ຈີນ, ລາວລົງນາມໃນເອກະສານການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ, 23 ຕຸລາ (Xinhua) — ເຈົ້າໜ້າທີ່ຈີນ ແລະ ລາວ ໄດ້ລົງນາມໃນເອກະສານ ເພື່ອດຳເນີນໂຄງການຊ່ວຍເຫຼືອຂອງຈີນ ໃນການຫຼຸດຜ່ອນຄວາມທຸກຍາກໃນລາວ ໃນວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ຫວັງ ສີອຸຍ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄະນະກຳມາທິການການຮ່ວມມືລາວ-ຈີນ ໄດ້ລົງນາມໃນບົດສະຫຼຸບການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງລັດຖະບານຈີນ ໃນການກໍ່ສ້າງສິ່ງອຳນວຍຄວາມສະດວກເພື່ອຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຂອງລາວ.

ອ່ານຕໍ່…

Lu Hui