ການບິນໄທຈະຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ, ລວມທັງປະເທດລາວ

ບໍລິສັດການບິນໄທສາກົນ ມີແຜນຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ ຄື: ກຳປູເຈຍ, ຫວຽດນາມ, ມຽນມາ ແລະ ລາວ.

ເສັ້ນທາງການບິນດັ່ງກ່າວ, ເຊິ່ງທັງໝົດແມ່ນເດີນທາງຈາກສະໜາມບິນສຸວັນນະພູມຂອງໄທ, ໄດ້ແກ່ເສັ້ນທາງໄປພະນົມເປັນ, ຮ່າໂນ້ຍ, ໂຮຈິມິນ, ຢ້າງກຸ້ງ, ວຽງຈັນ ແລະ ຫຼວງພະບາງ, ຕາມການລາຍງານຂອງສຳນັກຂ່າວ The Nation.

ແຫຼ່ງຂ່າວຍັງໃຫ້ຂໍ້ມູນຕື່ມວ່າ ທ່ານ ສຸເມດ ດຳຣຸງໃຈທຳ ປະທານບໍລິສັດການບິນໄທ ກ່າວວ່າ ເສັ້ນທາງເຫຼົ່ານີ້ມີຈຳນວນຖ້ຽວບິນໜ້ອຍ ແລະ ມີປະລິມານລູກຄ້າຕ່ຳ.

ທ່ານ ສຸເມດ ຍັງໄດ້ກ່າວເພີ່ມເຕີມວ່າ ການບິນໄທ ຈະມອບໝາຍໃຫ້ສາຍການບິນ ໄທສະມາຍແອເວ ຄອບຄຸມເສັ້ນທາງການບິນເຫຼົ່ານີ້ ເມື່ອມີຂໍ້ສະຫຼຸບກ່ຽວກັບແຜນຍົກເລີກດັ່ງກ່າວ.

ອ່ານຕໍ່…

Taejun Kang