ກະຊວງຮຽກຮ້ອງໃຫ້ຂະແໜງການທ່ອງທ່ຽວຊ່ວຍແກ້ໄຂບັນຫາການຄ້າມະນຸດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຜູ້ປະກອບການທ່ອງທ່ຽວເອກະຊົນແຂວງບໍລິຄຳໄຊ ເຂົ້າຮ່ວມກອງປະຊຸມສຳມະນາເພື່ອສ້າງຄວາມເຂັ້ມແຂງດ້ານການຮ່ວມມື ແລະ ການມີສ່ວນຮ່ວມເພື່ອສະກັດກັ້ນການຄ້າມະນຸດ, ເຊິ່ງຈະຈັດຂຶ້ນຢູ່ແຂວງໃນວັນທີ 13-14 ພຶດສະພາ.ກອງປະຊຸມສຳມະນາດັ່ງກ່າວມີເປົ້າໝາຍໃນການຍົກລະດັບຄວາມຮູ້ກ່ຽວກັບການຄ້າມະນຸດ, ປຶກສາຫາລືຖອດຖອນບົດຮຽນ, ແລະ ສ້າງການຮ່ວມມືລະຫວ່າງບັນດາໜ່ວຍທຸລະກິດດ້ານການທ່ອງທ່ຽວ ເຊັ່ນ ໂຮງແຮມ ແລະ ບ້ານພັກ, ຮ້ານອາຫານ ແລະ ສະຖານບັນເທິງ.ອ່ານຕໍ່ ...
ໂຕະຂ່າວ
ເກົາຫຼີໃຕ້ຊ່ວຍເຫຼືອໂຄງການສົ່ງເສີມການອ່ານໃນໂຮງຮຽນໃນລາວ
ເດັກນ້ອຍນັກຮຽນໃນນະຄອງຫຼວງວຽງຈັນ ແລະ ແຂວງໄຊຍະບູລີຈະໄດ້ຮັບການຊ່ວຍເຫຼືອເພີ່ມເຕີມກ່ຽວກັບການອ່ານ ພາຍໃຕ້ການຊ່ວຍເຫຼືອຂອງອົງການ Good Hands, ເຊິ່ງເປັນອົງການຈັດຕັ້ງເພື່ອການພັດທະນາສາກົນ ທີ່ມີສຳນັກງານໃຫຍ່ຢູ່ປະເທດສາທາລະນະລັດເກົາຫຼີ.ນັກຮຽນ ແລະ ຄູອາຈານຫຼາຍຮ້ອຍຄົນໃນເມືອງໄຊທານີ ແລະ ສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະໄດ້ຮັບປະໂຫຍດຈາກໂຄງການສູນໄວໜຸ່ມ Good Hands ເພື່ອການພັດທະນາການສຶກສາໃນຊຸມຊົນ ໄລຍະ 3.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...
ໂຕະຂ່າວ
ລັດຖະກອນລາວຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດ ເຖິງວ່າຈະມີຄຳສັ່ງແນະນຳຂອງນາຍົກໃນການເບີກຈ່າຍເງິນເດືອນ
ລັດຖະກອນໃນຫຼາຍແຂວງຂອງລາວຍັງຄົງບໍ່ໄດ້ຮັບເງິນເດືອນເດືອນມັງກອນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ວ່າພະນັກງານຈະຕ້ອງໄດ້ຮັບເງິນເດືອນພາຍໃນວັນທີ 25 ຂອງທຸກໆເດືອນ, ເຊິ່ງສະແດງວ່າຄຳສັ່ງຂອງລັດຖະບານບໍ່ມີຜົນໃນການແກ້ໄຂບັນຫາຍືດເຍື້ອກ່ຽວກັບການຂາດງົບປະມານຂອງແຕ່ລະພາກເພື່ອເບີກຈ່າຍໃຫ້ແກ່ພະນັກງານຕາມກຳນົດການ.ພະນັກງານພະແນກສາທາລະນະສຸກແຂວງສະຫວັນນະເຂດ — ແຂວງທີ່ໃຫຍ່ທີ່ສຸດໃນປະເທດລາວ — ຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດເວລາ, ຕາມຄຳບອກເລົ່າຂອງພະນັກງານຈາກໜ່ວຍງານດັ່ງກ່າວທີ່ບໍ່ປະສົງອອກນາມ ຍ້ອນຢ້ານກົວຕໍ່ການລົງໂທດ ແລະ ໄລ່ອອກຈາກວຽກ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ສະພາແຫງ່ຊາດສອບຖາມລັດຖະບານກ່ຽວກັບແຜນຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70%
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ສອບຖາມກ່ຽວກັບແຜນການຂອງລັດຖະບານ ໃນການຟື້ນຟູເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນພາຍໃນປີ 2020 ຫຼັງຈາກສັງເກດເຫັນການສູນເສຍພື້ນທີ່ປ່າໄມ້ເປັນຈຳນວນຫຼວງຫຼາຍໃນຊ່ວງທົດສະວັດຜ່ານມາ.ຕົ້ນໄມ້ໃຫຍ່ໆໄດ້ຖືກຕັດ ແລະ ພື້ນທີ່ປ່າສະຫງວນໄດ້ຮັບການບຸກລຸກ ແລະ ທຳລາຍ ອັນເປັນຜົນມາຈາກໂຄງການພັດທະນາ, ການຄ້າໄມ້ເຖື່ອນ ແລະ ການຖາງປ່າຈູດປ່າເຮັດໄຮ່.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-na-queries-govt-plan-return-forest-cover-70-98314
ສົງໄສການລັກລອບວາງເພີງເປັນສາເຫດໃຫ້ເກີດໄຟໃໝ້ປ່າໃນເຂດປ່າສະຫງວນແຫ່ງຊາດຂອງລາວ
ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ການລັກລອບວາງເພີງເປັນສາເຫດໃຫ້ເກີດຄວາມເສຍຫາຍຕໍ່ພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາ ຫຼັງຈາກທີ່ໄຟປ່າໄດ້ໃໝ້ລາມເຂົ້າເຂດປ່າສະຫງວນແຫ່ງຊາດນ້ຳຄານ ແຂວງບໍ່ແກ້ວ.ທ່ານຄຳເຫຼັກ ແສນຄຳວາງ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດດັ່ງກ່າວ ໄດ້ບອກກັບໜັງສືພິມວຽງຈັນທາມສ໌ວ່າ ນັບແຕ່ວັນທີ 10 ພຶດສະພາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາແລ້ວໃນຂົງເຂດສາມບ້ານ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ມະຫາວິທະຍາໄລວິທະຍາສາດການແພດ ໄດ້ຮັບການແຈກຢາຍປື້ມຈັນຍາບັນໃນການຄົ້ນຄວ້າວິໄຈ
(ຂປລ) ປື້ມຄູ່ມືການຄົ້ນຄວ້າ “ຈັນຍາບັນໃນການຄົ້ນຄວ້າວິໄຈໃນລາວ ແລະ ປະເທດໃນພາກພື້ນແມ່ນ້ຳຂອງ” 250 ກວ່າສະບັບ ໄດ້ມີການແຈກຢາຍໃຫ້ແກ່ມະຫາວິທະຍາໄລວິທະຍາສາດການແພດ (UHS) ເພື່ອນຳໃຊ້ເປັນຄູ່ມືໃນການດຳເນີນການຄົ້ນຄວ້າໃຫ້ມີຈັນຍາບັນ ເພື່ອເປັນແນວທາງໃຫ້ແກ່ແພດໝໍ, ຄູອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະ ຜູ້ບໍລິຫານ ໃນການດຳເນີນການສຶກສາຄົ້ນຄວ້າ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວຫຼາຍຂຶ້ນ, ແຕ່ວ່າຈຳນວນນັກທ່ອງທ່ຽວໂດຍລວມພັດຫຼຸດລົງ
ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາລາວໃນສາມເດືອນຕົ້ນປີນີ້ ຫຼຸດຈຳນວນລົງເລັກນ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ແຕ່ວ່າຈຳນວນນັກທ່ອງທ່ຽວຈາກຈີນກໍເພີ່ມຂຶ້ນຫຼາຍເຊັ່ນກັນ.ໃນຊ່ວງໄຕມາດທຳອິດຂອງປີນີ້ ມີນັກທ່ອງທ່ຽວເຂົ້າມາໃນລາວຫຼາຍກວ່າໜຶ່ງລ້ານຄົນ, ຫຼຸດລົງ 0.5% ທຽບກັບປີຜ່ານມາ ໃນຂະນະດຽວກັນຈຳນວນນັກທ່ອງທ່ຽວຈາກຈີນແມ່ນເພີ່ມຂຶ້ນ 16%, ຕາມກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
"ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ," ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588
ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205
ລາວມີແຜນສ້າງກົດບັດການບໍລິການໃໝ່ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າມີແຜນນຳໃຊ້ກົດບັດການບໍລິການໃໝ່ ເພື່ອຫຼຸດຜ່ອນໄລຍະເວລາໃນການອະນຸມັດການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ.ກົມນຳເຂົ້າ ແລະ ສົ່ງອອກຂອງກະຊວງ ກ່າວໃນບົດລາຍງານສະບັບຫຼ້າສຸດວ່າ ທາງກົມມີແຜນໃນການນຳໃຊ້ກົດບັດການບໍລິການດັ່ງກ່າວພາຍໃນປີນີ້ ເພື່ອໃຫ້ຜູ້ປະກອບການທຸລະກິດ ໄດ້ຮັບປະໂຫຍດຈາກການບໍລິການຈາກກົມທີ່ວ່ອງໄວຂຶ້ນກວ່າເດີມ.ພາຍໃຕ້ກົດບັດການບໍລິການສະບັບໃໝ່ນີ້, ໜ່ວຍທຸລະກິດຈະສາມາດຂໍອະນຸຍາດເພື່ອການນຳເຂົ້າ ແລະ ສົ່ງອອກຍານພາຫະນະ, ເຊື້ອໄຟ ແລະ ເພັດ ພາຍໃນໜຶ່ງວັນຫຼັງຈາກຍື່ນຄຳຮ້ອງຢ່າງເປັນທາງການ.ອ່ານຕໍ່ ...
ເອກະພອນ ພູທອນສີ
ກະຊວງເຕືອນຜູ້ລ້ຽງໝູກ່ຽວກັບການລະບາດຂອງພະຍາດຫູສີຟ້າໃນໝູ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເຕືອນຊາວກະສິກອນຜູ້ລ້ຽງໝູ ກ່ຽວກັບການລະບາດຂອງເຊື້ອໄວຣັສ໌ ພີອາອາເອັສ໌ ໃນຫຼາຍແຂວງພາກເໜືອຂອງລາວ.ກະຊວງຍັງໄດ້ແຈ້ງໃຫ້ອຳນາດການປົກຄອງຂັ້ນແຂວງ ດຳເນີນຂັ້ນຕອນເພື່ອປ້ອງກັນ ແລະ ຄວບຄຸມພະຍາດເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄປຍັງພື້ນທີ່ອື່ນ.ອ່ານຕໍ່ ...
ໂຕະຂ່າວ
ລາວ, ໄທ ລົງນາມໃນຂໍ້ຕົກລົງກ່ຽວກັບທາງລົດໄຟ ແລະ ເສັ້ນທາງລະຫວ່າງຊາຍແດນສະບັບໃໝ່
ລາວ ແລະ ໄທໄດ້ລົງນາມໃນຂໍ້ຕົກລົງເພື່ອຂະຫຍາຍການເຊື່ອມຕໍ່ເສັ້ນທາງ ແລະ ທາງລົດໄຟລະຫວ່າງສອງປະເທດ ເຊິ່ງມີມູນຄ່າລວມກວ່າ 3 ຕື້ບາດໄທ (USD 98.2 ລ້ານໂດລາ).ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ສອງປະເທດໄດ້ວາງແຜນປັບປຸງເສັ້ນທາງ R11 ທີ່ເຊື່ອມຕໍ່ດ່ານຊານແດນພູດູ່ ຈັງຫວັດອຸດຕະລະດິດທາງພາກເໜືອຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ. ເສັ້ນທາງສອງເລນດັ່ງກ່າວຈະໄດ້ຮັບການປູຢາງ ເຊິ່ງຄິດເປັນມູນຄ່າປະມານ 1.8 ຕື້ບາດໄທ (USD 59 ລ້ານໂດລາ), ຕາມການລາຍງານຂອງສຳນັກຂ່າວບາງກອກໂພສ໌ ໃນວັນທີ 1 ກໍລະກົດນີ້.ອ່ານຕໍ່ ...
ໂຕະຂ່າວ The Laotian Times
https://laotiantimes.com/2019/07/01/laos-thailand-sign-new-cross-border-road-and-rail-deal/
ລາວ, ຈີນ ລົງນາມໃນຂໍ້ຕົກລົງໂຄງການຮ່ວມມືມູນຄ່າ US$4.5 ໂດລາ
ລັດຖະບານລາວ ແລະ ຈີນໄດ້ລົງນາມໃນຂໍ້ຕົກລົງການລົງທຶນສຳລັບໂຄງການຕ່າງໆພາຍໃຕ້ແຜນງານການຮ່ວມມືແມ່ຂອງ-ລ້ານຊ້າງ.ລົງນາມໃນຂໍ້ຕົກລົງກ່ຽວກັບທຶນການຮ່ວມມືພິເສດແມ່ຂອງ-ລ້ານຊ້າງ ສຳລັບປີ 2018 ມີທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນ, ທີ່ກະຊວງການຕ່າງປະເທດລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ງານສັກຢາປ້ອງກັນພະຍາດສັດຟຼີ ຈະຈັດຂຶ້ນໃນວັນທີ 27 ກັນຍານີ້
(ຂປລ) ງານສັກຢາປ້ອງກັນພະຍາດສັດໂດຍບໍ່ເສຍຄ່າ ຈະຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ໃນວັນທີ 27 ກັນຍານີ້ ແຕ່ເວລາ 8:00 ເຊົ້າຫາ 5:00 ແລງ.ງານດັ່ງກ່າວແມ່ນຈັດຕັ້ງໂດຍກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອສະເຫຼີມສະຫຼອງວັນວໍ້ໂລກ ຄັ້ງທີ 13 ທັງເປັນການສົ່ງເສີມຄວາມຮູ້ຂອງມະຫາຊົນ ກ່ຽວກັບການປ້ອງກັນພະຍາດວໍ້.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48382
ບໍລິສັດ ກຳໂຮ ອີ&ຈີ ຂອງເກົາຫຼີ ຈະສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ
ບໍລິສັດ ກຳໂຮ ອີ&ຈີ ບໍລິສັດທີ່ປຶກສາໃນການຄຸ້ມຄອງດ້ານພະລັງງານ ຈະດຳເນີນໂຄງການຊ່ວຍເຫຼືອດ້ານການພັດທະນາໃນລາວ ເພື່ອສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ ເພື່ອຊ່ວຍເຫຼືອໃນການຟື້ນຟູລາວຈາກໄພພິບັດທຳລາຍລ້າງຈາກເຂື່ອນທີ່ຜ່ານມາ.ອ່ານຕໍ່ ...
ລີຢຸງວຸກ ແລະ ກິມ ຮະໂຍຈິນ
ລາວ-ຈີນ ສົ່ງເສີມການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບເສັ້ນທາງສາຍໃໝ
ຕົວແທນຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີຈາກລາວ ແລະ ມົນທົນກວາງສີຂອງຈີນໄດ້ປະຊຸມກັນທີ່ວຽງຈັນ ເພື່ອຫາລືກ່ຽວກັບການສົ່ງເສີມເຄືອຂ່າຍການຮ່ວມມື, ແນໃສ່ພັດທະນາຂະແໜງການດັ່ງກ່າວຂອງທັງສອງຊາດ.ການຮ່ວມມືດັ່ງກ່າວມີເປົ້າໝາຍໃນການເພີ່ມທະວີການປະສານງານ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ແລະ ສ້າງພື້ນຖານທາງດ້ານວິທະຍາສາດ ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມຮອບດ້ານ ລະຫວ່າງສອງປະເທດໃນການລິເລີ່ມເສັ້ນທາງສາຍໃໝ, ຕາມການລາຍງານຂອງການນຳ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຕະຫຼາດນັດຜະລິດຕະພັນລາວເລື່ອນໄປເດືອນກໍລະກົດ ຫຼັງຈາກເຫດອັກຄີໄພ
ງານວາງສະແດງສິນຄ້າຜະລິດຕະພັນຂອງລາວໄລຍະ 10 ວັນ ເຊິ່ງມີແຜນວ່າຈະເປີດໃນວັນສຸກແລ້ວນີ້ ຈະເລື່ອນໄປຈັດໃນເດືອນກໍລະກົດ ຫຼັງຈາກເກີດເຫດໄຟໃໝ້ທີ່ສູນການປະຊຸມ ແລະ ວາງສະແດງສິນຄ້າລາວສານກົນ (ລາວ-ໄອເຕັກ) ແລະ ສ້າງຄວາມເສຍຫາຍກວ່າ 20 ຮ້ານຄ້າວາງສະແດງ.ຮ້ານຄ້າປະມານ 400 ຮ້ານໄດ້ກະກຽມຄວາມພ້ອມສຳລັບງານວາງສະແດງດັ່ງກ່າວ ເຊິ່ງໄດ້ມີແຜນເປີດໃນເວລາ 10 ໂມງເຊົ້າຂອງວັນສຸກຜ່ານມາຈົນເຖິງວັນທີ 19 ພຶດສະພາ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
IFC ຕົກລົງໃຫ້ທຶນກູ້ຢືມ $87.5 ລ້ານເພື່ອການທ່ອງທ່ຽວຫວຽດນາມ ແລະ ລາວ
ບໍລິສັດຮ່ວມຫຸ້ນທີ່ດິນ Bim, ບໍລິສັດອະສັງຫາລິມະຊັບໃນກຸ່ມບໍລິສັດ BIM, ໄດ້ບັນລຸຂໍ້ຕົກລົງກັບອົງການການເງິນສາກົນ (IFC) ສະມາຊິກກຸ່ມທະນາຄານໂລກ, ກ່ຽວກັບການກູ້ຢືມເງິນປະມານ $87.5 ລ້ານໂດລາ ເພື່ອພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວໃນປະເທດຫວຽດນາມ ແລະ ລາວ.ຂະແໜງການທ່ອງທ່ຽວແມ່ນຂະແໜງໜຶ່ງທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວທີ່ສຳຄັນຂອງສອງປະເທດ. ໃນປີກາຍນີ້ ຫວຽດນາມມີນັກທ່ອງທ່ຽວຈາກຕ່າງປະເທດທັງໝົດ 15.5 ລ້ານຄົນ ໃນຂະນະທີ່ລາວມີນັກທ່ອງທ່ຽວຈາກຕ່າງປະເທດປະມານ 4.2 ລ້ານຄົນ, ເຊິ່ງຕ່ຳກວ່າຈຳນວນນັກທ່ອງທ່ຽວໃນປະເທດໄທຫຼາຍເທົ່າ ເຊິ່ງມີປະມານ 38 ລ້ານຄົນຕໍ່ປີ.ອ່ານຕໍ່ ...
Vietnam News
https://www.phnompenhpost.com/business/ifc-agrees-875m-loan-vietnam-lao-tourism
ພິທີສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ-ອອສ໌ເຕຣເລຍຄົບຮອບ 25 ປີ
ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ໄດ້ມີການຈັດຫຼາຍຫຼາຍກິດຈະກຳໃນທ້າຍອາທິດຜ່ານມາ ເພື່ອສະເຫຼີມສະຫຼອງວັນເປີດຂົວມິດຕະພາບລາວ-ໄທແຫ່ງທຳອິດຄົບຮອບ 25 ປີ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອອສ໌ເຕຣເລຍ, ສະແດງໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງອອສ໌ເຕຣເລຍ ຢ່າງຕໍ່ເນື່ອງໃນການຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນ້ຳຂອງ.ໃນຕອນເຊົ້າຂອງວັນສຸກຜ່ານມານີ້, ທ່ານ ຊອນ-ເບີນາດ ຄາຣາຊ໌ໂກ ເອກອັະຄະລັດຖະທູດອອສ໌ເຕຣເລຍປະຈຳລາວ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນວຽງຈັນ ແລະ ທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າລາດຊະການຈັງຫວັດໜອງຄາຍ ໄດ້ນຳພາມວນຊົນໃນພິທີຕັກບາດທີ່ຂົວມິດຕະພາບດັ່ງກ່າວ ເຊິ່ງເຊື່ອມຕໍ່ນະຄອນວຽງຈັນກັບຈັດຫວັດໜອງຄາຍ.ອ່ານຕໍ່ ...
ເອກະພອນ ພູທອນສີ