ພື້ນຖານໂຄງລ່າງ

DriveUp ບໍລິການລົດຮັບສົ່ງໃໝ່ ຄູ່ແຂ່ງ LOCA

ກຸ່ມບໍລິສັດ Meal Temple ຂອງກຳປູເຈຍ ໄດ້ເປີດບໍລິການລົດຮັບສົ່ງໃນລາວ, ກາຍເປັນບໍລິສັດທີສອງຂອງປະເທດລາວທທີ່ໃຫ້ບໍລິການດັ່ງກ່າວ ນອກຈາກບໍລິສັດທ້ອງຖິ່ນ LOCA.ກຸ່ມບໍລິສັດ Meal Temple ເຊິ່ງໄດ້ມີການກໍ່ຕັ້ງໃນປີ 2013 ໄດ້ຂະຫຍາຍກິດຈະການເຂົ້າມາໃນລາວໃນເດືອນກໍລະກົດປີນີ້ ດ້ວຍການຊື້ກິດຈະການ MyDelivery ບໍລິການຈັດສົ່ງອາຫານຜ່ານໂທລະສັບມືຖື ຈາກບໍລິສັດ Kiwi Group ຂອງລາວ. ປະຈຸບັນ ທາງບໍລິສັດມີກິດຈະການຢູ່ໃນປະເທດມຽນມາ, ເນປານ ແລະ ພູຖານ.ກຸ່ມບໍລິສັດດັ່ງກ່າວຈະເຂົ້າມາເປີດບໍລິການລົດຮັບສົ່ງໃນລາວ ທ່າມກາງການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໃນປະເທດ.ອ່ານຕໍ່ ...

Taejun Kang

ອິນໂດເນເຊຍແຈ້ງວັນທີ່ເລີ່ມຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟຫວຽດ-ລາວ ມູນຄ່າ $1.9 ຕື້ໂດລາ

ສະມາຄົມກໍ່ສ້າງທາງລົດໄຟອິນໂດເນເຊຍ ໄດ້ຖະແຫຼງແຜນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ລາວ ທີ່ຈະເລີ່ມໃນປີ 2021 ໃນມູນຄ່າ $1.9 ຕື້ໂດລາ.ສະມາຄົມດັ່ງກ່າວແມ່ນປະກອບດ້ວຍບໍລິສັດ INKA, ເຊິ່ງເປັນບໍລິສັດທາງລົດໄຟແຫ່ງລັດຂອງອິນໂດເນເຊຍ, ແລະ ບໍລິສັດທາງລົດໄຟອິນໂດເນເຊຍ ເຊິ່ງເປັນຜູ້ດຳເນີນການຫຼັກ. ນອກຈາກນີ້ ຍັງປະກອບໄປດ້ວຍ ບໍລິສັດໄຟຟ້າ Len Industri ແລະ ບໍລິສັດຜູ້ຮັບເໝົາ Waskita Karya.ທາງສະມາຄົມໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກັບບໍລິສັດ HT ກໍ່ສ້າງຂອງຫວຽດນາມ ແລະ ບໍລິສັດ ປີໂຕຼເທຼດຂອງລາວ.ອ່ານຕໍ່  ...

GCR Staff

ການບິນໄທຈະຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ, ລວມທັງປະເທດລາວ

ບໍລິສັດການບິນໄທສາກົນ ມີແຜນຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ ຄື: ກຳປູເຈຍ, ຫວຽດນາມ, ມຽນມາ ແລະ ລາວ.ເສັ້ນທາງການບິນດັ່ງກ່າວ, ເຊິ່ງທັງໝົດແມ່ນເດີນທາງຈາກສະໜາມບິນສຸວັນນະພູມຂອງໄທ, ໄດ້ແກ່ເສັ້ນທາງໄປພະນົມເປັນ, ຮ່າໂນ້ຍ, ໂຮຈິມິນ, ຢ້າງກຸ້ງ, ວຽງຈັນ ແລະ ຫຼວງພະບາງ, ຕາມການລາຍງານຂອງສຳນັກຂ່າວ The Nation.ແຫຼ່ງຂ່າວຍັງໃຫ້ຂໍ້ມູນຕື່ມວ່າ ທ່ານ ສຸເມດ ດຳຣຸງໃຈທຳ ປະທານບໍລິສັດການບິນໄທ ກ່າວວ່າ ເສັ້ນທາງເຫຼົ່ານີ້ມີຈຳນວນຖ້ຽວບິນໜ້ອຍ ແລະ ມີປະລິມານລູກຄ້າຕ່ຳ.ທ່ານ ສຸເມດ ຍັງໄດ້ກ່າວເພີ່ມເຕີມວ່າ ການບິນໄທ ຈະມອບໝາຍໃຫ້ສາຍການບິນ ໄທສະມາຍແອເວ ຄອບຄຸມເສັ້ນທາງການບິນເຫຼົ່ານີ້ ເມື່ອມີຂໍ້ສະຫຼຸບກ່ຽວກັບແຜນຍົກເລີກດັ່ງກ່າວ.ອ່ານຕໍ່ ...

Taejun Kang

ລັດຖະບານອະນຸມັດໃຫ້ບໍລິສັດ ປີໂຕຼເທຼດ ດຳເນີນໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ມອບໝາຍໃຫ້ບໍລິສັດ ປິໂຕຼລຽມເທຼດດິງລາວມະຫາຊົນ (ປີໂຕຼເທຼດ) ດຳເນີນການສຶກສາຄວາມເປັນໄປໄດ້ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ ແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາຊາຍແດນຫວຽດນາມ.ກະຊວງແຜນການ ແລະ ການລົງທຶນ ໃນນາມຂອງລັດຖະບານລາວ ແລະ ບໍລິສັດ ປີໂຕຼເທຼດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ທີ່ນະຄອນວຽງຈັນໃນວັນອັງຄານນີ້ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ແລະ ອອກແບບລາຍລະອຽດສຳລັບເສັ້ນທາງລົດໄຟດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ລັດຖະບານທົບທວນພາລະກິດເພື່ອປັບປຸງຄວາມປອດໄພບົນທ້ອງຖະໜົນ

ຄະນະເລຂາທິການດ້ານຄວາມປອດໄພບົນທ້ອງຖະໜົນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້ ເພື່ອທົບທວນວຽກງານການປັບປຸງຄວາມປອດໄພບົນທ້ອງຖະໜົນ ໃນໄລຍະຫ້າປີຜ່ານມາ.ຜູ້ເຂົ້າຮ່ວມຍັງໄດ້ມີການຫາລືພາລະກິດຮ່ວມໃນຕໍ່ໜ້າ ເພື່ອແນໃສ່ລວມພະລັງກັນຫຼຸດຜ່ອນຈຳນວນອຸບັດຕິເຫດ ແລະ ໄພອັນຕະລາຍຕາມທ້ອງຖະໜົນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຍີ່ປຸ່ນທຸ້ມທຶນ US$17.8 ລ້ານໂດລາ ເພື່ອຍົກລະດັບລະບົບນ້ຳປະປາຢູ່ຫຼວງພະບາງ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ US$17.8 ລ້ານໂດລາ ເພື່ອປັບປຸງລະບົບນ້ຳປະປາຢູ່ນະຄອນຫຼວງພະບາງ, ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອທີ່ໄດ້ລົງນາມທີ່ນະຄອນວຽງຈັນໃນວັນພະຫັດນີ້.ຂໍ້ຕົກລົງດັ່ງກ່າວແມ່ນຜ່ານການລົງນາມໂດຍ ທ່ານ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ໂຢຊິຮະຣຸ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລາວໂທລະຄົມທົດສອບການນຳໃຊ້ເທັກໂນໂນຢີ 5G 

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມ ມະຫາຊົນ (ລາວໂທລະຄົມ) ໄດ້ເລີ່ມທົດລອງເທັກໂນໂນຢີ 5G ໃໝ່, ເຊິ່ງເປັນເຄືອຂ່າຍການສື່ສານຄວາມໄວສູງຍຸກທີຫ້າ ທີ່ມີການກ່າວເຖິງຫຼາຍທີ່ສຸດ.ການທົດສອບແມ່ນມີຂຶ້ນໃນມື້ວານນີ້ ທີ່ສຳນັກງານໃຫຍ່ບໍລິສັດ ທີ່ນະຄອນວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງຄະນະອຳນວຍການ ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ. ເທັກໂນໂນຢີ 5G  ເປັນເທັກໂນໂລຢີທີ່ສະຫຼາດກວ່າ, ໄວກວ່າ ແລະ ມີປະສິດທິຜົນກວ່າ 4G ທັງສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໄດ້ດີກວ່າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-telecom-tests-5g-technology-105838

ບໍລິສັດ ຫວຽດເທວ ຈະທົດສອບການໃຫ້ບໍລິການ 5G ໃນລາວ

ຫວຽດເທວ ບໍລິສັດໂທລະຄົມຍັກໃຫຍ່ ຈະທົດສອບການນຳໃຊ້ເຄືອຂ່າຍ 5G ໃນລາວໃນໄຕມາດທີ່ສີ່ນີ້ ເຊັ່ນດຽວກັບຢູ່ປະເທດກຳປູເຈຍ ແລະ ມຽນມາ.ບໍລິສັດຢູນິເທວ ເຊິ່ງເປັນເຄືອຂ່າຍບໍລິສັດດັ່ງກ່າວໃນລາວ ຈະເປັນຜູ້ປະກອບການເຄືອຂ່າຍລາຍທຳອິດໃນລາວ ທີ່ໃຫ້ບໍລິການ 5G, ຕາມບົດຂ່າວຂອງບໍລິສັດ ຫວຽດເທວ ໃນວັນອັງຄານນີ້.ຢູນິເທວ ໄດ້ໃຫ້ບໍລິການໃນລາວມາເປັນເວລາ 13 ປີແລ້ວ ແລະ ປະຈຸບັນກໍເປັນຜູ້ປະກອບການເຄືອຂ່າຍໂທລະສັບທີ່ໃຫຍ່ທີ່ສຸດໃນປະເທດ ເຊິ່ງມີຜູ້ນຳໃຊ້ 3 ລ້ານກວ່າຄົນ, ກວມ 56 ສ່ວນຮ້ອຍຂອງຕະຫຼາດໂທລະຄົມທົ່ວປະເທດ.ອ່ານຕໍ່  ...

Dat Nguyen
https://e.vnexpress.net/news/business/companies/viettel-to-test-5g-broadcast-in-laos-3993756.html

ການສ້ອມແປງຖະໜົນແຂວງຄຳມ່ວນ ຄາດວ່າຈະຕ້ອງໃຊ້ງົບ 33 ຕື້ກີບ

ແຂວງຄຳມ່ວນ: ອຳນາດການປົກຄອງໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່າວວ່າຕ້ອງໃຊ້ງົບປະມານຢ່າງຕ່ຳ 33 ຕື້ກີບ ໃນການສ້ອມແປງຖະໜົນທີ່ຖືກເສຍຫາຍໃນຫ້າເມືອງ. ທ່ານ ພິດສະໄໝ ຄົງສະດັດ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປີດເຜີຍຕໍ່ສື່ມວນຊົນວ່າ “ພວກເຮົາຄາດວ່າຈະຕ້ອງໃຊ້ງົບປະມານ 33 ຕື້ກວ່າກີບໃນການສ້ອມແປງຖະໜົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຢູ່ເມືອງມະຫາໄຊ, ໜອງບົກ, ຍົມມະລາດ, ບົວລະພາ ແລະ ເຊບັ້ງໄຟ. “ໃນບັນດາເມືອງເຫຼົ່ານີ້ ມີຖະໜົນໄດ້ຮັບຜົນກະທົບທັງໝົດ 52 ແຫ່ງ ໃນລະດັບຄວາມເສຍຫາຍທີ່ແຕກຕ່າງກັນ. ການສ້ອມແປງຖະໜົນ 10 ແຫ່ງຢູ່ເມືອງມະຫາໄຊ ຄາດວ່າຈະຕ້ອງໃຊ້ງົບຢູ່ 4 ຕື້ກີບ, ຖະໜົນ 11 ແຫ່ງຢູ່ເມືອງໜອງບົກ ຈະຕ້ອງໃຊ້ງົບ 6 ຕື້ກີບ, ຖະໜົນຫົກແຫ່ງຢູ່ເມືອງຍົມມະລາດ ຈະຕ້ອງໃຊ້ງົບ 3 ຕື້ກີບ, ຖະໜົນ 15 ແຫ່ງຢູ່ເມືອງບົວລະພາ ຈະຕ້ອງໃຊ້ງົບ ...

ພົມພົງ ເຫຼົາອິນ

ຜູ້ຂາຍເຄື່ອງຮັບສັນຍານດາວທຽມໃນລາວ ຖືກເຕືອນໃຫ້ປະຕິບັດຕາມລະບຽບການ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງໄດ້ແຈ້ງເຕືອນໃຫ້ຜູ້ຈຳໜ່າຍເຄື່ອງຮັບສັນຍານດາວທຽມສຳລັບວິທະຍຸ ແລະ ໂທລະພາບ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ພາຍຫຼັງທີ່ຮູ້ມາວ່າມີຜູ້ຈຳໜ່າຍບາງລາຍ ໄດ້ນຳເຂົ້າເຄື່ອງຮັບສັນຍານບໍ່ຖືກຕາມລະບຽບກົດໝາຍ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແນວທາງໃໝ່ກ່ຽວກັບຂໍ້ເງື່ອນໄຂ ທີ່ຜູ້ຈຳໜ່າຍຕ້ອງປະຕິບັດ.ຜ່ານມາ ມີຜູ້ຂາຍຫຼາຍເຈົ້າທີ່ຈຳໜ່າຍເຄື່ອງຮັບສັນຍານທີ່ນຳເຂົ້າບໍ່ຖືກຕ້ອງ ເຊິ່ງຜິດຕໍ່ລະບຽບກົດໝາຍທີ່ກ່ຽວຂ້ອງໃນຫຼາຍດ້ານ, ຕາມການເປິດເຜີຍຂອງທ່ານ ພິນພຼັດທະນາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ຕໍ່ສຳນັກຂ່າວວຽງຈັນທາມສ໌ວານນີ້.ອ່ານຕໍ່ ...

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/comply-regulations-satellite-receiver-dealers-warned-laos-105512

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mkJEy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!