ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວຫຼາຍຂຶ້ນ, ແຕ່ວ່າຈຳນວນນັກທ່ອງທ່ຽວໂດຍລວມພັດຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາລາວໃນສາມເດືອນຕົ້ນປີນີ້ ຫຼຸດຈຳນວນລົງເລັກນ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ແຕ່ວ່າຈຳນວນນັກທ່ອງທ່ຽວຈາກຈີນກໍເພີ່ມຂຶ້ນຫຼາຍເຊັ່ນກັນ.

ໃນຊ່ວງໄຕມາດທຳອິດຂອງປີນີ້ ມີນັກທ່ອງທ່ຽວເຂົ້າມາໃນລາວຫຼາຍກວ່າໜຶ່ງລ້ານຄົນ, ຫຼຸດລົງ 0.5% ທຽບກັບປີຜ່ານມາ ໃນຂະນະດຽວກັນຈຳນວນນັກທ່ອງທ່ຽວຈາກຈີນແມ່ນເພີ່ມຂຶ້ນ 16%, ຕາມກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ.

ອ່ານຕໍ່…

ສີລັດດາ ສຸລິຍົງ