ມະຫາວະທິຍາໄລແຫ່ງຊາດຊ່ວຍເຫຼືອນັກສຶກສາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລ

ນັກສຶກສາທີ່ມີບັນຫາໃນການລົງທະບຽນອອນໄລເພື່ອສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສາມາດພົວພັນກັບທາງມະຫາວິທະຍາໄລແຫ່ງຊາດໂດຍກົງໄດ້ທີ່ເບີ 021 771 860 ຫຼື ເຂົ້າເບິ່ງວິດີໂອແນະນະຜ່ານທາງເວັບໄຊ www.nuol.edu.la.

ຕາມການເປີດເຜີຍຂອງເຈົ້າໜ້າທີ່ຮັບຜິດຊອບການລົງທະບຽນສອບເສັງອອນໄລ, ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງຄະນະກຳມະການ ເພື່ອໃຫ້ຄຳແນະນຳແກ່ນັກສຶກສາທີ່ປະສົບບັນຫາໃນຂັ້ນຕອນການລົງທະບຽນສອບເສັງອອນໄລ ເຊິ່ງເປີດຮັບແຕ່ວັນທີ 1-30 ກໍລະກົດນີ້.

ຜູ້ສະໝັກສ່ວນໃຫຍ່ທີ່ປະສົບບັນຫາໃນການລົງທະບຽນແມ່ນຍ້ອນເຂົາເຈົ້າບໍ່ປ້ອນຂໍ້ມູນສ່ວນຕົວທີ່ຈຳເປັນ ເພື່ອໃຫ້ລະບົບສາມາດອອກລະຫັດການລົງທະບຽນອັດຕະໂນມັດ, ຕາມເຈົ້າໜ້າທີ່.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ