Forest industry

ການປູກຕົ້ນໄມ້

ໂຄງການສຶກສາຄວາມເປັນໄປໄດ້ ສຳລັບກະສິກຳປ່າໄມ້ແບບອານຸລັກທຳມະຊາດ ກຳລັງດຳເນີນຂື້ນ

ລັດຖະບານໄດ້ເປີດໄຟຂຽວ ແກ່ບໍລິສັດ Jia Run Agricultural Development Co. , Ltd ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການພັດທະນາກະສິກຳແບບອານຸລັກທຳມະຊາດ ຢູ່ເມືອງສະໜາມໄຊແຂວງອັດຕະປື. ບໍລິສັດໄດ້ວາງແຜນທີ່ຈະ ດຳເນີນໂຄງການໃນເນື້ອທີ່ 5,000 ເຮັກຕາ ຊຶ່ງເປັນການຮ່ວມມືດ້ານກະສິກຳທີ່ທັນສະໄໝ. ການສຶກສາຄວາມເປັນໄປໄດ້ຈະສຳເລັດພາຍໃນຫົກເດືອນ.ອ່ານເພິ່ມເຕີມ  ...

ວຽງດາວັນ ບັນພະຮັກສາ

ຜູ້ຜະລິດຖ່ານຂາວເພີ່ມທະວີການປູກຕົ້ນໄມ້ເພື່ອສົ່ງເສີມການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຜະລິດຖ່ານຂາວເພື່ອການສົ່ງອອກ (WPEG) ເຮັດວຽກຮ່ວມກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນ ກ່ຽວກັບໂຄງການປູກໄມ້ຕິ້ວໃນເຂດທຸກຍາກທີ່ສຸດຂອງລາວ ເພື່ອຊ່ວຍສົ່ງເສີມການຄ້າ ແລະ ລຶບລ້າງຄວາມທຸກຍາກ.ໄມ້ຕິ້ວ ເຊິ່ງມີຊື່ທາງພຶດສາດວ່າ Cratexylum prunifolium, ແມ່ນພືດຂັ້ນພື້ນຖານໃນການຜະລິດຖ່ານຂາວ. ໃບ ແລະ ດອກຍັງມີລົດສົ້ມ ນຳໃຊ້ເປັນສ່ວນປະກອບໃນການປຸງແຕ່ງແກງສົ້ມ ແລະ ອາຫານປະເພດຕ່າງໆ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/white-charcoal-makers-plant-more-trees-boost-exports-98245

ໂຄງການຊີວິນາໆພັນສະໜັບສະໜູນເບ້ຍໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການອະນຸລັກຊີວະນາໆພັນ (BCC) ຂອງທະນາຄານພັດທະນາອາຊີ (ADB) ໄດ້ສະໜອງເບ້ຍໄມ້ 10,000 ເບ້ຍ ເພື່ອຊ່ວຍເຫຼືອລັດຖະບານລາວໃຫ້ບັນລຸເປົ້າໝາຍອັນສູງສົ່ງໃນການຂະຫຍາຍພື້ນທີ່ສີຂຽວໃນນະຄອນຫຼວງວຽງຈັນໃນປີນີ້.ເບ້ຍໄມ້ບາງສ່ວນໄດ້ນຳໄປປູກທີ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ. ສ່ວນທີ່ເຫຼືອຈະນຳໄປປູກພາຍໃນເດືອນນີ້ ທີ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພະນັງ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/biodiversity-project-supports-national-arbour-day-97836

ລັດຖະບານເດີນໜ້າວຽກງານຟື້ນຟູປ່າໄມ້ເນື່ອງໃນວັນປູກຕົ້ນໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ການນຳພັກ ແລະ ລັດ ແລະ ທົ່ວສັງຄົມໄດ້ທຳການປູກເບ້ຍໄມ້ຫຼາຍພັນຕົ້ນ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດໃນວັນເສົາຜ່ານມາ, ເພື່ອເປັນການສົ່ງເສີມນະໂຍບາຍຂອງລັດຖະບານໃນການຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70% ໃນປີ 2020.ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ການນຳພັກ ແລະ ລັດ ພ້ອມດ້ວຍເຈົ້າໜ້າທີ່ລັດຖະບານ ໄດ້ປະກອບສ່ວນໃນພິທີປູກຕົ້ນໄມ້ທີ່ສວນພຶກສາຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອປູກເບ້ຍໄມ້ໃນພື້ນທີ່ຫ້າເຮັກຕາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/arbour-day-bolsters-lao-government%E2%80%99s-reforestation-drive-97746

ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ໃນເນື້ອທີ່ 300 ເຮັກຕາໃນປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນຫຼວງວຽງຈັນຈະປະກອບສ່ວນໃນພາລະກິດຂອງປະເທດຊາດໃນການຟື້ນຟູພື້ນທີ່ປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ດິນທົ່ວປະເທດພາຍໃນທ້າຍປີໜ້າ, ຕາມເຈົ້າໜ້າທີ່ປ່າໄມ້.ທ່ານ ປອ ສາຍຫຼ້າ ນວນທະສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ໃນປະຈຸບັນ ພື້ນທີ່ປ່າຜະສົມ (122,500 ເຮັກຕາ) ແລະ ພື້ນທີ່ສີຂຽວໃນນະຄອນຫຼວງວຽງຈັນແມ່ນເພີ່ມຂຶ້ນເປັນປະມານ 226,000 ເຮັກຕາ, ເຊິ່ງທຽບເທົ່າກັບ 57.7% ຂອງພື້ນທີ່ຕົວເມືອງທັງໝົດ 392,000 ເຮັກຕາ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ແຂວງຈຳປາສັກກະກຽມປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ເພື່ອເປັນການຟື້ນຟູສະພາບແວດລ້ອມ ແລະ ເພີ່ມທະວີເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ທົ່ວປະເທດພາຍໃນປີ 2020, ອຳນາດການປົກຄອງແຂວງຈຳປາສັກມີແຜນປູກຕົ້ນໄມ້ໃຫ້ໄດ້ 950 ເຮັກຕາໃນປີນີ້.ທ່ານ ກັນຫາ ແກ້ວບົວລະພາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງກ່າວວ່າ ທາງພະແນກ ແລະ ຂະແໜງການຕ່າງໆພວມກະກຽມການປູກຕົ້ນໄມ້ໃນເນື້ອທີ່ 950 ເຮັກຕາໃນບັນດາເຂດ ແລະ ເມືອງຕ່າງໆທົ່ວແຂວງ.ອ່ານຕໍ່ ...

ໂຕະຂ່າວ

ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນ

ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນໃນປີນີ້ ເນື່ອງຈາກອຳນາດການປົກຄອງມີແຜນສ້າງໃຫ້ເປັນຕົວເມືອງສີຂຽວດ້ວຍການຂະຫຍາຍເນື້ອທີ່ປ່າໄມ້ຢູ່ຫຼາຍຈຸດ.ທ່ານ (ປອ) ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວໃນອາທິດແລ້ວນີ້ວ່າ ອີງຕາມຂໍ້ມູນຈາກຫຼາຍພາກສ່ວນ ໃນປີນີ້ຈະມີການປູກເບ້ຍໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນ ເຊິ່ງເປັນສ້ວນໜຶ່ງຂອງພາລະກິດການສ້າງສະພາບແວດລ້ອມສີຂຽວສຳລັບຊາວເມືອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນລາວທົດລອງທຳການຜະລິດ

(ຂປລ) ບໍລິສັດຊັນເປເປີໂຮລດິງລາວ ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນ ສປປ ລາວ ໄດ້ເລີ່ມຂະບວນການທົດລອງການຜະລິດໄລຍະສາມເດືອນ ຫຼັງຈາກໃຊ້ເວລາສິບປີໃນການດຳເນີນການສຶກສາຄວາມເປັນໄປໄດ້, ການປູກຕົ້ນວິກ ແລະ ການສ້າງໂຮງງານຜະລິດເຫຍື້ອເຈ້ຍ. ບໍລິສັດໄດ້ລົງທຶນຈຳນວນ 432 ລ້ານໂດລາສະຫະລັດໃນການກໍ່ສ້າງໂຮງງານເຈ້ຍດັ່ງກ່າວ ພ້ອມດ້ວຍອຸປະກອນ ແລະ ເຄື່ອງຈັກທີ່ທັນສະໄໝລະດັບໂລກ. ການກໍ່ສ້າງໃຊ້ເວລາ 16 ເດືອນ.ອ່ານຕໍ່ ...

ຂປລ

ລາວກ້າວໜ້າຕ້ອນຮັບວັນປະຊາກອນໂລກ

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດກອງທອນປະຊາກອນ (UNFPA) ປະຈຳລາວໄດ້ຈັດກອງປະຊຸມວິຊາການຮ່ວມໃນວານນີ້ ເພື່ອສະເຫຼີມສະຫຼອງວັນປະຊາກອນໂລກ 2018. ການສະເຫຼີມສະຫຼອງວັນປະຊາກອນໂລກໃນປີນີ້ ພາຍໃຕ້ຫົວຂໍ້ “ການວາງແຜນຄອບຄົວເພື່ອສັງຄົມ” ມີຜູ້ປະຕິບັດສິດໜ້າທີ່ໃນການວາງແຜນເພື່ອຄອບຄົວຂອງຕົນກໍຄືອະນາຄົດຈຳນວນເພີ່ມຂຶ້ນ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KSxAD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!