ການສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງພາກລັດ ເພື່ອປັບປຸງການນຳໃຊ້ຂໍ້ມູນເພື່ອການສົ່ງເສີມໂພຊະນາການ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການລິເລີ່ມລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (NIPN), ສະຫະພາບເອີຣົບ (EU) ແລະ ອົງການຢູນິເຊັບ UNICEF ໄດ້ມີການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ພາກລັດ ເພື່ອປັບປຸງການນຳໃຊ້ຫຼັກຖານ ແລະ ຂໍ້ມູນຂ່າວສານໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ຜ່ານກອງປະຊຸມວິຊາການທີ່ວຽງຈັນໃນວັນທີ 3 ເມສາ.

ກອງປະຊຸມພາຍໃຕ້ຫົວຂໍ້ “ການສະໜັບສະໜູນການຈັດຕັ້ງປະຕິບັດວົງຈອນການປະຕິບັດງານ NIPN: ການສ້າງຂໍ້ຄຳຖາມທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ການວິເຄາະຂໍ້ມູນທີ່ມີຢູ່” ໄດ້ສົ່ງເສີມການສ້າງຄວາມສາມາດຂອງທີມງານໃນການປະຕິບັດການລິເລີ່ມ, ໃຫ້ທິດທາງ ແລະ ຫາລືກ່ຽວກັບບູລິມະສິດໃນແຜນດຳເນີນງານ ສຳລັບຫົກເດືອນຕໍ່ໜ້າ.

ອ່ານຕໍ່…

ຂປລ