News
ພິທີເຊັນສັນຍາການສຳປະທານທ່າໂຄກທີ່ເມືອງທ່າແຂກ
ໃນວັນສຸກຜ່ານມາ ລັດຖະບານລາວ ແລະ ບໍລິສັດ ທ່າແຂກທ່າໂຄກ ຈຳກັດ ໄດ້ລົງນາມໃນສັນຍາສຳປະທານ 30 ປີ ໃນໂຄງການ ທ່າໂຄກຢູ່ເມືອງທ່າແຂກ. ໂຄງການດັ່ງກ່າວຕັ້ງຢູ່ຂ້າງຂົວມິດຕະພາບລາວ-ໄທແຫ່ງທີ 3 ຂອງແຂວງຄຳມ່ວນ ມີມູນຄ່າ 15,7 ລ້ານໂດລາສະຫະລັດ. ບໍລິສັດດັ່ງກ່າວມີເປົ້າໝາຍເພື່ອພັດທະນາທ່າເຮືອໂຄກຢູ່ທີ່ທ່າແຂກ ໃຫ້ກາຍເປັນປະຕູສູ່ສິນຄ້າສາກົນ ແລະ ເຮັດໃຫ້ລາວກາຍເປັນສູນບໍລິການຂົນສົ່ງສິນຄ້າຂອງພາກພື້ນ ແລະ ສາກົນ ໂດຍຜ່ານດ່ານຊາຍແດນຄໍາມ່ວນ.ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ
ການສ້ອມແປງຖະໜົນແຂວງຄຳມ່ວນ ຄາດວ່າຈະຕ້ອງໃຊ້ງົບ 33 ຕື້ກີບ
ແຂວງຄຳມ່ວນ: ອຳນາດການປົກຄອງໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່າວວ່າຕ້ອງໃຊ້ງົບປະມານຢ່າງຕ່ຳ 33 ຕື້ກີບ ໃນການສ້ອມແປງຖະໜົນທີ່ຖືກເສຍຫາຍໃນຫ້າເມືອງ. ທ່ານ ພິດສະໄໝ ຄົງສະດັດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປີດເຜີຍຕໍ່ສື່ມວນຊົນວ່າ “ພວກເຮົາຄາດວ່າຈະຕ້ອງໃຊ້ງົບປະມານ 33 ຕື້ກວ່າກີບໃນການສ້ອມແປງຖະໜົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຢູ່ເມືອງມະຫາໄຊ, ໜອງບົກ, ຍົມມະລາດ, ບົວລະພາ ແລະ ເຊບັ້ງໄຟ. “ໃນບັນດາເມືອງເຫຼົ່ານີ້ ມີຖະໜົນໄດ້ຮັບຜົນກະທົບທັງໝົດ 52 ແຫ່ງ ໃນລະດັບຄວາມເສຍຫາຍທີ່ແຕກຕ່າງກັນ. ການສ້ອມແປງຖະໜົນ 10 ແຫ່ງຢູ່ເມືອງມະຫາໄຊ ຄາດວ່າຈະຕ້ອງໃຊ້ງົບຢູ່ 4 ຕື້ກີບ, ຖະໜົນ 11 ແຫ່ງຢູ່ເມືອງໜອງບົກ ຈະຕ້ອງໃຊ້ງົບ 6 ຕື້ກີບ, ຖະໜົນຫົກແຫ່ງຢູ່ເມືອງຍົມມະລາດ ຈະຕ້ອງໃຊ້ງົບ 3 ຕື້ກີບ, ຖະໜົນ 15 ແຫ່ງຢູ່ເມືອງບົວລະພາ ຈະຕ້ອງໃຊ້ງົບ ...
ພົມພົງ ເຫຼົາອິນ