ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.

ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.

ອ່ານຕໍ່…

 

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203