EIB ຈະຊ່ວຍເຫຼືອໃນການປົກປ້ອງຖະໜົນໄລຍະ 1,400ກມ ໃນຊົນນະບົດຂອງ ສປປ ລາວ ຈາກການປ່ຽນແປງຂອງສະພາບອາກາດ

ໃນຕອນເຊົ້າຂອງວັນທີ 1 ເມສານີ້ ທ່ານ ລູກາ ແລັດຊາໂຣລີ ອຳນວຍການທະນາຄານການລົງທຶນເອີຣົບ, ໄດ້ຕົກລົງໃນການຊ່ວຍເຫຼືອລາວຄັ້ງໃໝ່ຢ່າງເປັນທາງການ ເພື່ອປັບປຸງເສັ້ນທາງໄລຍະ 1,400ກມໃນຫົກແຂວງ ເຊິ່ງປະຈຸບັນຍັງບໍ່ທັນໄດ້ຮັບການປູຢາງ. ໂຄງການນີ້ຈະເຮັດໃຫ້ເຄືອຂ່າຍເສັ້ນທາງແຫ່ງຊາດ ເຊິ່ງມີຄວາມອ່ອນໄຫວຕໍ່ການປ່ຽນແປງຂອງສະພາບອາກາດ ໄດ້ຮັບການປູຢາງ, ຍົກລະດັບ ແລະ ມີຄວາມໝັ້ນຄົງ.

ໃນໄລຍະສາມວັນຂອງການຢ້ຽມຢາມ ສປປ ລາວ, ທ່ານ ແລັດຊາໂຣລີ ໄດ້ລົງນາມໃນຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອລ້າມູນຄ່າ 5 ລ້ານຢູໂຣ ຮ່ວມກັນທ່ານ (ປອ) ກິແກ້ວ ຈັນທະບູຣີ ໃນນາມຂອງລັດຖະບານແຫ່ງ ສປປ ລາວ.

ອ່ານຕໍ່…

 

EIB