DriveUp ບໍລິການລົດຮັບສົ່ງໃໝ່ ຄູ່ແຂ່ງ LOCA

ກຸ່ມບໍລິສັດ Meal Temple ຂອງກຳປູເຈຍ ໄດ້ເປີດບໍລິການລົດຮັບສົ່ງໃນລາວ, ກາຍເປັນບໍລິສັດທີສອງຂອງປະເທດລາວທທີ່ໃຫ້ບໍລິການດັ່ງກ່າວ ນອກຈາກບໍລິສັດທ້ອງຖິ່ນ LOCA.

ກຸ່ມບໍລິສັດ Meal Temple ເຊິ່ງໄດ້ມີການກໍ່ຕັ້ງໃນປີ 2013 ໄດ້ຂະຫຍາຍກິດຈະການເຂົ້າມາໃນລາວໃນເດືອນກໍລະກົດປີນີ້ ດ້ວຍການຊື້ກິດຈະການ MyDelivery ບໍລິການຈັດສົ່ງອາຫານຜ່ານໂທລະສັບມືຖື ຈາກບໍລິສັດ Kiwi Group ຂອງລາວ. ປະຈຸບັນ ທາງບໍລິສັດມີກິດຈະການຢູ່ໃນປະເທດມຽນມາ, ເນປານ ແລະ ພູຖານ.

ກຸ່ມບໍລິສັດດັ່ງກ່າວຈະເຂົ້າມາເປີດບໍລິການລົດຮັບສົ່ງໃນລາວ ທ່າມກາງການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໃນປະເທດ.

ອ່ານຕໍ່…

Taejun Kang