ການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ສຳເລັດແລ້ວ 40 ສ່ວນຮ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ການກໍ່ສ້າງເສັ້ນທາງດ່ວນ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຕົວເມືອງເມືອງວັງວຽງ, ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງວຽງຈັນ, ສຳເລັດແລ້ວ 40 ສ່ວນຮ້ອຍ.

ການກໍ່ສ້າງເສັ້ນທາງໄລຍະ 113.5 ກມ ເຊິ່ງເລີ່ມຕົ້ນໃນເດືອນເມສາປີກາຍນີ້ ຄາດວ່າຈະສຳເລັດພາຍໃນສາມປີ, ຕາມເຈົ້າໜ້າທີ່ຮັບຜິດຊອບ. ເຈົ້າໜ້າທີ່ກຳລັງທົບທວນການຈັດຕັ້ງປະຕິບັດໂຄງການ ເຊິ່ງຈະມີການພິຈາລະນາບັນຫາທີ່ອາດເກີດຂຶ້ນໃນການຈັດຕັ້ງປະຕິບັດ, ເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບໂຄງການ ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນອັງຄານນີ້.

ເສັ້ນທາງດັ່ງກ່າວ ເຊິ່ງລວມທັງອຸໂມງພູຜ້າໄລຍະ 679 ແມັດ ຈະຊ່ວຍຫຼຸດໄລຍະການເດີນທາງໄດ້ປະມານ 43 ກມ ທຽບກັບເສັ້ນທາງແຫ່ງຊາດເລກທີ 13 ເໜືອ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/vientiane-vangvieng-expressway-40-cent-complete-104888