ການສ້ອມແປງຖະໜົນແຂວງຄຳມ່ວນ ຄາດວ່າຈະຕ້ອງໃຊ້ງົບ 33 ຕື້ກີບ

ແຂວງຄຳມ່ວນ: ອຳນາດການປົກຄອງໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່າວວ່າຕ້ອງໃຊ້ງົບປະມານຢ່າງຕ່ຳ 33 ຕື້ກີບ ໃນການສ້ອມແປງຖະໜົນທີ່ຖືກເສຍຫາຍໃນຫ້າເມືອງ. ທ່ານ ພິດສະໄໝ ຄົງສະດັດ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປີດເຜີຍຕໍ່ສື່ມວນຊົນວ່າ “ພວກເຮົາຄາດວ່າຈະຕ້ອງໃຊ້ງົບປະມານ 33 ຕື້ກວ່າກີບໃນການສ້ອມແປງຖະໜົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຢູ່ເມືອງມະຫາໄຊ, ໜອງບົກ, ຍົມມະລາດ, ບົວລະພາ ແລະ ເຊບັ້ງໄຟ. “

ໃນບັນດາເມືອງເຫຼົ່ານີ້ ມີຖະໜົນໄດ້ຮັບຜົນກະທົບທັງໝົດ 52 ແຫ່ງ ໃນລະດັບຄວາມເສຍຫາຍທີ່ແຕກຕ່າງກັນ. ການສ້ອມແປງຖະໜົນ 10 ແຫ່ງຢູ່ເມືອງມະຫາໄຊ ຄາດວ່າຈະຕ້ອງໃຊ້ງົບຢູ່ 4 ຕື້ກີບ, ຖະໜົນ 11 ແຫ່ງຢູ່ເມືອງໜອງບົກ ຈະຕ້ອງໃຊ້ງົບ 6 ຕື້ກີບ, ຖະໜົນຫົກແຫ່ງຢູ່ເມືອງຍົມມະລາດ ຈະຕ້ອງໃຊ້ງົບ 3 ຕື້ກີບ, ຖະໜົນ 15 ແຫ່ງຢູ່ເມືອງບົວລະພາ ຈະຕ້ອງໃຊ້ງົບ 15 ຕື້ກີບ, ແລະ ຖະໜົນ 10 ແຫ່ງຢູ່ເມືອງເຊບັ້ງໄຟ ຈະຕ້ອງໃຊ້ງົບ 3 ຕື້ກີບ ໃນການຟື້ນຟູປົວແປງໃຫ້ກັບສູ່ສະພາບປົກກປະຕິ.

ອ່ານຕໍ່… 

ພົມພົງ ເຫຼົາອິນ