ລັດຖະບານ, ຄູ່ຮ່ວມພັດທະນາສາກົນ ທົບທວນຄວາມຄືບໜ້າໃນການດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນທຸກໆຂະແໜງການ ກໍຄືເສີມຂະຫຍາຍການສ້າງຄວາມສາມາດ ແລະ ຍົກລະດັບຄວາມຮູ້ ໃນຂົງເຂດການປ່ຽນແປງຂອງສະພາບອາກາດ.ໃນພິທີປິດກອງປະຊຸມໂຕະມົນ 2019 ໃນວັນອັງຄານນີ້, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ໜຶ່ງໃນບັນດາເປົ້າໝາຍການພັດທະນາທີ່ສຳຄັນທີ່ສຸດສຳລັບປະເທດລາວ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ແຫ່ງຊາດໃນຫົວຂໍ້ທີ່ມີຊື່ວ່າ “ມີຊີວິດທີ່ປອດໄພ ຈາກລະເບີດທີ່ບໍ່ທັນແຕກ.”ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເພີ່ມຄວາມເຂັ້ມງວດໃນມາດຕະການເພື່ອຫຼຸດຜ່ອນອັດຕາການເກີດອຸປະຕິເຫດໃນຊ່ວງປີໃໝ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນລາວທົ່ວປະເທດ ກຳລັງຂຸ້ນຂ້ຽວກະກຽມສະເຫຼີມສະຫຼອງປີໃໝ່ລາວ ໃນຊ່ວງໄລຍະສີ່ວັນຂອງບຸນປະເພນີ ແລະ ຂະນົບທຳນຽມຄວາມມ່ວນຊື່ນທີ່ຈະມີຂຶ້ນໃນອາທິດໜ້າ.ໃນຂະນະດຽວກັນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນກໍມີການຮ່ວມມືກັນ ເພື່ອຫຼຸດຜ່ອນຈຳນວນອຸປະຕິເຫດຕາມທ້ອງຖະໜົນ ທີ່ອາດເກີດຂຶ້ນໃນໄລຍະພັກຍາວດັ່ງກ່າວ.ອ່ານຕໍ່ ...
ໂຕະບັນນາທິການ
ໄສຍະແພດຍີ່ປຸ່ນໃຫ້ຮອຍຍີ້ມໃໝ່ແກ່ເດັກນ້ອຍຊົນນະບົດ
ມະຫາວິທະຍາໄລ ຣິວກິວສ໌ ຂອງຍີ່ປຸ່ນ ແລະ ສູນປາກແຫວ່ງ-ເພດານໂຫວ່ ໂອກິນາວາ ຮ່ວມກັບໂຮງໝໍເສດຖາທິລາດວຽງຈັນ ໄດ້ໃຫ້ບໍລິການຜ່າຕັດປາກແຫວ່ງສຳລັບເດັກນ້ອຍລາວທີ່ດ້ອຍໂອກາດໃນວັນພະຫັດນີ້. ທີມແພດຜ່າຕັດປະກອບດ້ວຍແພດ ແລະ ພະຍາບານ 15 ຄົນ ຈາກລາວ ແລະ ຍີ່ປຸ່ນ ນຳທີມໂດຍຜູ້ຊ່ຽວຊານຈາກມະຫາວິທະຍາໄລ ຣິວກິວສ໌ ປະເທດຍີ່ປຸ່ນອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ກຸ່ມນັກທຸລະກິດໜຸ່ມຮຽກຮ້ອງໃຫ້ແນວລາວຊ່ວຍລົບລ້າງອຸປະສັກໃນການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວ (YEAL) ຮຽກຮ້ອງໃຫ້ອົງການແນວລາວສ້າງຊາດຊຸກຍູ້ໃຫ້ລັດຖະບານລົບລ້າງອຸປະສັກໃນການດຳເນີນທຸລະກິດ ແລະ ແກ້ໄຂບັນຫາທຸລະກິດທີ່ຍືດເຍື້ອ.ອຸປະສັກທີ່ທາງສະມາຊິກສະມາຄົມໄດ້ປະສົບລວມມີ ການເຂົ້າເຖິງແຫຼ່ງທຶນ, ອັດຕາດອກເບ້ຍເງິນກູ້ສູງ, ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວບໍ່ພຽງພໍສຳລັບນັກທ່ອງທ່ຽວຕ່າງປະເທດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/young-entrepreneurs-ask-lao-front%E2%80%99s-help-remove-business-barriers-99591
ປະທານປະເທດລາວຫວັງວ່າບໍລິສັດຊັນເປເປີ ຈະສ້າງປະໂຫຍດໃຫ້ຊຸມຊົນທ້ອງຖິ່ນຫຼາຍຂຶ້ນ
ວຽງຈັນ, 10 ມິນາ (ຊິນຫົວ) — ທ່ານ ບຸນຍັງ ວໍລະຈິດ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ ໄດ້ລົງກວດກາບໍລິສັດ ຊັນເປເປີໂຮລດິງລາວຈຳກັດ (ຊັນເປເປີລາວ) ໃນວັນອາທິດຜ່ານມານີ້, ໂດຍຫວັງວ່າບໍລິສັດຈີນລາຍດັ່ງກ່າວຈະສືບຕໍ່ສົ່ງເສີມການພັດທະນາເສດຖະກິດໃນທ້ອງຖິ່ນ.ອ່ານຕໍ່ ...
ຢານ
ເປົ້າໝາຍສ້າງພື້ນທີ່ປ່າໄມ້ຂອງລາວໃຫ້ໄດ້ 70% ໃນປີ 2020 ອາດບໍ່ສາມາດບັນລຸໄດ້: ຕາມບົດລາຍງານ
ວຽງຈັນ (ວຽງຈັນທາມສ໌/ANN) – ພື້ນທີ່ປ່າໄມ້ຄາດວ່າຈະເພີ່ມເປັນ 68% ຂອງເນື້ອທີ່ດິນທົ່ວປະເທດໃນປີ 2020, ຫຼຸດລະດັບໝາຍ 70% ເລັກໜ້ອຍ, ຕາມບົດລາຍງານຫຼ້າສຸດທີ່ກ່ຽວຂ້ອງ.ການສຳຫຼວດໃນປີ 2015 ເປີດເຜີຍວ່າເນື້ອທີ່ປ່າໄມ້ຂອງລາວມີ 58%. ຖ້າຄິດສະເລ່ຍອັດຕາການເພີ່ມຢູ່ທີ່ 2%, ເນື້ອທີ່ປ່າໄມ້ອາດເພີ່ມເປັນ 68% ໃນປີ 2020, ຕາມບົດລາຍງານຂອງກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/2020-target-70-cent-forest-cover-unlikely-be-met-report-97550
ການສ້າງທີມງານການວາງແຜນ, ກວດກາພາກລັດ ມີເປົ້າໝາຍຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ແລະ ອົງການກວດສອບແຫ່ງລັດ ຈະສືບຕໍ່ຊຸກຍູ້ໃຫ້ມີການປັບປຸງດ້ານການຮ່ວມມື ເພື່ອຈັດການກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.ພະນັກງານຕາງໜ້າຈາກກະຊວງ ແລະ ອົງການຈັດຕັ້ງດັ່ງກ່າວໄດ້ຮ່ວມຫາລືກັນໃນວັນສຸກແລວນີ້ ກ່ຽວກັບແຜນການປະສານງານໃນຕໍ່ໜ້າ ພາຍຫຼັງທີ່ທັງສອງໜ່ວຍງານໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈໃນເດືອນມິຖຸນາຜ່ານມາ ກ່ຽວກັບການເຮັດວຽກຮ່ວມກກັນ ແລະ ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/planning-state-inspection-teamwork-targets-socio-economic-development-plans-laos-105281
ການປັບປຸງການດຶງດູດນັກທ່ອງທ່ຽວ ແລະ ການບໍລິການຕົວເມືອງໃນລາວໄດ້ຮັບທຶນຊ່ວຍເຫຼືອ 125.5 ລ້ານໂດລາສະຫະລັດຈາກ ADB
ການປັບປຸງຖະໜົນເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວ, ການຍົກລະດັບລະບົບນ້ຳປະປາ ແລະ ຮ່ອງລະບາຍນ້ຳ ແມ່ນບັນດາຂົງເຂດວຽກງານທີ່ເປີດເຜີຍໃນການຖະແຫຼງຂ່າວກ່ຽວກັບທຶນຊ່ວຍເຫຼືອຈຳນວນ 125.5 ລ້ານໂດລາສະຫະລັດ ສຳລັບສາມໂຄງການໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຕົວເມືອງ ໂດຍທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...
ບັນນາທິການລາວທຽນທາມສ໌
ສິງກະໂປ ສືບຕໍ່ການຮ່ວມມືກັບລາວ ໃນດ້ານຊັບສິນທາງປັນຍາ ເພື່ອສົ່ງເສີມການຂະຫຍາຍຕົວດ້ານນະວັດຕະກຳຂອງອາຊຽນ
(ຂປລ) ບັນດາວິສາຫະກິດໃນອາຊຽນ ຈະໄດ້ຮັັບຜົນປະໂຫຍດຈາກການຮ່ວມມືທາງດ້ານຊັບສິນທາງປັນຍາ ທີ່ມີການເຊັນຕົກລົງລະຫວ່າງສິງກະໂປ ແລະ ສປປ ລາວ. ເຊິ່ງຈະເຮັດໃຫ້ວິສາຫະກິດດ້ານນະວັດຕະກຳ ສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ເຊິ່ງມີປະຊາກອນລວມກັນ 12.5 ລ້ານຄົນ ໄດ້ໄວຍິ່ງຂຶ້ນ.ບົດບັນທຶກການຕົກລົງ ໄດ້ມີການລົງນາມໃນວັນທີ 27 ພະຈິກນີ້ ໂດຍທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເທັກໂນໂນຢີຂອງລາວ ແລະ ທ່ານ ດາເຣັນ ຕັງ ຫົວໜ້າຫ້ອງການຊັບສິນທາງປັນຍາຂອງສິງກະໂປ ໃນກອງປະຊຸມຍ່ອຍຫົວໜ້າຫ້ອງການຄຸ້ມຄອງຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ຄັ້ງທີ 2 ທີ່ນະຄອນຫຼວງໂຊນ, ເກົາຫຼີ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ນັກຂ່າວ Globe-trotting ສ້າງຮູບເງົາກ່ຽວກັບທຸລະກິດຂອງແມ່ຍິງເພື່ອຫາລາຍໄດ້ຊ່ວຍເຫຼືອແມ່ຍິງລາວ
ນັກຂ່າວ Iain Finlay ແລະ Trish Clark ຈະເປີດຕົວຮູບເງົາສາລະຄະດີກ່ຽວກັບໂຮງຮຽນຕ່ຳແຜ່ນ ແລະ ຫຍິບແສ່ວ ທີ່ເຂົາເຈົ້າຮ່ວມກັນສ້າງຕັ້ງໃນລາວ ໃນງານສາຍຮູບເງົາທີ່ Mt Vic Flicks ໃນວັນທີ 4 ມີນານີ້.ໃນປີ 2010 ນັກຂ່າວສອງຄົນນີ້ໄດ້ເຂົ້າມາເຮັດວຽກຢູ່ທາງພາກເໜືອຂອງລາວ ເຊິ່ງພວກເຂົາໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນບ້ານນາລິນ ເຊິ່ງເປັນບ້ານທຸກຍາກ ແລະ ຫ່າງໄກສອກຫຼີກ.ອ່ານຕໍ່ ...
Blue Mountains Gazette
ລາວປະຕິບັດວິໄນເຈົ້າໜ້າທີ່ທີ່ສໍ້ລາດບັງຫຼວງຫຼາຍຮ້ອຍ ແລະ ສັ່ງຈຳຄຸກຈຳນວນໜຶ່ງໃນຊຸມເດືອນຜ່ານມາ
ລັດຖະບານລາວໄດ້ປະຕິບັດວິໄນເຈົ້າໜ້າທີ່ 200 ກວ່າຄົນ ທີ່ມີສ່ວນພົວພັນກ່ຽວຂ້ອງກັບການກິນສິນບົນ ຫຼື ສໍ້ໂກງໃນຊຸມເດືອນຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປາບປາມການສໍ້ລາດບັງຫຼວງທີ່ແຜ່ຫຼາຍໃນລາວ, ແຕ່ວ່າກໍມີພຽງຈຳນວນໜ້ອຍເທົ່ານັ້ນ ທີ່ໄດ້ຮັບການລົງໂທດທາງອາຍາຍ້ອນການກະທຳດັ່ງກ່າວ.ໃນຕົ້ນອາທິດນີ້ ອຳນາດການປົກຄອງແຂວງຊຽງຂວາງ ໄດ້ສຶກສາອົບຮົມເຈົ້າໜ້າທີ່ລັດຈຳນວນ 16 ຄົນ, ສັ່ງປົດ 2 ຄົນ, ແລະ ຕັກເຕືອນອີກ 9 ຄົນ ຫຼັງຈາກທີ່ກວດພົບວ່າເຂົາເຈົ້າໄດ້ສໍ້ໂກງງົບປະມານ ຫຼາຍລ້ານໂດລາ, ຕາມການລາຍງານຂອງສື່ມວນຊົນລັດ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ສະມາຊິກສະພາແຫ່ງຊາດຮຽນກຮ້ອງສານ ແລະ ໄອຍະການບຸກບືນຕື່ມໃນຂະບວນການຍຸດຕິທຳ
ສະມາຊິກສະພາແຫ່ງຊາດຮຽກຮ້ອງສານ ແລະ ໄອຍະການປະຊາຊົນສູງສຸດໃຫ້ບຸກບືນຕື່ມ ເພື່ອຮັບປະກັນຄວາມຍຸດຕິທຳໃນສັງຄົມໃຫ້ມີຄວາມສົມບູນ. ຜ່ານມາມີຜູ້ຕ້ອງຫາຈຳນວນຫຼາຍໄດ້ຖືກຕົວເກີນໄລຍະທີ່ກົດໝາຍກຳນົດ, ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການເຊື່ອມຕໍ່ອອນໄລຂອງລາວຍັງຄົງຫຼ້າຫຼັງທຽບກັບປະເທດເພື່ອນບ້ານ ຕາມບົດລາຍງານຂອງທະນາຄານໂລກ
“ສປປ ລາວຍັງຫຼ້າຫຼັງຫຼາຍໃນແງ່ຂອງຄວາມສາມາດໃນການເຂົ້າເຖິງ, ຄຸນນະພາບ ແລະ ຄວາມສາມາດໃນການຈ່າຍສຳລັບການບໍລິການອິນເຕີເນັດ ເມື່ອທຽບກັບບັນດາປະເທດໃນພາກພື້ນ,” ຕາມບົດລາຍງານກ່ຽວກັບການເຊື່ອມຕໍ່ທາງດິຈິຕອລ.ການປະເມີນດັ່ງກ່າວແມ່ນມາຈາກ ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກກ່ຽວກັບການເຊື່ອມຕໍ່ອອນໄລ ທີ່ມີຊື່ວ່າ Digital Connectivity in Lao PDR: Lagging Behind Peers.“ການເຊື່ອມຕໍ່ທາງດິຈິຕອລ —ນັບແຕ່ການເຂົ້າເຖິງໄປສູ່ຄວາມສາມາດຈ່າຍ ແລະ ຄວາມໜ້າເຊື່ອຖືຂອງການບໍລິການອິນເຕີເນັດ— ແມ່ນປັດໄຈສຳຄັນຂອງການພັດທະນາດ້ານເສດຖະກິດ ແລະ ສັງຄົມ.”ອ່ານຕໍ່ ...
The Laotian Times
ນາຍົກຮຽກຮ້ອງໃຫ້ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການພັດທະນາຊົນນະບົດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງທຸລະກິດເພີ່ມທະວີການມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜັບສະໜູນການບັນລຸເປົ້າໝາຍໃນການພັດທະນາ.ໃນກອງປະຊຸມເພື່ອຊຸກຍູ້ນ້ຳໃຈຮັກຊາດ ແລະ ກິດຈະກຳການພັດທະນາ ທີ່ວຽງຈັນໃນວັນສຸກແລ້ວນີ້ ທ່ານນາຍົກໄດ້ເນັ້ນເຖິງພາລະບົດບາດອັນສຳຄັນຂອງຂະແໜງເອກະຊົນເພື່ອການຊຸກຍູ້ການພັດທະນາຊົນນະບົດໃນທົ່ວປະເທດ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-pm-calls-more-involvement-business-sector-rural-development-99391
ຂະແໜງເອກະຊົນຂອງລາວຫວັງວ່າຈະສາມາດດຳເນີນທຸລະກິດໄດ້ສະດວກຂຶ້ນຜ່ານມາດຕະຖານການປະເມີນຜົນສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນໃນລາວຫວັງວ່າ ຂະແໜງການລັດຈະເຮັດໃຫ້ວຽກງານການຄ້າ ແລະ ການລົງທຶນສະດວກຍິ່ງຂຶ້ນຈາກການນຳໃຊ້ມາດຕະຖານການປະເມີນຜົນສາກົນ.ບັນດາມາດຕະຖານດັ່ງກ່າວນີ້ຈະຖືກນຳໃຊ້ໃນການປະເມີນປະສິດທິພາບຂອງການບໍລິການຂອງຂະແໜງການລັດ ແລະ ສະແດງໃຫ້ເຫັນຈຸດອ່ອນໃນການດຳເນີນງານ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-private-sector-hopes-easier-business-operation-through-int%E2%80%99l-evaluation-97555
ກອງປະຊຸມຄະນະກຳມະການຄັ້ງທີ 3 ຂອງໂຄງການ ECOMORE 2: ການຕ້ານພະຍາດທີ່ເກີດຂຶ້ນໃນລາວ, ພາກພື້ນ
(ຂປລ) ໃນວັນທີ 27 ແລະ 28 ພະຈິກ 2019, ກອງປະຊຸມຄະນະກຳມະການຄັ້ງທີ 3 ຂອງໂຄງການ ECOMORE 2, ເຊິ່ງຢູ່ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາຝຼັ່ງ (AFD), ໄດ້ຈັດຂຶ້ນທີ່ໂຮງແຮມເສດຖາປາລາສ໌ ນະຄອນຫຼວງວຽງຈັນ.ເພື່ອເປັນການຕ້ານພະຍາດໄຂ້ເລືອດອອກ ແລະ ໄຂ້ຍ່ຽວໜູ ເຊິ່ງເປັນສອງພະຍາດຕິດຕໍ່ທີ່ເກີດຂຶ້ນໃນອາຊີຕາເວັນອອກສຽງໃຕ້ ທີ່ມີສ່ວນກ່ຽວພັນກັບການພັດທະນາເສດຖະກິດ ແລະ ສົ່ງຜົນກະທົບຕໍ່ລະບົບນິເວດ, ສະຖາບັນປາສ໌ເຕີ ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາຝຼັ່ງ (AFD) ໄດ້ຈັດຕັ້ງໂຄງການ ECOMORE 2 ຂຶ້ນ ຢູ່ໃນ 5 ປະເທດຄື ລາວ, ກຳປູເຈຍ, ມຽນມາ, ຟິລິປິນ ແລະ ຫວຽດນາມ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ການສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງພາກລັດ ເພື່ອປັບປຸງການນຳໃຊ້ຂໍ້ມູນເພື່ອການສົ່ງເສີມໂພຊະນາການ
(ຂປລ) ເພື່ອເປັນສ່ວນໜຶ່ງຂອງການລິເລີ່ມລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (NIPN), ສະຫະພາບເອີຣົບ (EU) ແລະ ອົງການຢູນິເຊັບ UNICEF ໄດ້ມີການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ພາກລັດ ເພື່ອປັບປຸງການນຳໃຊ້ຫຼັກຖານ ແລະ ຂໍ້ມູນຂ່າວສານໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ຜ່ານກອງປະຊຸມວິຊາການທີ່ວຽງຈັນໃນວັນທີ 3 ເມສາ.ກອງປະຊຸມພາຍໃຕ້ຫົວຂໍ້ “ການສະໜັບສະໜູນການຈັດຕັ້ງປະຕິບັດວົງຈອນການປະຕິບັດງານ NIPN: ການສ້າງຂໍ້ຄຳຖາມທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ການວິເຄາະຂໍ້ມູນທີ່ມີຢູ່” ໄດ້ສົ່ງເສີມການສ້າງຄວາມສາມາດຂອງທີມງານໃນການປະຕິບັດການລິເລີ່ມ, ໃຫ້ທິດທາງ ແລະ ຫາລືກ່ຽວກັບບູລິມະສິດໃນແຜນດຳເນີນງານ ສຳລັບຫົກເດືອນຕໍ່ໜ້າ.ອ່ານຕໍ່ ...
ຂປລ
ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ
ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ຈຳນວນນັກທ່ອງທ່ຽວຈາກເກົາຫຼີໃຕ້ຫຼຸດລົງ 32% ໃນໄຕມາດທີ 1
ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວເກົາຫຼີໃຕ້ທີ່ເຂົ້າມາລາວຫຼຸດລົງ 32% ໃນຊ່ວງສາມເດືອນທຳອິດຂອງປີນີ້ ທຽບກັບໄລຍະດຽວກັນຂອງປີ 2018 ທີ່ມີນັກທ່ອງທ່ຽວເພີ່ມຂຶ້ນໃນຊ່ວງປີຜ່ານມາ.ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານຈຳນວນນັກທ່ອງທ່ຽວເກົາຫຼີໃຕ້ທີ່ເຂົ້າມາລາວ ມີປະມານ 46,000 ຄົນໃນຊ່ວງເດືອນມັງກອນເຖິງເດືອນມີນາປີນີ້.ອ່ານຕໍ່ ...
ສີລັດດາ ສຸລິຍົງ
EIB ຈະຊ່ວຍເຫຼືອໃນການປົກປ້ອງຖະໜົນໄລຍະ 1,400ກມ ໃນຊົນນະບົດຂອງ ສປປ ລາວ ຈາກການປ່ຽນແປງຂອງສະພາບອາກາດ
ໃນຕອນເຊົ້າຂອງວັນທີ 1 ເມສານີ້ ທ່ານ ລູກາ ແລັດຊາໂຣລີ ອຳນວຍການທະນາຄານການລົງທຶນເອີຣົບ, ໄດ້ຕົກລົງໃນການຊ່ວຍເຫຼືອລາວຄັ້ງໃໝ່ຢ່າງເປັນທາງການ ເພື່ອປັບປຸງເສັ້ນທາງໄລຍະ 1,400ກມໃນຫົກແຂວງ ເຊິ່ງປະຈຸບັນຍັງບໍ່ທັນໄດ້ຮັບການປູຢາງ. ໂຄງການນີ້ຈະເຮັດໃຫ້ເຄືອຂ່າຍເສັ້ນທາງແຫ່ງຊາດ ເຊິ່ງມີຄວາມອ່ອນໄຫວຕໍ່ການປ່ຽນແປງຂອງສະພາບອາກາດ ໄດ້ຮັບການປູຢາງ, ຍົກລະດັບ ແລະ ມີຄວາມໝັ້ນຄົງ.ໃນໄລຍະສາມວັນຂອງການຢ້ຽມຢາມ ສປປ ລາວ, ທ່ານ ແລັດຊາໂຣລີ ໄດ້ລົງນາມໃນຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອລ້າມູນຄ່າ 5 ລ້ານຢູໂຣ ຮ່ວມກັນທ່ານ (ປອ) ກິແກ້ວ ຈັນທະບູຣີ ໃນນາມຂອງລັດຖະບານແຫ່ງ ສປປ ລາວ.ອ່ານຕໍ່ ...
EIB