ພື້ນຖານໂຄງລ່າງ

ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203

ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065

ຂະແໜງການບໍລິການຮຽກຮ້ອງໃຫ້ຫຼຸດຄ່າໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຮຽກຮ້ອງໃຫ້ລັດຖະບານຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການບໍລິການ ເນື່ອງຈາກອັດຕາຄ່າໄຟຂອງຂະແໜງສູງກວ່າຂະແໜງການອຸດສາຫະກຳ ແລະ ການຄ້າຫຼາຍເທົ່າ.ຂະແໜງການບໍລິການຕ້ອງຈ່າຍຄ່າໄຟຫຼາຍກວ່າ 1,000 ກີບຕໍ່ກະແສໄຟຟ້າ 1,000 ກິໂລວັດໂມງ, ໃນຂະນະທີ່ຂະແໜງອຸດສາຫະກຳ ແລະ ການຄ້າແມ່ນຈ່າຍພຽງ 700 ກີບ, ຕາງໜ້າສະມາຄົມເປີດເຜີຍໃນກອງປະຊຸມລະຫວ່າງຂະແໜງການລັດ ແລະ ເອກະຊົນ ທີ່ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້.ອ່ານຕໍ່   ...

ໂຕະຂ່າວ
http://annx.asianews.network/content/laos-service-sector-wants-electricity-price-reduction-104889

ທາງສີ່ແຍກໃນຕົວເມືອງຈະໄດ້ຮັບການຍົກລະດັບເພື່ອຫຼຸດຜ່ອນບັນຫາລົດຕິດ

ອຳນາດການປົກຄອງນະຄອນຫຼວງວຽງຈັນກຳລັງທຳການປັບປຸງ ແລະ ຂະຫຍາຍເສັ້ນທາງສາຍຫຼັກ ແລະ ຕິດຕັ້ງໄຟຈໍລະຈອນສຳລັບຄົນຍ່າງໃນພື້ນທີ່ຊຸມຊົນ ເພື່ອຫຼຸດຜ່ອນການຕິດຂັດໃນການຈໍລະຈອນ.ໜ້າວຽກດັ່ງກ່າວແມ່ນດຳເນີນໂດຍກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການສັນຈອນຂອງພະແນກ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ໜ້າວຽກການຂະຫຍາຍຖະໜົນ ແລະ ການຕິດຕັ້ງໄຟສັນຍານຈໍລະຈອນ ໄດ້ເລິ່ມດຳເນີນໃນທ້າຍເດືອນສິງຫາ ແລະ ຄາດວ່າຈະສຳເລັດໃນທ້າຍເດືອນພະຈິກນີ້.ການຂະຫຍາຍຖະໜົນແມ່ນເຮັດຢູ່ໃນສີ່ຈຸດຄື ບໍລິເວນໂຮງຮຽນການຊ່າງຫາບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ແລະ ສີ່ແຍກດົງໂດກ-ທາງ 450 ປີ ເມືອງໄຊທານີອ່ານຕໍ່ ...

ພົມພົງ ເຫຼົາອິນ

ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ສຳເລັດແລ້ວ 40 ສ່ວນຮ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງດ່ວນ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຕົວເມືອງເມືອງວັງວຽງ, ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງວຽງຈັນ, ສຳເລັດແລ້ວ 40 ສ່ວນຮ້ອຍ.ການກໍ່ສ້າງເສັ້ນທາງໄລຍະ 113.5 ກມ ເຊິ່ງເລີ່ມຕົ້ນໃນເດືອນເມສາປີກາຍນີ້ ຄາດວ່າຈະສຳເລັດພາຍໃນສາມປີ, ຕາມເຈົ້າໜ້າທີ່ຮັບຜິດຊອບ. ເຈົ້າໜ້າທີ່ກຳລັງທົບທວນການຈັດຕັ້ງປະຕິບັດໂຄງການ ເຊິ່ງຈະມີການພິຈາລະນາບັນຫາທີ່ອາດເກີດຂຶ້ນໃນການຈັດຕັ້ງປະຕິບັດ, ເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບໂຄງການ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນອັງຄານນີ້.ເສັ້ນທາງດັ່ງກ່າວ ເຊິ່ງລວມທັງອຸໂມງພູຜ້າໄລຍະ 679 ແມັດ ຈະຊ່ວຍຫຼຸດໄລຍະການເດີນທາງໄດ້ປະມານ 43 ກມ ທຽບກັບເສັ້ນທາງແຫ່ງຊາດເລກທີ 13 ເໜືອ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/vientiane-vangvieng-expressway-40-cent-complete-104888

ການກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ ຕໍ່ສັນຍາອີກ 18 ເດືອນ

ສັນຍາຮັບເໝົາການກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ໄດ້ຮັບການຕໍ່ສັນຍາໄປອີກ 18 ເດືອນ ພາຍຫຼັງຜູ້ຮັບເໝົາປະສບສະພາບຂາດແຫຼ່ງທຶນ.ທ່ານ ສັກສົມບັດ ໄຕສຸລິຍາ ເຈົ້າຂອງໂຄງການເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສັນຍາຮັບເໝົາໂຄງການໄດ້ຮັບການຕໍ່ສັນຍາຈາກເດືອນກໍລະກົດປີນີ້ໄປເຖິງທ້າຍປີ 2020 ເນື່ອງຈາກຜູ້ຮັບເໝົາມີງົບປະມານທີ່ຈຳກັດ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ

NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.ອ່ານຕໍ່ ...

Li Xia
http://www.xinhuanet.com/english/2019-09/22/c_138412982.htm

ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ

ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ເຈົ້າໜ້າທີ່ຢືນຢັນການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດຈະສຳເລັດພາຍໃນທ້າຍປີນີ້

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຍົກລະດັບຖະໜົນໄລຍະ 9.4 ກມ ແຕ່ທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະສຳເລັດພາຍໃນທ້າຍປີນີ້.ທ່ານ ສົມປະສົງ ຈັນທະວົງ ຫົວໜ້າທີ່ປຶກສາໂຄງການ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ມື້ວານນີ້ວ່າ ໂຄງການດັ່ງກ່າວມາເຖິງປະຈຸບັນແມ່ນດຳເນີນໄດ້ 72.62 ສ່ວນຮ້ອຍ ເຊິ່ງທາງຜູ້ຮັບເໝົາກຳລັງເລັ່ງມືການກໍ່ສ້າງ ເພື່ອໃຫ້ການຍົກລະດັບຖະໜົນດັ່ງກ່າວສຳເລັດໃນທ້າຍປີ 2019.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ສູນການຄ້າຄົບວົງຈອນຕະຫຼາດເຊົ້າ ກຳນົດການປັບປຸງການພັດທະນາຄືນໃໝ່

ກອງປະຊຸມສື່ມວນຊົນໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ ເພື່ອຖະແຫຼງຂ່າວກ່ຽວກັບອະນາຄົດຂອງສູນການຄ້າຄົບວົງຈອນ, ເຊິ່ງປະສົບກັບສະພາບຄວາມບໍ່ແນ່ນອນໃນຊຸມປີຜ່ານມາ.ກອງປະຊຸມຕໍ່ສື່ມວນຊົນດັ່ງກ່າວແມ່ນນຳໂດຍທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຊາຍຄຳ ອຸ່ນມີໄຊ ຮອງປະທານອົງການກວດສອບ ແລະ ຕ້ານການສໍ້ລາດບັງຫຼວງແຫ່ງລັດ, ທ່ານ ຄຳໝົ່ນ ບົວພັນ ຮອງຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ກໍຄືກົມກອງທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ.ອ່ານຕໍ່ ...

Latsamy Phonevilay
https://laotiantimes.com/2019/09/17/morning-market-mall-complex-slated-for-redevelopment/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zRwBN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!