ທະນາຄານກາງເຕືອນຫ້າມມນຳໃຊ້ສະກຸນເງິນ cryptocurrencies

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ເຕືອນໃຫ້ທະນາຄານການຄ້າ, ຫົວໜ່ວຍທຸລະກິດ ແລະ ມະຫາຊົນຫ້າມທຳການຊື້, ຂາຍ ຫຼື ນຳໃຊ້ ສະກຸນເງິນອີເລັກໂທຣນິກ cryptocurrencies ສຳລັບການເຄື່ອນໄຫວທາງການເງິນ ເນື່ອງຈາກການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍ.

ພະແນກຄຸ້ມຄອງລະບົບການເຄື່ອນໄຫວທາງການເງິນຂອງທະນາຄານກາງ ໄດ້ອອກແຈ້ງເຕືອນ ຫຼັງພົບວ່າສະກຸນເງິນອີເລັກໂທຣນິກ cryptocurrencies ເຊັ່ນວ່າ Bitcoin, Ethereum ແລະ Litecoin ມີການໂຄສະນາການນຳໃຊ້ຜ່ານທາງສື່ສັງຄົມອອນລາຍ ທັງໆທີ່ທະນາຄານກາງໄດ້ສັ່ງຫ້າມການນຳໃຊ້ສະກຸນເງິນເຫຼົ່ານີ້.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ