ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ

NANNING, 22 ກັນຍາ (Xinhua) — ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເກືອບ 80 ສ່ວນຮ້ອຍ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີຂອງລາວກ່າວເປີດເຜີຍໃນວັນເສົານີ້.

ເສັ້ນທາງດັ່ງກ່າວຈະເປັນພື້ນຖານໂຄງລ່າງຕົ້ນຕໍສຳລັບເສັ້ນທາງເສດຖະກິດລະຫວ່າງສອງປະເທດ ແລະ ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທ່ານ ສອນໄຊກ່າວໃນງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງຈັດຢູ່ເມືອງໜານໜິງ ເມືອງຫຼວງຂອງເຂດປົກຄອງຕົນເອງກວາງສີຈວງຂອງຈີນ.

ເສັ້ນທາງລົດໄຟລາວ-ຈີນ ເຊິ່ງຈະໃຫ້ບໍລິການໃນຄວາມໄວ 160 ກມ ຕໍ່ຊົ່ວໂມງ ຄາດວ່າຈະເປີດດຳເນີນການໃນປີ 2021.

ອ່ານຕໍ່…

Li Xia
http://www.xinhuanet.com/english/2019-09/22/c_138412982.htm