“ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ,” ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. 

ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.

ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588