ຜູ້ຂາຍເຄື່ອງຮັບສັນຍານດາວທຽມໃນລາວ ຖືກເຕືອນໃຫ້ປະຕິບັດຕາມລະບຽບການ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງໄດ້ແຈ້ງເຕືອນໃຫ້ຜູ້ຈຳໜ່າຍເຄື່ອງຮັບສັນຍານດາວທຽມສຳລັບວິທະຍຸ ແລະ ໂທລະພາບ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ພາຍຫຼັງທີ່ຮູ້ມາວ່າມີຜູ້ຈຳໜ່າຍບາງລາຍ ໄດ້ນຳເຂົ້າເຄື່ອງຮັບສັນຍານບໍ່ຖືກຕາມລະບຽບກົດໝາຍ.

ທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແນວທາງໃໝ່ກ່ຽວກັບຂໍ້ເງື່ອນໄຂ ທີ່ຜູ້ຈຳໜ່າຍຕ້ອງປະຕິບັດ.

ຜ່ານມາ ມີຜູ້ຂາຍຫຼາຍເຈົ້າທີ່ຈຳໜ່າຍເຄື່ອງຮັບສັນຍານທີ່ນຳເຂົ້າບໍ່ຖືກຕ້ອງ ເຊິ່ງຜິດຕໍ່ລະບຽບກົດໝາຍທີ່ກ່ຽວຂ້ອງໃນຫຼາຍດ້ານ, ຕາມການເປິດເຜີຍຂອງທ່ານ ພິນພຼັດທະນາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ຕໍ່ສຳນັກຂ່າວວຽງຈັນທາມສ໌ວານນີ້.

ອ່ານຕໍ່…

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/comply-regulations-satellite-receiver-dealers-warned-laos-105512