ມຊ, ມະຫາວິທະຍາໄລຮ່າໂນ້ຍ ຄືບໜ້າໃນການຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລວິທະຍາສາດຮ່າໂນ້ຍ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງລາຍງານຄວາມຄືບໜ້າກ່ຽວກັບພາລະກິດການຫຼຸດຜ່ອນການນຳໃຊ້ຜະລິດຕະພັນພຼາສ໌ຕິກ ພາຍໃຕ້ໂຄງການ “SEA Plastic Edu Erasmus+”.

ສະຫະພາບຢູໂຣບ ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແຕ່ປີ 2018-2020 ດ້ວຍທຶນຈຳນວນ 989,043 ຢູໂຣ ເພື່ອຊ່ວຍຫຼຸດຜ່ອນການນຳໃຊ້ພຼາສ໌ຕິກ ແລະ ສົ່ງເສີມສິ່ງແວດລ້ອມ.

ໂຄງການດັ່ງກ່າວປະກອບດ້ວຍການຈັກຝຶກອົບຮົມກ່ຽວກັບການຄຸ້ມຄອງການບຳບັດຂີ້ເຫຍື້ອພຼາສ໌ຕິກ ແລະ ການແລກປ່ຽນຂີ້ເຫຍື້ອພຼາສ໌ຕິກ ໃຫ້ແກ່ເຈົ້າໜ້າທີ່ລັດຖະບານ ແລະ ຂະແໜງເອກະຊົນ ກໍຄືຄູອາຈານ ແລະ ນັກສຶກສາ ຈາກສະຖາບັນການສຶກສາຕ່າງໆ.

ອ່ານຕໍ່…

ສັງຄົມໄຊ ບຸບຜານຸວົງ