ນັກສືບສວນ: ໂຄງການເຂື່ອນໄຟຟ້າດັບສູນໂລມາ, ທຳລາຍອຸດສາຫະກຳການປະມົງ ແລະ ທ່ອງທ່ຽວ

ສະມາຊິກສະພາທີ່ປຶກສາແຫ່ງຊາດກຳປູເຈຍ ລາຍງານຕໍ່ໜ່ວຍບໍລິການ RFA ກຳປູເຈຍວ່າ ອຳນາດການປົກຄອງທ້ອງຖິ່ນກຳລັງນຳໃຊ້ຊ່ອງຫວ່າງທາງກົດໝາຍ ເພື່ອຫຼີກລ່ຽງການປະຕິບັດຕາມລະບຽບການໃນການປົກປ້ອງຊີວິນາໆພັນໃນແມ່ນ້ຳຂອງ.

ທ່ານ ກອງ ໂມນິກາ ນຳທີມໃນການສືບສວນສອບສວນຜົນກະທົບຂອງເຂື່ອນໄຟຟ້ານ້ຳຂອງ ດອນສະໂຮງ, ທີ່ພວມດຳເນີນການກໍ່ສ້າງໃກ້ກັຍຊາຍແດນລາວ-ກຳປູເຈຍ. ທ່ານໄດ້ກ່າວວ່າ ຈຸດປະສົງໃນການສືບສວນສອບສວນນີ້ ແມ່ນເພື່ອກວດສອບວ່າ ໂລມານ້ຳຈືດອິລະວະດີ (ປາຂ່າ) ທີ່ໃກ້ສູນພັນນີ້ ໄດ້ຮັບການປົກປ້ອງພາຍໃຕ້ລະບຽບກົດໝາຍຂອງແຂວງກຣັດຕີ ແລະ ສະຕັງເຕຣັງແທ້ຫຼືບໍ່.

ອ່ານຕໍ່…

Eugene Whong