ລາວ, ກຸຍບາເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຸຍບາມີເປົ້າໝາຍເສີມຂະຫຍາຍໂອກາດທາງດ້ານການຄ້າ ແລະ ການລົງທຶນ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການຂອງຄະນະຜູ້ແທນການຄ້າລະດັບສູງຈາກກຸຍບາ ທີ່ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 8-9 ກັນຍານີ້.

ຄະະນະຜູ້ແທນກຸຍບານຳໂດຍທ່ານ ໂຣດິຼໂກ ມານມິເອກາ ດິອາສ໌ ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່.

ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນການຮ່ວມມືລະຫວ່າງສອງລັດຖະບານ ແລະ ເສີມຂະຫຍາຍການພົວພັນການຄ້າ ພາຍຫຼັງການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງຄັ້ງກ່ອນ ເຊິ່ງລາວ ແລະ ກຸຍບາໄດ້ຕົກລົງໃນການສົ່ງເສີມການພົວພັນພາຄີທາງດ້ານເສດຖະກິດ.

ອ່ານຕໍ່…

 

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-cuba-set-new-heights-economic-and-trade-cooperation-103795