ການສື່ສານຄົມມະນາຄົມ
Communications policy and administration
Telcos Discount Voice Calls and Data Rates During Lockdown Period
ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ຜູ້ຂາຍເຄື່ອງຮັບສັນຍານດາວທຽມໃນລາວ ຖືກເຕືອນໃຫ້ປະຕິບັດຕາມລະບຽບການ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງໄດ້ແຈ້ງເຕືອນໃຫ້ຜູ້ຈຳໜ່າຍເຄື່ອງຮັບສັນຍານດາວທຽມສຳລັບວິທະຍຸ ແລະ ໂທລະພາບ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ພາຍຫຼັງທີ່ຮູ້ມາວ່າມີຜູ້ຈຳໜ່າຍບາງລາຍ ໄດ້ນຳເຂົ້າເຄື່ອງຮັບສັນຍານບໍ່ຖືກຕາມລະບຽບກົດໝາຍ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແນວທາງໃໝ່ກ່ຽວກັບຂໍ້ເງື່ອນໄຂ ທີ່ຜູ້ຈຳໜ່າຍຕ້ອງປະຕິບັດ.ຜ່ານມາ ມີຜູ້ຂາຍຫຼາຍເຈົ້າທີ່ຈຳໜ່າຍເຄື່ອງຮັບສັນຍານທີ່ນຳເຂົ້າບໍ່ຖືກຕ້ອງ ເຊິ່ງຜິດຕໍ່ລະບຽບກົດໝາຍທີ່ກ່ຽວຂ້ອງໃນຫຼາຍດ້ານ, ຕາມການເປິດເຜີຍຂອງທ່ານ ພິນພຼັດທະນາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ຕໍ່ສຳນັກຂ່າວວຽງຈັນທາມສ໌ວານນີ້.ອ່ານຕໍ່ ...
ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/comply-regulations-satellite-receiver-dealers-warned-laos-105512
ກະຊວງໂທລະຄົມຈະຄຸ້ມຄອງການຈັດກອງປະຊຸມທາງອອນໄລຂອງລັດຖະບານ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຕົກລົງເດີນໜ້າຄຸ້ມຄອງການປະຊຸມທາງອອນໄລ (video conferences) ຂອງລັດຖະບານ ພາຍໃຕ້ຄວາມສ່ຽງກ່ຽວກັບການຮົ່ວໄຫຼຂອງຂໍ້ມູນຄວາມລັບຂອງປະເທດ.ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໂທລະຄົມ ໄດ້ລົງນາມໃນຂໍ້ຕົກລົງລັດຖະມົນຕີ ກ່ຽວກັບການຈັດຕັ້ງກົດລະບຽບ ແລະ ມາດຕະການ ສຳລັບກົມກອງຂອງລັດຖະບານ ໃນການຕິດຕັ້ງ ແລະ ດຳເນີນການປະຊຸມທາງອອນໄລ, ເຊິ່ງເປັນສ່ວນໜຶ່ງຂອງມາດຕະການເພື່ອສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນຄວາມລັບທາງລັດຖະການ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/telecoms-ministry-regulate-gov%E2%80%99t-video-conferencing-103350
ໜ່ວຍງານຄຸ້ມຄອງໂທລະຄົມສະເໜີໃຫ້ມີການລົງທະບຽນຊິມຄາດແບບອອນລາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການຄຸ້ມຄອງວຽກງານໂທລະຄົມມະນາຄົມລາວຈະພັດທະນາ ແອັບ ເພື່ອເປັນທາງເລືອກໃນການເລັ່ງມືການລົງທະບຽນຊິມຄາດແບບອອນລາຍ. ເຈົ້າໜ້າທີ່ໃນຄະນະກ່າວໃນວານນີ້ວ່າ ການສ້າງແອັບດັ່ງກ່າວແມ່ນໄດ້ສຳເລັດແລ້ວ ແລະ ກຳລັງຢູ່ໃນຂັ້ນຕອນການທົດລອງ. ຂັ້ນຕອນດັ່ງກ່າວແມ່ນເພື່ອຮັບປະກັນວ່າແອັບດັ່ງກ່າວຈະທຳງານໄດ້ຢ່າງຖືກຕ້ອງເມື່ອມີການນຳໃຊ້ຕົວຈິງ.ອ່ານຕໍ່ ...
ເອກະພອນ ພູທອນສີ