໍຄືຄູອາຈານ ແລະ ນັກສຶກສາ ຈາກສະຖາບັນການສຶກສາຕ່າງໆ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ຟິລິປິນຫ້າມການນຳເຂົ້າຊິ້ນໝູຈາກລາວເນື່ອງຈາກການລະບາດຂອງພະຍາດອະຫິວາໝູ: WTO
ເຈນິວາ (ຣອຍເຕີ) – ປະເທດຟິລິປິນສັ່ງຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນຊິ້ນໝູຈາກລາວ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຕາມການເປີດເຜີຍຂອງອົງການການຄ້າໂລກ (WTO) ໃນວັນອັງຄານນີ້.ປະເທດຟິລິປິນເປັນອີກປະເທດໜຶ່ງທີ່ດຳເນີນມາດຕະການຄ້າຍກັບປະເທດຈີນ ແລະ ໄທ, ພາຍຫຼັງພົບການລະບາດຂອງພະຍາດດັ່ງກ່າວຢູ່ແຂວງສາລະວັນທາງພາກໃຕ້ຂອງລາວ.ອ່ານຕໍ່ ...
Andrew Cawthorne
https://wsau.com/news/articles/2019/jul/02/philippines-bans-pig-imports-from-laos-due-to-swine-fever-wto/
ລາວ, ກຸຍບາເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຸຍບາມີເປົ້າໝາຍເສີມຂະຫຍາຍໂອກາດທາງດ້ານການຄ້າ ແລະ ການລົງທຶນ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການຂອງຄະນະຜູ້ແທນການຄ້າລະດັບສູງຈາກກຸຍບາ ທີ່ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 8-9 ກັນຍານີ້.ຄະະນະຜູ້ແທນກຸຍບານຳໂດຍທ່ານ ໂຣດິຼໂກ ມານມິເອກາ ດິອາສ໌ ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່.ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນການຮ່ວມມືລະຫວ່າງສອງລັດຖະບານ ແລະ ເສີມຂະຫຍາຍການພົວພັນການຄ້າ ພາຍຫຼັງການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງຄັ້ງກ່ອນ ເຊິ່ງລາວ ແລະ ກຸຍບາໄດ້ຕົກລົງໃນການສົ່ງເສີມການພົວພັນພາຄີທາງດ້ານເສດຖະກິດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-cuba-set-new-heights-economic-and-trade-cooperation-103795
ລາວ, ຫວຽດນາມ ຕົກລົງລວມພະລັງກັນບົນເສັ້ນທາງສູ່ການພັດທະນາ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມໄດ້ຕົກລົງສົ່ງເສີມການຮ່ວມມື ແລະ ຢືນຢັນຄຳໝັ້ນເພື່ອສືບຕໍ່ການສະໜັບສະໜູນເຊີ່ງກັນແລະກັນບົນເສັ້ນທາງໄປສູ່ການພັດທະນາ, ໃນລະຫວ່າງການຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັຖະມົນຕີລາວ.ທ່ານ ທອງລຸນ ໄດ້ເດີນທາງຢ້ຽມຢາມປະເທດຫວຽດນາມໃນລະຫວ່າງວັນທີ 1-3 ຕຸລາ ຕາມຄຳເຊີນຂອງທ່ານຫງວຽນຊວນພຸກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-vietnam-agree-join-forces-road-development-105362
ສະມາຄົມເກົາຫຼີມອບເຄື່ອງຊ່ວຍເຫຼືອນັກຮຽນລາວໃນຊົນນະບົດມູນຄ່າ 10 ຕື້ກີບ
ສະມາຄົມແລກປ່ຽນສິລະປະວັດທະນະທຳເກົາຫຼີ ໄດ້ມອບເຄື່ຶອງຊ່ວຍເຫຼືອຕ່າງໆເຊັ່ນ ເຄື່ອງນຸ່ງຫົ່ມ, ເກີບ, ໂຕະ, ຕັ່ງ ມູນຄ່າກວ່າ 10 ຕື້ກີບ (US$1.3 ລ້ານໂດລາ) ເພື່ອຊ່ວຍເຫຼືອນັກຮຽນທີ່ດ້ອຍໂອກາດ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນເພື່ອຊ່ວຍເຫຼືອເດັກນ້ອຍນັກຮຽນໃນຊົນນະບົດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ຜູ້ດ້ອຍໂອກາດຕ່າງໆ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ກະຊວງສືບຕໍ່ຄວາມພະຍາຍາມໃນການຈຳກັດການລະບາດຂອງພະຍາດໄຂ້ເລືອດອອກ
ບັນດາຄອບຄົວໃນແຕ່ລະຊຸມຊົນ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກ ກຳລັງຮ່ວມແຮງກັນໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ເພື່ອຊ່ວຍສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກ.ເຈົ້າໜ້າທີ່ສາທາລະນະສຸກໄດ້ມີການຮ່ວມງານຢ່າງໃກ້ຊິດກັບພະແນກສາທາລະນະສຸກສູນກາງ ແລະ ແຂວງ ເພື່ອຕິດຕາມຈຳນວນກໍລະນີຄົນເຈັບພະຍາດໄຂ້ເລືອດອອກ ແລະ ກຳຈັດແຫຼ່ງເພະາພັນຂອງຍຸງລາຍ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອກວ່າ 9 ຕື້ກີບສຳລັບວຽກງານເກັບກູ້ລະເບີດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອມູນຄ່າກວ່າ 9 ຕື້ກີບ (US$1,078,253 ໂດລາ) ສຳລັບການດຳເນີນການໃນໄລຍະຍາວ ເພື່ອສະໜັບສະໜູນກິດຈະກຳການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນລາວ ຜ່ານການຈັດຕັ້ງປະຕິບັດຂອງອົງການຊ່ວຍເຫຼືອຂອງປະຊາຊົນນໍເວ.ທຶນຊ່ວຍເຫຼືອດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ ລບຕ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື ແຕ່ເດືອນກໍລະກົດ 2019 ຫາເດືອນມີນາ 2020.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-aid-uxo-clearance-100427