ບໍລິສັດ ຫວຽດເທວ ຈະທົດສອບການໃຫ້ບໍລິການ 5G ໃນລາວ

ຫວຽດເທວ ບໍລິສັດໂທລະຄົມຍັກໃຫຍ່ ຈະທົດສອບການນຳໃຊ້ເຄືອຂ່າຍ 5G ໃນລາວໃນໄຕມາດທີ່ສີ່ນີ້ ເຊັ່ນດຽວກັບຢູ່ປະເທດກຳປູເຈຍ ແລະ ມຽນມາ.

ບໍລິສັດຢູນິເທວ ເຊິ່ງເປັນເຄືອຂ່າຍບໍລິສັດດັ່ງກ່າວໃນລາວ ຈະເປັນຜູ້ປະກອບການເຄືອຂ່າຍລາຍທຳອິດໃນລາວ ທີ່ໃຫ້ບໍລິການ 5G, ຕາມບົດຂ່າວຂອງບໍລິສັດ ຫວຽດເທວ ໃນວັນອັງຄານນີ້.

ຢູນິເທວ ໄດ້ໃຫ້ບໍລິການໃນລາວມາເປັນເວລາ 13 ປີແລ້ວ ແລະ ປະຈຸບັນກໍເປັນຜູ້ປະກອບການເຄືອຂ່າຍໂທລະສັບທີ່ໃຫຍ່ທີ່ສຸດໃນປະເທດ ເຊິ່ງມີຜູ້ນຳໃຊ້ 3 ລ້ານກວ່າຄົນ, ກວມ 56 ສ່ວນຮ້ອຍຂອງຕະຫຼາດໂທລະຄົມທົ່ວປະເທດ.

ອ່ານຕໍ່…

 

Dat Nguyen
https://e.vnexpress.net/news/business/companies/viettel-to-test-5g-broadcast-in-laos-3993756.html