ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ໃນເນື້ອທີ່ 300 ເຮັກຕາໃນປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນຫຼວງວຽງຈັນຈະປະກອບສ່ວນໃນພາລະກິດຂອງປະເທດຊາດໃນການຟື້ນຟູພື້ນທີ່ປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ດິນທົ່ວປະເທດພາຍໃນທ້າຍປີໜ້າ, ຕາມເຈົ້າໜ້າທີ່ປ່າໄມ້.

ທ່ານ ປອ ສາຍຫຼ້າ ນວນທະສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ໃນປະຈຸບັນ ພື້ນທີ່ປ່າຜະສົມ (122,500 ເຮັກຕາ) ແລະ ພື້ນທີ່ສີຂຽວໃນນະຄອນຫຼວງວຽງຈັນແມ່ນເພີ່ມຂຶ້ນເປັນປະມານ 226,000 ເຮັກຕາ, ເຊິ່ງທຽບເທົ່າກັບ 57.7% ຂອງພື້ນທີ່ຕົວເມືອງທັງໝົດ 392,000 ເຮັກຕາ.

ອ່ານຕໍ່…

ສົມໄຊ ແສງດາຣາ