ເຈົ້າໜ້າທີ່ຢືນຢັນການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດຈະສຳເລັດພາຍໃນທ້າຍປີນີ້

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ ການຍົກລະດັບຖະໜົນໄລຍະ 9.4 ກມ ແຕ່ທາງແບ່ງຕານມີໄຊ ເມືອງໄຊທານີ ຫາທາງແບ່ງສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະສຳເລັດພາຍໃນທ້າຍປີນີ້.
ທ່ານ ສົມປະສົງ ຈັນທະວົງ ຫົວໜ້າທີ່ປຶກສາໂຄງການ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ມື້ວານນີ້ວ່າ ໂຄງການດັ່ງກ່າວມາເຖິງປະຈຸບັນແມ່ນດຳເນີນໄດ້ 72.62 ສ່ວນຮ້ອຍ ເຊິ່ງທາງຜູ້ຮັບເໝົາກຳລັງເລັ່ງມືການກໍ່ສ້າງ ເພື່ອໃຫ້ການຍົກລະດັບຖະໜົນດັ່ງກ່າວສຳເລັດໃນທ້າຍປີ 2019.
ພົມພົງ ເຫຼົາອິນ