ເຈົ້າໜ້າທີ່ເລັ່ງແກ້ໄຂບັນຫາໄຟໄໝ້ປ່າຢູ່ນະຄອນຫລວງວຽງຈັນ

ທ້າຍອາທິດຜ່ານມານີ້, ອຳນາດການປົກຄອງແຂວງວຽງຈັນ ໄດ້ແນະນຳໃຫ້ປະຊາຊົນ 65 ທ້ອງຖິ່ນທີ່ຖືກຈັບໄດ້ຈາກການຈູດເຜົາປ່າໃນເຂດອະນຸລັກຊີວະນາໆພັນແຫ່ງຊາດພູພະນັງ ໃຫ້ມີສະຕິລະວັງຕົວຕໍ່ຜົນກະທົບອັນຍາວນານຂອງການຕັດໄມ້ ແລະ ການຕັດໄມ້ແບບຜິດກົດໝາຍ. ກຸ່ມດັ່ງກ່າວໄດ້ຖືກສົ່ງໄປກອງປະຊຸມຝຶກອົບຮົມ ແລະ ການສຶກສາເພື່ອເຂົ້າໃຈຜົນກະທົບຂອງການກະທໍາຂອງພວກເຂົາຕໍ່ສິ່ງແວດລ້ອມ ແລະ ສຸຂະພາບສາທາລະນະ. ອ່ານເພິ່ມເຕີມ ...

Phontham Visapra

ຕະຫຼາດມັນຕົ້ນທີ່ກຳລັງຂະຫຍາຍຕົວ ເຮັດໃຫ້ເກີດການທຳລາຍປ່າ ແລະ ມົນລະພິດທາງອາກາດໃນລາວ

ຄວາມຕ້ອງການຂອງຕະຫຼາດມັນຕົ້ນ ໄດ້ກາຍເປັນສິນຄ້າກະສິກໍາທີ່ມີກໍາໄລຫຼາຍທີ່ສຸດໃນລາວ, ຕາມຕົວເລກການຄ້າໃນເດືອນກຸມພາຂອງປະເທດ: ມັນຕົ້ນເປັນສິນຄ້າສົ່ງອອກອັນດັບຫນຶ່ງ, ເຊິ່ງມີຕົວເລກລວມເຖິງ 85 ລ້ານໂດລາ. ປະເທດລາວສົ່ງອອກມັນຕົ້ນໄປໄທ ແລະ ຫວຽດນາມ ສ່ວນຫລາຍແມ່ນໃຊ້ເຂົ້າໃນການຜະລິດ ມອນໂຊດຽມ glutamate (MSG). ໃນຂະນະດຽວກັນ ຈີນ ກໍນໍາເຂົ້າ ມັນຕົ້ນ ຈາກລາວ ເພື່ອໃຊ້ ໃນການຜະລິດແປ້ງມັນຕົ້ນ ອີງຕາມການກ່າວຂອງ ເຈົ້າໜ້າທີ່ຂະແໜງການຄ້າລາວ.ການຈູດເຜົາເພື່ອຈັດແຈງພື້ນທີ່ປູກມັນຕົ້ນໃໝ່ ເຮັດໃຫ້ເກີດມີໝອກຄວັນພິດປົກຄຸມທ້ອງຟ້າໃນຫຼາຍແຂວງຂອງລາວ ສົ່ງຜົນກະທົບຕໍ່ສຸຂະພາບຂອງຊາວເມືອງ ແລະ ສົ່ງຜົນກະທົບທາງລົບຕໍ່ການທ່ອງທ່ຽວ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຊາວສວນມັນຕົ້ນ ບຸກລຸກ ປ່າສະຫງວນແຫ່ງຊາດ ດົງຫົວສາວ

ອີງຕາມ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ສື່​ສັງຄົມ​ຂອງ​ຊາວ​ທ້ອງ​ຖິ່ນ, ຕົ້ນ​ໄມ້​ນັບ​ຮ້ອຍ​ຕົ້ນ​ໃນ​ເຂດ​ອະນຸລັກ​ຊີວະ​ນາໆ​ພັນ​ແຫ່ງ​ຊາດ​ດົງ​ຫົວ​ສາວ ​ໄດ້​ຖືກ​ຕັດ​ ​ເພື່ອ​ກະກຽມ​ປູກ​ມັນ​ຕົ້ນ.ປ່າສະຫງວນແຫ່ງຊາດ ດົງຫົວສາວ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງປາກເຊ ປະມານ 30 ກິໂລແມັດ ແລະ ຫ່າງຈາກໃຈກາງເມືອງປາກຊັນ ປະມານ 10 ກິໂລແມັດ. ກວມເອົາເນື້ອທີ່ປະມານ 1,100 ຕາລາງກິໂລແມັດ ແລະ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດໃນປີ 1993. ຊຶ່ງລັດຖະບານ​ໄດ້​ກ່າວ​ວ່າ ຕົນ​ມີ​ແຜນການ​ພັດທະນາ​ເຂດ​ທ່ອງ​ທ່ຽວ​ນິ​ເວດ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ເພື່ອ​ກ້າວ​ໄປ​ສູ່​ການທ່ອງທ່ຽວ​ແບບ​ຍືນ​ຍົງ.ອ່ານເພິ່ມເຕີມກົດດາວໂຫຼດ >> ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງປີ 2019 ໄດ້ ທີ່ນີ້   ...

ມະນີພອນ ວົງພະຈັນ

ສະພາແຫງ່ຊາດສອບຖາມລັດຖະບານກ່ຽວກັບແຜນຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70%

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ສອບຖາມກ່ຽວກັບແຜນການຂອງລັດຖະບານ ໃນການຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນພາຍໃນປີ 2020 ຫຼັງຈາກສັງເກດເຫັນການສູນເສຍພື້ນທີ່ປ່າໄມ້ເປັນຈຳນວນຫຼວງຫຼາຍໃນຊ່ວງທົດສະວັດຜ່ານມາ.ຕົ້ນໄມ້ໃຫຍ່ໆໄດ້ຖືກຕັດ ແລະ ພື້ນທີ່ປ່າສະຫງວນໄດ້ຮັບການບຸກລຸກ ແລະ ທຳລາຍ ອັນເປັນຜົນມາຈາກໂຄງການພັດທະນາ, ການຄ້າໄມ້ເຖື່ອນ ແລະ ການຖາງປ່າຈູດປ່າເຮັດໄຮ່.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-na-queries-govt-plan-return-forest-cover-70-98314

ເປົ້າໝາຍສ້າງພື້ນທີ່ປ່າໄມ້ຂອງລາວໃຫ້ໄດ້ 70% ໃນປີ 2020 ອາດບໍ່ສາມາດບັນລຸໄດ້: ຕາມບົດລາຍງານ

ວຽງຈັນ (ວຽງຈັນທາມສ໌/ANN) – ພື້ນທີ່ປ່າໄມ້ຄາດວ່າຈະເພີ່ມເປັນ 68% ຂອງເນື້ອທີ່ດິນທົ່ວປະເທດໃນປີ 2020, ຫຼຸດລະດັບໝາຍ 70% ເລັກໜ້ອຍ, ຕາມບົດລາຍງານຫຼ້າສຸດທີ່ກ່ຽວຂ້ອງ.ການສຳຫຼວດໃນປີ 2015 ເປີດເຜີຍວ່າເນື້ອທີ່ປ່າໄມ້ຂອງລາວມີ 58%. ຖ້າຄິດສະເລ່ຍອັດຕາການເພີ່ມຢູ່ທີ່ 2%, ເນື້ອທີ່ປ່າໄມ້ອາດເພີ່ມເປັນ 68% ໃນປີ 2020, ຕາມບົດລາຍງານຂອງກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/2020-target-70-cent-forest-cover-unlikely-be-met-report-97550

ລັດຖະບານ ແລະ ອົງການໄຈກາສືບຕໍ່ວຽກງານຟື້ນຟູພື້ນທີ່ປ່າໄມ້ຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈະສືບຕໍ່ຊ່ວຍເຫຼືອລັດຖະບານໃນການຜັນຂະຫຍາຍເປົ້າໝາຍເພື່ອການຟື້ນຟູເນື້ອທີ່ປ່າໄມ້ໃຫ້ເຖິງ 70% ພາຍໃນປີ 2020 ຜ່ານໂຄງການຊ່ວຍເຫຼືອເພື່ອການຫຼຸດຜ່ອນການປ່ອຍທາດອາຍພິດຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (REDD).ມື້ວານນີ້ ອົງການໄຈກາ ຮ່ວມກັບກົມປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ທຳການແກ້ໄຂ ແລະ ວາງແຜນຍຸດທະສາດການຄຸ້ມຄອງປ່າໄມ້ໃນອະນາຄົດ ໃນກອງປະຊຸມຄັ້ງທີ 5 ຂອງຄະນະປະສານງານຮ່ວມຂອງ REDD.ອ່ານຕໍ່ ...

ໂຕະຂ່າວ

ສູນຄົ້ນຄວ້າລາວກ້າເບ້ຍໄມ້ 100,000 ເບ້ຍເພື່ອຟື້ນຟູປ່າໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າປ່າໄມ້ພາຍໃຕ້ສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ຈະຜະລິດເບ້ຍໄມ້ 100,000 ເບ້ຍໃນປີນີ້ ໃຫ້ເປັນສ່ວນໜຶ່ງຂອງພາລະກິດການຟື້ນຟູພື້ນທີ່ປົກຄຸມປ່າໄມ້ໃຫ້ໄດ້ 70% ພາຍໃນປີ 2020.ທ່ານ ວົງວິໄລ ວົງຄຳຊາວ ອຳນວຍການສູນ ກ່າວວ່າ ທາງສູນຜະລິດເບ້ຍໄມ້ 100,000 ຕົ້ນຕໍ່ປີ ເພື່ອເພີ່ມພື້ນທີ່ສີຂຽວຂອງປະເທດ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

EK5Ym
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!