ເສີມຂະຫຍາຍເຄືອຂ່າຍກາຍຮ່ວມມືລັດ ເອກະຊົນ ເພື່ອປັບປຸງການຄວບຄຸມພະຍາດໄຂ້ປ່າໃນລາວ
(ຂປລ) ນະໂຍບາຍແຫ່ງຊາດເພື່ອຄວບຄຸມ ແລະ ລຶບລ້າງພະຍາດປ່າ2016-2020 ຂອງສູນໄຂ້ຍູງ, ແມ່ກາຝາກ ແລະ ແມງໄມ້ ເຊິ່ງເປັນແຜນຍຸດທະສາດເທື່ອທີຫ້າກ່ຽວກັບການລຶບລ້າງພະຍາດໄຂ້ປ່າໃນ ສປປ ລາວ ມີເປົ້າໝາຍແນໃສ່ການຄວບຄຸມ ແລະ ລຶບລ້າງພະຍາດໄຂ້ປ່າໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ເຊິ່ງພົບວ່າຍັງມີການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ປະເທດສະວິດເຊີແລນເປີດໂຕກອງທຶນເພື່ອການສະແດງອອກທາງວັດທະນະທຳໃນລາວ
(ຂປລ) ລັດຖະບານສະວິດເຊີແລນໄດ້ເລີ່ມເປີດຮັບການເປີດປະມູນສະທາລະນະສຳລັບກອງທຶນເພື່ອວັດທະນະທຳລາວ (LCF) ເຊິ່ງຈະສະໜອງໂອກາດທາງດ້ານແຫຼ່ງທຶນ ແລະ ການຝຶກອົບຮົມສຳລັບອົງການຈັດຕັ້ງ, ຫົວໜ່ວຍທຸລະກິດ ຫຼີ ພາກສ່ວນສັງຄົມສົງເຄາະ ເພື່ອສົ່ງເສີມການສະແດງອອກທາງດ້ານວັດທະນະທຳໃນ ສປປ ລາວ ພາຍໃຕ້ຫົວຂໍ້ “ວັດທະນະທຳລາວໂດຍຄົນລາວ ແລະ ເພືື່ອຄົນລາວ”.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47269
ນັກສືບສວນ: ໂຄງການເຂື່ອນໄຟຟ້າດັບສູນໂລມາ, ທຳລາຍອຸດສາຫະກຳການປະມົງ ແລະ ທ່ອງທ່ຽວ
ສະມາຊິກສະພາທີ່ປຶກສາແຫ່ງຊາດກຳປູເຈຍ ລາຍງານຕໍ່ໜ່ວຍບໍລິການ RFA ກຳປູເຈຍວ່າ ອຳນາດການປົກຄອງທ້ອງຖິ່ນກຳລັງນຳໃຊ້ຊ່ອງຫວ່າງທາງກົດໝາຍ ເພື່ອຫຼີກລ່ຽງການປະຕິບັດຕາມລະບຽບການໃນການປົກປ້ອງຊີວິນາໆພັນໃນແມ່ນ້ຳຂອງ.ທ່ານ ກອງ ໂມນິກາ ນຳທີມໃນການສືບສວນສອບສວນຜົນກະທົບຂອງເຂື່ອນໄຟຟ້ານ້ຳຂອງ ດອນສະໂຮງ, ທີ່ພວມດຳເນີນການກໍ່ສ້າງໃກ້ກັຍຊາຍແດນລາວ-ກຳປູເຈຍ. ທ່ານໄດ້ກ່າວວ່າ ຈຸດປະສົງໃນການສືບສວນສອບສວນນີ້ ແມ່ນເພື່ອກວດສອບວ່າ ໂລມານ້ຳຈືດອິລະວະດີ (ປາຂ່າ) ທີ່ໃກ້ສູນພັນນີ້ ໄດ້ຮັບການປົກປ້ອງພາຍໃຕ້ລະບຽບກົດໝາຍຂອງແຂວງກຣັດຕີ ແລະ ສະຕັງເຕຣັງແທ້ຫຼືບໍ່.ອ່ານຕໍ່ ...
Eugene Whong
ລັດຕົກລົງອອດມາດຕະການຫຼຸດຄ່າໄຟ ເພື່ອສົ່ງເສີມເສດຖະກິດໃຫ້ເຂັ້ມແຂງ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານໄດ້ຕົກລົງແກ້ໄຂໂຄງສ້າງລາຄາກະແສໄຟຟ້າຕໍ່ໜ່ວຍ ເພື່ອຫຼຸດຜ່ອນຄ່າໄຟຟ້າ ເຊິ່ງເປັນນະໂຍບາຍເພື່ອສົ່ງເສີມການລົງທຶນ ແລະ ຄວາມສາມາດດ້ານການຜະລິດ.ສະມາຊິກຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມສາມັນປະຈຳເດືອນເມສາ ເຊິ່ງຈັດຂຶ້ນໃນວັນອັງຄານ ແລະ ວັນພຸດຜ່ານມານີ້. ການປັບໂຄງສ້າງນີ້ ເຊິ່ງຈະມີຜົນໄປຈົນເຖິງປີ 2025 ຈະເລີ່ມປັບຫຼຸດຄ່າໄຟຟ້າໃຫ້ຕ່ຳລົງ, ຕາມການເປີດເຜີຍໃນກອງປະຊຸມສື່ມວນຊົນຂອງສຳນັກງານນາຍົກລັດຖະມົນຕີ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານກ່ຽວກັບການສຳປະທານທີ່ດິນ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນອັງຄານນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ ກ່ຽວກັບການກວດກາການເຊົ່າ ແລະ ສຳປະທານທີ່ດິນ ສຳລັບນັກພັດທະນາ.ພາຍຫຼັງຮັບຟັງການນຳສະເໜີບົດລາຍງານ, ສະມາຊິກສະພາໄດ້ມີການແລກປ່ຽນຄຳເຫັນກ່ຽວກັບຫົວຂໍ້ດັ່ງກ່າວ ເຊິ່ງບາງທ່ານກໍໃຫ້ຄຳເຫັນວ່າ ຄວນມີການກຳນົດມາດຕະການທີ່ຈະແຈ້ງ ໃນການລົງໂທດຜູ້ທີ່ລະເມີດຕໍ່ສັນຍາຕາມລະບຽບກົດໝາຍ.ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານລາວຈະເພີ່ມການຈັດເກັບອາກອນສຳລັບກາຊິໂນໃຫ້ສູງ
ພາຍໃຕ້ຮ່າງກົດໝາຍສະບັບໃໝ່ຂອງລັດຖະບານລາວ ການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈະຖືກປັບປຸງໃຫ້ສູງຂຶ້ນ.ຕາມແຫຼ່ງຂ່າວວຽງຈັນທາມສ໌ຂອງລາວ, ຮ່າງກົດໝາຍສະບັບດັ່ງກ່າວ ທີ່ໄດ້ມີການຍື່ນສະເໜີຕໍ່ສະພາແຫ່ງຊາດໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໃນອາທິດແລ້ວນີ້ ຈະມີການເພີ່ມການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈາກ 35% ເປັນ 50% ນັບແຕ່ເດືອນມັງກອນ ປີ 2020 ເປັນຕົ້ນໄປ.ອ່ານຕໍ່ ...
ສານປະຊາຊົນ ຊ່ວຍແກ້ໄຂບັນຫາສັງຄົມທີ່ເກີດຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນຫາສັງຄົມທີ່ເກີດຂຶ້ນໃນລາວສ່ວນໃຫຍ່ແມ່ນບັນຫາຂີ້ລັກ, ຢາເສບຕິດ, ເງິນກູ້ ແລະ ການຢ່າຮ້າງ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນພຸດນີ້.ບັນຫາດັ່ງກ່າວ ໄດ້ມີການສະຫຼຸບໃນບົດລາຍງານຂອງທ່ານຄຳພາ ກ່ຽວກັບວຽກງານສານປະຊາຊົນໃນປີ 2019 ແລະ ແຜນການສຳລັບປີ 2020.ອ່ານຕໍ່ ...
ໂຕະຂ່າວວຽຈັນທາມສ໌
ຈີນ, ລາວລົງນາມໃນເອກະສານການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກ
ວຽງຈັນ, 23 ຕຸລາ (Xinhua) — ເຈົ້າໜ້າທີ່ຈີນ ແລະ ລາວ ໄດ້ລົງນາມໃນເອກະສານ ເພື່ອດຳເນີນໂຄງການຊ່ວຍເຫຼືອຂອງຈີນ ໃນການຫຼຸດຜ່ອນຄວາມທຸກຍາກໃນລາວ ໃນວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ.ທ່ານ ຫວັງ ສີອຸຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄະນະກຳມາທິການການຮ່ວມມືລາວ-ຈີນ ໄດ້ລົງນາມໃນບົດສະຫຼຸບການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງລັດຖະບານຈີນ ໃນການກໍ່ສ້າງສິ່ງອຳນວຍຄວາມສະດວກເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຂອງລາວ.ອ່ານຕໍ່ ...
Lu Hui
ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວ, ຢູເນັສໂກແລກປ່ຽນປະສົບການໃນການປົກປັກຮັກສາມໍລະດົກໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍຕາງໜ້າຈາກສາທາລະນະລັດເກົາຫຼີ ແລະ ອົງການຢູເນັສ໌ໂກບາງກອກ ໄດ້ປະຊຸມຢູ່ນະຄອນວຽງຈັນໃນວັນຈັນຜ່ານມາ ເຊິ່ງເປັນກອງປະຊຸມວິຊາການໄລຍະຫ້າວັນ ເພື່ອຫາລືກ່ຽວກັບການປົກປັກຮັກສາມໍລະດົກໂລກ.ກອງປະຊຸມວິຊາການກ່ຽວກັບການປົກປັກຮັກສາມໍລະດົກທາງວັັດທະນະທຳທີ່ບໍ່ເປັນຮູບປະທຳ ແລະ ເອກະສານການແຕ່ງຕັ້ງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ສິງຫານີ້ ພາຍໃຕ້ການສະໜັບສະໜູນຂອງສາທາລະນະລັດເກົາຫຼີ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເສີມຂະຫຍາຍຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນການປົກປັກຮັກສາມໍລະດົກໂລກ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/laos-unesco-share-experiences-heritage-protection-101965
ລາວສາມາດ 'ຄຸ້ມຄອງ' ໜີ້ສິນຕໍ່ຈີນ, ນາຍົກກ່າວ
ໂຕກຽວ — ລາວຢືມເງິນຈາກຈີນ ແລະ ບັນດາປະເທດພຽງແຕ່ສຳລັບໂຄງການທີ່ມີຄວາມຈຳເປັນ ແລະ ມີທ່າແຮງດ້ານເສດຖະກິດເທົ່ານັ້ນ, ນາຍົກລາວກ່າວໃນວັນສຸກຜ່ານມາ, ເພື່ອຕອບໂຕ້ຕໍ່ຄຳເຕືອນຈາກສາກົນກ່ຽວກັບໜີ້ສິນຂອງລັດຖະບານຕໍ່ປະເທດມະຫາອຳນາດທາງທຸລະກິດແຫ່ງອາຊີ.“ຖ້າວ່າພວກເຮົາບໍ່ກູ້ຢືມເງິນດັ່ງກ່າວ, ປະເທດລາວ ເຊິ່ງເປັນໜຶ່ງໃນເປັນປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ ຈະບໍ່ສາມາດເດີນໜ້າການພັດທະນາໄດ້,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ນັກຂ່າວ ນິເຄອິເອຊຽນຣີວິວ ໃນການສຳພາດຫຼັງກອງປະຊຸມ Nikkei’s Future of Asia ທີ່ໂຕກຽວ.ອ່ານຕໍ່ ...
ທີມຂ່າວ Nikkei
https://asia.nikkei.com/Spotlight/The-Future-of-Asia-2019/Laos-can-manage-debt-to-China-PM-insists
ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມ ເພື່ອການຟື້ນຟູຫຼັງໄພພິບັດ
(ຂປລ) ຄະນະບໍລິຫານທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອ US$50 ລ້ານໂດລາ ໃນວັນທີ 13 ທັນວານີ້ ເພື່ອເປັນການຊ່ວຍເຫຼືອເພີ່ມເຕີມດ້ານການເງິນ ສຳລັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໂຄງການຂະແໜງກໍ່ສ້າງທາງໃນລາວ ໄລຍະ II.ທຶນເພີ່ມເຕີມດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຊ່ອງຫວ່າງທາງການເງິນ ສຳລັບການຟື້ນຟູຫຼັງໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018, ການຈັດບູລິມະສິດການລົງທຶນໃນການຄຸ້ມຄອງຄວາມສ່ຽງຕໍ່ໄພນ້ຳຖ້ວມ, ແລະ ຂະແໜງການກໍ່ສ້າງທາງ, ເຊິ່ງຄິດເປັນ 75 ສ່ວນຮ້ອຍຂອງຄວາມເສຍຫາຍ ແລະ ການສູນເສຍ ທີ່ຄາດຄະເນທັງໝົດ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ການກໍ່ສ້າງເສັ້ນທາງແຫ່ງຊາດເລກທີ 11 ເລີ່ມດຳເນີນຢ່າງເປັນທາງການ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງກັບທີ່ປຶກສາໄທ ແລະ ລາວ ແລະ ຜູ້ຮັບເໝົາ ເພື່ອເລີ່ມຕົ້ນການກໍ່ສ້າງເສັ້ນທາງແຫ່ງຊາດເລກທີ 11, ເຊິ່ງເຊື່ອມຕໍ່ນະຄອນວຽງຈັນຜ່ານແຂວງໄຊຍະບູລີເຂົ້າສູ່ພາກເໜືອຂອງໄທ.ເສັ້ນທາງໄລຍະກວ່າ 122 ກິໂລແມັດດັ່ງກ່າວຈະໃຊ້ເວລາໃນການກໍ່ສ້າງປະມານ 36 ເດືອນຈຶ່ງສຳເລັດ ແລະ ຈະເປີດໃຫ້ບໍລິການຕໍ່ສາທາລະນະໃນປີ 2022.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ທະນາຄານກາງເຕືອນຫ້າມມນຳໃຊ້ສະກຸນເງິນ cryptocurrencies
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ເຕືອນໃຫ້ທະນາຄານການຄ້າ, ຫົວໜ່ວຍທຸລະກິດ ແລະ ມະຫາຊົນຫ້າມທຳການຊື້, ຂາຍ ຫຼື ນຳໃຊ້ ສະກຸນເງິນອີເລັກໂທຣນິກ cryptocurrencies ສຳລັບການເຄື່ອນໄຫວທາງການເງິນ ເນື່ອງຈາກການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍ.ພະແນກຄຸ້ມຄອງລະບົບການເຄື່ອນໄຫວທາງການເງິນຂອງທະນາຄານກາງ ໄດ້ອອກແຈ້ງເຕືອນ ຫຼັງພົບວ່າສະກຸນເງິນອີເລັກໂທຣນິກ cryptocurrencies ເຊັ່ນວ່າ Bitcoin, Ethereum ແລະ Litecoin ມີການໂຄສະນາການນຳໃຊ້ຜ່ານທາງສື່ສັງຄົມອອນລາຍ ທັງໆທີ່ທະນາຄານກາງໄດ້ສັ່ງຫ້າມການນຳໃຊ້ສະກຸນເງິນເຫຼົ່ານີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວ, ຕີມໍເລັດສ໌ເຕ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ, ຕີມໍເລັດສ໌ເຕ ໄດ້ຕົກລົງສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ທັງມີການຄົ້ນຄວ້າທ່າແຮງໃໝ່ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ. ໝາກຜົນຂອງກອງປະຊຸມເຊິ່ງໄຂຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມານີ້ ກໍຄືຂໍ້ຕົກລົງການຮ່ວມມືລະຫວ່າງຄະນະຜູ້ແທນຈາກກະຊວງຂອງສອງຊາດ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-timor-leste-strengthen-relations-cooperation-98160
ກະຊວງຕັ້ງເປົ້າປະຕິຮູບຜ່ານໂຄງການລົງທຶນຂອງລັດ
ກະຊວງການເງິນເຊື່ອວ່າການຄຸ້ມຄອງລະບົບການເງິນຂອງລັດຈະມີປະສິດທິຜົນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ດີຍິ່ງຂຶ້ນ ພາຍຫຼັງການລິເລີ່ມການຈັດຕັ້ງປະຕິບັດສອງໂຄງການເພື່ອສະໜັບສະໜູນການປະຕິຮູບໃນວັນສຸກແລ້ວນີ້.ການລິເລີ່ມສອງໂຄງການດັ່ງກ່າວມີຄື ໂຄງການເສີມຂະຫຍາຍການຄຸ້ມຄອງການເງິນຂອງລັດຜ່ານການນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ໂຄງການປະຕິຮູບການຄຸ້ມຄອງການເງິນຂອງລັດ (EU-WB TF).ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ລາວຫຼຸດອັນດັບລົງ 13 ຂັ້ນກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດໃນທົ່ວໂລກ
ລາວຫຼຸດອັນດັບລົງ 13 ຂັ້ນມາຢູ່ໃນອັນດັບທີ 154 ໃນການຈັດລະດັບຄວາມສະດວກໃນການດຳເນີນທຸລະກິດທົ່ວໂລກ (EODB) ເຖິງແມ່ນວ່າລັດຖະບານໄດ້ສຸມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ຄະແນນ EODB ຂອງປະເທດລາວໃນປີນີ້ແມ່ນ 51.26 ຄະແນນ, ເພີ່ມຂຶ້ນ 11% ທຽບກັບປີກາຍ, ອີງຕາມດັດສະນີການຈັດອັນດັບ EODB ປະຈຳປີຫຼ້າສຸດຂອງທະນາຄານໂລກ ເຊິ່ງທຳການສຳຫຼວດເສດຖະກິດໃນ 190 ປະເທດທົ່ວໂລກ. ການຈັດອັນດັບໃນປີນີ້ໄດ້ມີການເຜີຍແຜ່ຜ່ານທາງເວັບໄຊຂອງທະນາຄານໂລກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ຄະນະກຳມະການແນວລາວໃຫ້ການສະໜັບສະໜູນຂະບວນການພັດທະນາ
ຄະນະກຳມະການສູນກາງແນວລາວສ້າງຊາດໄດ້ຈັດປະຊຸມທີ່ວຽງຈັນ ເພື່ອສັງລວມກິດຈະກຳໃນໄລຍະຜ່ານມາ ແລະ ຮ່າງແຜນການເພື່ອສະໜັບສະໜູນພາລະບົດບາດການສົ່ງເສີມຄວາມສາມັກຄີປອງດອງ ແລະ ຂົນຂວາຍປະຊາຊົນລາວໃນການພັດທະນາປະເທດຊາດ.ກອງປະຊຸມໃຫຍ່ເທື່ອທີ່ສີ່ຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ມີຂຶ້ນໃນວັນທີ 12-13 ມີນາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ເຈົ້າຂອງຍົນບັງຄັບວິທະຍຸຄວນປະຕິບັດຕາມລະບຽບການ
ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະອອກລະບຽບການກ່ຽວກັບການນຳໃຊ້ຍົນບັງຄັບວິທະຍຸໃນໄວໆນີ້, ເຊິ່ງປະຈຸບັນມີຍົນບັງຄັບຈຳນວນ 33 ເຄື່ອງທີ່ຂຶ້ນທະບຽນຜ່ານກົມ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ບໍລິສັດຈີນເລີ່ມໂຄງການຍົກລະດັບຖະໜົນໃນພາກກາງຂອງລາວ
ວຽງຈັນ – ກຸ່ມບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດ (NORINCO) ເປີດໂຄງການຍົກລະດັບຖະໜົນທີ່ແຂວງສະຫວັນນະເຂດທາງພາກກາງຂອງລາວ.ທ່ານ ດົງ ຈີເຟັງ ຮອງຜູ້ຈັດການໃຫຍ່ຂອງບໍລິສັດ NORINCO ສາກົນ ເຊິ່ງເປັນໜ່ວຍງານທຸລະກິດຂອງບໍລິສັດ NORINCO ກ່າວໃນພິທີເປີດໂຄງການພາກສະໜາມໃນວັນເສົາຜ່ານມາວ່າ ນີ້ແມ່ນໂຄງການກໍ່ສ້າງທາງໂຄງການທຳອິດໃນລາວທີ່ຮັບເໝົາໂດຍບໍລິສັດ ເຊິ່ງມີໄລຍະລວມ 430 ກມ ນັບແຕ່ທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ຊູຊິນ