ລາວໂທລະຄົມທົດສອບການນຳໃຊ້ເທັກໂນໂນຢີ 5G

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມ ມະຫາຊົນ (ລາວໂທລະຄົມ) ໄດ້ເລີ່ມທົດລອງເທັກໂນໂນຢີ 5G ໃໝ່, ເຊິ່ງເປັນເຄືອຂ່າຍການສື່ສານຄວາມໄວສູງຍຸກທີຫ້າ ທີ່ມີການກ່າວເຖິງຫຼາຍທີ່ສຸດ.
ການທົດສອບແມ່ນມີຂຶ້ນໃນມື້ວານນີ້ ທີ່ສຳນັກງານໃຫຍ່ບໍລິສັດ ທີ່ນະຄອນວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງຄະນະອຳນວຍການ ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ.
ເທັກໂນໂນຢີ 5G ເປັນເທັກໂນໂລຢີທີ່ສະຫຼາດກວ່າ, ໄວກວ່າ ແລະ ມີປະສິດທິຜົນກວ່າ 4G ທັງສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໄດ້ດີກວ່າ.
ໂຕະຂ່າວ
http://annx.asianews.network/content/lao-telecom-tests-5g-technology-105838