ລາວ, ຢູເນັສໂກແລກປ່ຽນປະສົບການໃນການປົກປັກຮັກສາມໍລະດົກໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍຕາງໜ້າຈາກສາທາລະນະລັດເກົາຫຼີ ແລະ ອົງການຢູເນັສ໌ໂກບາງກອກ ໄດ້ປະຊຸມຢູ່ນະຄອນວຽງຈັນໃນວັນຈັນຜ່ານມາ ເຊິ່ງເປັນກອງປະຊຸມວິຊາການໄລຍະຫ້າວັນ ເພື່ອຫາລືກ່ຽວກັບການປົກປັກຮັກສາມໍລະດົກໂລກ.

ກອງປະຊຸມວິຊາການກ່ຽວກັບການປົກປັກຮັກສາມໍລະດົກທາງວັັດທະນະທຳທີ່ບໍ່ເປັນຮູບປະທຳ ແລະ ເອກະສານການແຕ່ງຕັ້ງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ສິງຫານີ້ ພາຍໃຕ້ການສະໜັບສະໜູນຂອງສາທາລະນະລັດເກົາຫຼີ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເສີມຂະຫຍາຍຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນການປົກປັກຮັກສາມໍລະດົກໂລກ.

ອ່ານຕໍ່…

ສີລັດດາ ສຸລິຍົງ
http://annx.asianews.network/content/laos-unesco-share-experiences-heritage-protection-101965